12.29.2555

" ຂໍໂທດ VS ໃຫ້ອະໄພ " 2 ຄຳສັ້ນໆແຕ່ມີຄວາມໝາຍ


 ... ຄົນເຮົາບໍ່ວ່າຈະຢູ່ທີ່ໃດ ສັງຄົມໃດກໍ່ຕາມ ຍ່ອມມີການກະທົບກະແທກກັນເປັນທຳມະດາ ແລະຜົນຂອງການກະທົບກະແທກກັນ ຍ່ອມເຮັດໃຫ້ຄູ່ກໍລະນີເກີດຄວາມບໍ່ພໍໃຈ ໂກດແຄ້ນ ແລະກາຍມາເປັນສັດຕູກັນໃນທີ່ສຸດ ຫາກເປັນເຊັ່ນນີ້ທັງສອງຝ່າຍຍ່ອມເກີດການອາຄາດ ພະຍາບາດກັນແນ່ນອນ ແຕ່ຫາກທັງສອງຝ່າຍຮູ້ຈັກ " ຂໍໂທດ ແລະໃຫ້ອະໄພ " ຄວາມໂກດແຄ້ນເຫຼົ່ານີ້ຍ່ອມໝົດໄປ
.... ຄຳວ່າ " ຂໍໂທດແລະໃຫ້ອະໄພ " ເປັນສິ່ງທີ່ເຮັດຍາກ ເພາະມັນຕ້ອງມາຈາກການໃຫ້ອະໄພແບບບໍ່ມີເງື່ອນໄຂ ຫຼື ຂໍ້ແມ້ໃດໆ ບາງຄົນອາດຈະບອກວ່າຫາກຂໍໂທດແລະໃຫ້ອະໄພ ຈະເປັນການເສຍສັກສີ ຫຼື ກາຍເປັນຜູ້ແພ້
... ແຕ່ທີ່ຈິງແລ້ວມັນບໍ່ແມ່ນແນວນັ້ນ ຖ້າເຮົາຮູ້ຈັກໃຫ້ອະໄພແລະຂໍໂທດ ເຮົາຈະເປັນຜູ້ຊະນະຕ່າງຫາກ ຊະນະໃນທີ່ນີ້ກໍ່ຄືຊະນະຕົວເອງ ແລະເປັນຜູ້ກ້າຫານ ທີ່ເຮົາຍອມຮັບຄວາມຜິດນັ້ນໄດ້ ແລ້ວກໍ່ຍອມຂໍໂທດໃນສິ່ງທີ່ເຮົາເຮັດລົງໄປ.
.... ການກ່າວຄືຂໍໂທດບໍ່ແມ່ນສິ່ງທີ່ໜ້າລະອາຍ ເພາະການສະແດງຄວາມກ້າຫານຮັບຜິດຊອບ ຍອມຮັບຄວາມຜິດພາດຂອງຕົນ ກົງກັນຂ້າມຫາກເຮັດຜິດແລ້ວບໍ່ຍອມຮັບຄວາມຈິງ ເພື່ອຫວັງປິດບັງບໍ່ໃຫ້ໃຜຮູ້ ມັນເປັນພຶດຕິກຳທີ່ໜ້າລະອາຍ... ດັ່ງນັ້ນຈິ່ງຈຳເປັນຕ້ອງຂໍໂທດທຸກຄັ້ງ ເມື່ອຕົນເອງໄດ້ທຳຜິດ.

~ລອງມາເປີດໃຈໃສ່ກັນເບີ່ງດຸໂລກນີ້ຄືສິເປັນຕາຢູ່ຫຼາຍຂື້ນ~

... ມັນຄົງເປັນເລື່ອງທີ່ໜ້າເສົ້າຫາກຄົນເຮົາຕ້ອງບິດບຽນຄວາມຈິງໃນໃຈ ແລ້ວຫັນໄປໃສ່ໜ້າກາກເຂົ້າຫາກັນ ຊີວິດກໍ່ມີແຕ່ຄວາມວາດລະແວງ ພາໃຫ້ຢູ່ບໍ່ເປັນສຸກ ເຖິງຈະສຸກກໍ່ເປັນຄວາມສຸກທີ່ຈອມປອມ ຫາຊື່ນຊົມໃຈໄດ້ຍາກ. 

