1.07.2556

" ແມ່ນໃຜແທ້ທີ່ເປັນຄົນບາບ "

… ຍັງມີພໍ່ອຸປາສົກຄົນໜຶ່ງຍ່າງຢູ່ບໍລິເວນຫາດຊາຍ ໄດ້ພົບເຫັນຄົນເຮືອກຳລັງລາກເຮືອຂອງຕົນ ອອກຈາກຫາດຊາຍລົງສູ່ແມ່ນ້ຳ ເພື່ອທີ່ຈະໄປຮັບຜູ້ໂດຍສານ
... ຍາມນັ້ນກໍ່ພໍດີມີອາຈານເຊນຍ່າງຜ່ານມາ ອຸປາສົກຜູ້ນີ້ຈິ່ງເຂົ້າໄປຖາມອາຈານເຊນວ່າ ທ່ານອາຈານເມື່ອກີ້ຄົນເຮືອລາກເຮືອຈາກຫາດຊາຍລົງໄປແມ່ນ້ຳ ເພື່ອຮັບຜູ້ໂດຍສານ ເຮັດໃຫ້ບັນດາປູ ປາ ກຸ້ງ ຫອຍ ຖືກເຮືອທັບຕາຍເປັນຈຳນວນຫຼວງຫຼາຍ ຖ້າຕົກຢູ່ໃນກໍລະນີແບບນີ້ ບາບກຳຈະເປັນຂອງໃຜລະຫວ່າງຄົນເຮືອ ແລະ ຜູ້ໂດຍສານ.
• ອາຈານເຊນກໍ່ຕອບວ່າ "ບາບບໍ່ໄດ້ຕົກຢູ່ທີ່ຄົນເຮືອ ຫຼື ຜູ້ໂດຍສານດ໋ອກ"
• ອຸປາສົກເຮັດສີໜ້າແບບງງົງແລະອຸທານອອກມາວ່າ " ອ໋າວຖ້າເຊັ່ນນັ້ນແລ້ວບາບຈະຕົກເປັນຂອງໃຜລະທ່ານອາຈານ "
• ອາຈານເຊນ : ບາບກຳນັ້ນຈະຕົກຢູ່ກັບຕົວທ່ານ ເພາະຄົນເຮືອເຂົາທຳງານສຸດຈະຣິສເພື່ອຫາລ້ຽງຊີບ ສ່ວນຜູ້ໂດຍສານກໍ່ມີຈຸດປະສົງຈະຂ້າມແມ່ນ້ຳ ປູ ປາ ກຸ້ງ ຫອຍ ລີ້ຊ້ອນຕົວຢູ່ແຄມຫາດຊາຍຈິ່ງຖືກເຮືອທັບຕາຍ ກຳບໍ່ໄດ້ເປັນພຽງແຕ່ສອງຝ່າຍແຕ່ເປັນສາມຝ່າຍ ທັງຄົນເຮືອ, ຜູ້ໂດຍສານ ແລະສັດ ຈະຖືເປັນບາບຂອງຝ່າຍໃດໜຶ່ງແມ່ນເປັນໄປບໍ່ໄດ້ ເພາະທັງສາມຝ່າຍລ້ວນແລ້ວແຕ່ໄຮ້ຈິດ (ບໍ່ມີເຈຕະນາ)... ບາບກຳເກີດຈາກຈິດ ເມື່ອໄຮ້ຈິດກໍ່ບໍ່ເປັນບາບ ແຕ່ອຸປາສົກມີເຈຕະນາເພື່ອຫາຜິດ ເມື່ອອຸປາສົກມີຈິດເຈຕະນາ ບາບກຳຈິ່ງຕົກເປັນຂອງທ່ານອຸປາສົກ.