... ມາໆ ເຮົາລອງມາຖອດໜ້າກາກອອກດີບໍ່ ? ຈິ່ງຈະບໍ່ໄດ້ວາດລະແວງຕໍ່ກັນອີກ ຈະເປັນຫຍັງໄປຫາກວ່າຄົນອື່ນ ຈະອ່ານສາຍຕາຂອງເຮົາໄດ້ ຫຼື ແມ້ກະທັ້ງມອງທະລຸເຂົ້າໄປຮອດຫົວໃຈຂອງເຮົາ ເພາະເມື່ອໃດກໍ່ຕາມທີ່ເຮົາບໍ່ໄດ້ປິດບັງ, ອຳພາງ, ບໍ່ຕ້ອງວາງທ່າທີ ຫຼື ເລ່ຫ່ຽມໃດໆອອກມາ.

.... ເມື່ອນັ້ນໃຈຂອງເຮົາຈະໄດ້ມີພະລັງຢ່າງເຕັມທີ່ ທີ່ຈະສ້າງສັນສິ່ງດີໆໃຫ້ມັນເກີດຂື້ນ ແລ້ວເຮົາກໍ່ຈະໄດ້ຄົ້ນພົບພະລັງແຫ່ງຄວາມຈິງໃຈ ມັນເປັນພະລັງທີ່ເກີດຂື້ນຢ່າງລຽບງ່າຍ ເປັນທຳມະຊາດ ແຕ່ມີອານຸພາບເຫຼືອປະມານ.

.... ສະນັ້ນບໍ່ຕ້ອງໄປຢ້ານເລີຍທີ່ຈະເປັນຄົນຈິງໃຈ ເປັນຄົນຊື່ໆ ໃສໆ ປາກກັບໃຈຕົງກັນ ເຖິງເຮົາຈະບໍ່ເກັ່ງ ບໍ່ດີ ບໍ່ເດັ່ນ ບໍ່ໄດ້ເປັນຄົນສຳຄັນ ຂໍພຽງເຮົາມີຄວາມຈິງໃຈຕໍ່ກັນ ໂລກນີ້ກໍ່ຈະມີແຕ່ຄວາມສຸກແລະໜ້າຢູ່ແລ້ວ

Avast Antivirus 7ພ້ອມຄີທີ່ໃຊ້ໄດ້ 2038 ປີ

ຕາມທີ່ວ່າຫັ້ນລະ ຫາກໃຜຕ້ອງການຈະເອົາໄປໃຊ້ກໍ່ໃຫ້ກົດເຂົ້າໄປຕາມລິ້ງນີ້ເລີຍ ເພື່ອດາວໂຫຼດເອົາໂປຣແກຣມ ດາວໂຫຼດ Link ຂພຈ ໃຊ້ມາແລ້ວເຫັນວ່າໃຊ້ດີກໍ່ເລີຍເອົາມາແບ່ງປັນ ນີ້ຕົວຢ່າງຮູບພາບ 


                    key : W6754380R9978A0910-4TZ59467
                            C4545542R9974A0910-UDU29VS1 
                    ວີດີໂອ : http://www.youtube.com/watch?v=sCk1ds8sfPE

ກຳລັງໃຈຝາກເຖິງໃຜບາງຄົນ



  •  ເມື່ອມີຮ້ອນ                           ກໍ່ມີເຢັນເປັນເຄື່ອງແກ້
ມີມຶດແທ້                                             ແລ້ວກໍ່ມີເວລາສະຫວ່າງ
ເຖິງຟ້າຄື້ມ                                          ມົວຝົນທຸກຫົນທາງ
ເມື່ອເມກຈາງກໍ່ຈະກັບ                         ເຫັນແສງຈັນ
  • ເຊື່ອວ່າເຮົາທຸກຄົນ                 ເຄີຍທຸກຍາກ
ແມ້ລ້ຳບາກເທົ່າໃດ                        ກໍ່ບໍ່ຫວັ່ນ
ມີກຳລັງໃຈໄວ້ໃຫ້ດີ                                 ຢ່າໝີມັນ
ຮ່ວມຟາດຟັນອຸປະສັກ                         ໃຫ້ສີ້ນໄປ.
         => ອາຈານຄົນໜຶ່ງເລີ່ມການສົນທະນາໃນຊັ້ນຮຽນ ໂດຍຍົກທະນະບັດໃບ 100.000 ກີບອອກມາ ແລ້ວຖາມນັກສຶກສາວ່າ " ມີໃຜຢາກໄດ້ບໍ່ " ທຸກຄົນຍົກມືຂື້ນ ອາຈານຍ່ອງທະນະບັດນັ້ນຈົນຍໍ່ ແລ້ວຖາມນັກສຶກສາອີກວ່າ " ມີໃຜຍັງຢາກໄດ້ທະນະບັດໃບນີ້ອີກບໍ່ " ທຸກຄົນຍັງຍົກມືຂື້ນເໝືອນເດີມ.
        ...... ອາຈານຖາມຕໍ່ໄປອີກວ່າ " ຖ້າສົມມຸດວ່າທະນະບັດໃບນີ້ຕົກຢູ່ກັບພື້ນ ແລ້ວມີຄົນຢຽບຢ່ຳຈົນເປື້ອນຈົນສົກກະປົກ ແລ້ວຍັງມີໃຜຢາກໄດ້ອີກບໍ່ " ນັກສຶກສາທຸກຄົນກໍ່ຕອບວ່າຢາກໄດ້.
        ...... ອາຈານຈິ່ງກ່າວສະຫຼຸບວ່າ " ນີ້ຄືສິ່ງທີ່ມີຄ່າທີ່ພວກເຈົ້າໄດ້ຮຽນຮູ້ໃນມື້ນີ້ ! ບໍ່ວ່າພວກເຈົ້າຈະເຮັດຫຍັງກັບທະນະບັດໃບນີ້ ມັນກໍ່ມີລາຄາ 100.000 ກີບຢູ່ຄືເກົ່າ
        ..... ຊີວິດເຮົາກໍ່ເໝືອນກັນ ບາງຄັ້ງເຮົາຮູ້ສຶກວ່າຖືກທອດຖີ້ມໃຫ້ຢູ່ຄົນດຽວ ຖືກໃຜຕໍ່ໃຜຊ້ຳເຕີມ ຢຽບຢ່ຳ ຢ້ຳຢີຈົນຢັບເຢີນ ເພາະຄວາມຜິດພາດໃນການກ້າວເດີນຂອງຊີວິດ  ຈົນເຮັດໃຫ້ເກີດຮູ້ສຶກວ່າຕົນເອງ " ໄຮ້ຄ່າ "ແຕ່ຫາຮູ້ບໍ່ວ່າບໍ່ວ່າສິເກີດອິຫຍັງຂື້ນ " ເຮົາກໍ່ຍັງມີຄຸນຄ່າຂອງຄວາມເປັນຄົນ "
        ..... ບໍ່ວ່າຕົວເຮົາຈະສະອາດຫຼືສົກກະປົກກໍ່ຕາມ ຕົວເຮົາກໍ່ຍັງມີຄ່າທີ່ສຸດສະເໝີ້ຈື່ໄວ້ເດີ້ ຫາກໃຜຍັງເຈີກັບບັນຫາກໍ່ຈົ່ງຢ່າພ້າວຍອມແພ້ເດີ້ ຈົ່ງລຸກຂື້ນມາແກ້ແລະຕໍ່ສູ້  ຈະຄອຍເປັນກຳໃຈໃຫ້...! ສູ້ໆໆໆໆໆໆ.