1.03.2556

ຄວາມບັງເອີນ



... ມື້ນີ້ໄດ້ມີໂອກາດໄປວັດຄູບາເພີ່ນກໍ່ເລີຍເທດສອນມາຫຼາຍຢ່າງເລີຍ ໃນັນ້ນເພີ່ນໄດ້ສອນກ່ຽວກັບ ການສ້າງຄຸນງາມຄວາມດີ ເພີ່ນວ່າເຮັດບໍ່ຍາກວ່າຊັ້ນ ເຮັດແລ້ວຈິດໃຈເຮົາຈະເປັນສຸກຊັ້ນເດ.
... ພໍລາກັບຈາກເພີ່ນແລະອອກຈາກວັດມາກໍ່ມາເຈີກັບສິ່ງທີ່ເຫັນນີ້ລະ ບາງຄົນຍັງສົງໃສວ່າ ເອ໋... ຂະເຈົ້າເຮັດຫຍັງກັນ ! ແຕ່ທີ່ຈິງແລ້ວຍິງຄົນທີ່ນຸ່ງໂສ້ງແດງນອນຢູ່ກັບພື້ນນັ້ນ ລາວນັ່ງຢູ່ດີໆກໍ່ເປັນລົມລົ້ມລົງໝົ້ດສະຕິ, ຫົວໃຈຢຸດເຕັ້ນເມື່ອເປັນເຊັ່ນນັ້ນ ຊາຍທີ່ມານຳກັນກັບລາວນັ້ນກໍ່ເຂົ້າໄປປ້ຳຫົວໃຈໃຫ້ລາວຈົນຫົວໃຈລາວເລີ່ມເຕັ້ນແລະຫາຍໃຈໄດ້ ແຕ່ຍັງໝົດສະຕິຢູ່
... ຂພຈ ອອກຈາກວັດມາເຫັນກໍ່ເລີຍເຂົ້າໄປເບີ່ງ ແລ້ວກໍ່ຈົກເອົາໂທລະສັບອອກມາ ຖ່າຍຮູບສຽງດັງແກັບບາດໜຶ່ງ ທັນໃດນັ້ນກໍ່ມີສຽງດັງຮ້ອງມາໃສ່ຂ້ອຍວ່າ " ຄົນສິເປັນສິຕາຍ ຍັງມີອາລົມມາຖ່າຍຮູບເສຍຫວະ " ສຽງນັ້ນເຮັດໃຫ້ຂ້ອຍສະດຸ້ງຄິດເຫັນຄຳສອນຂອງຄູບາເພີ່ນທີ່ເພີ່ນສອນເຮົາມາ ຂພຈກໍ່ເລີຍຄິດອອກວ່າເອີໄດ້ໂອກາດແລ້ວລະ ເຮົາໜ້າຈະເຮັດສິ່ງໃດສິ່ງໜຶ່ງເພື່ອຊ່ອຍເຫຼືອສັງຄົມ
... ເມື່ອຄິດໄດ້ແນວນີ້ ຂພຈ ກໍ່ເລີຍແລ່ນອອກໄປລັດລົດແລ້ວກໍ່ພາໄປຫາຄົນເຈັບ ຈາກນັ້ນກໍ່ຊ່ອຍອຸ້ມເອົາຄົນເຈັບຂື້ນລົດໄປໂຮງໝໍ ພຽງເທົ່ານີ້ເອ໋ຄວາມດີຄືມາສ້າງງ່າຍແທ້ ເໝືອດັັ່ງຄຳເວົ້າຄູບາເພີ່ນວ່າອິຫຼີ ຄວາມດີສ້າງບໍ່ຍາກ.
... ດັ່ງນັ້ນ, ຂພຈຈິ່ງຢາກຟາກໆໃຫ້ພາກັນຫັນມາສ້າງຄວາມດີເພື່ອຊ່ອຍເຫຼືອສັງຄົມກັນແດ່ ຫາກເຮົາບໍ່ເປັນຄົນດີແລ້ວສິໃຫ້ຄົນອື່ນມາເປັນຄົນດີແທນມັນກະເປັນໄປບໍ່ໄດ້ ຕ້ອງໄດ້ຊ່ອຍໆກັນເປັນຄົນດີແລ້ວໂລກນີ້ຈິ່ງຈະໄດ້ມີຄົນດີຫຼາຍຂື້ນ ^ ຂອບໃຈ ^.

" ຊີວິດເດັກເສີບ "

ແຕ່ງເພງ " ຊີວິດເດັກເສີບ "
  •  ຊີວິດຂອງຂ້າ................................ ເກີດມາສູ້ງານແລກເງິນ
ຈະຕ້ອງປະເຊີນ.......................................... ກັບບັນຫາທີ່ ສາລະພັດ
ໄປວຽກບໍ່ທັນ............................................. ມີບາງວັນກໍ່ຖືກຕັກເຕືອນ
ບາງວັນຖືກຕັດເງິນເດືອນ....................... ເຄື່ອງກໍ່ເປື້ອນ ໃສ່ຊຸດເກົ່າໆ
  • ເຮືອນເຊົ່າເຂົ້າຊື້........................... ບໍ່ຄືຄົນເຂົາລວຍລ່ຳ
ເຮັດວຽກແຕ່ເຊົ້າຈົນຄ່ຳ.......................... ຈ່າຍຄ່ານ້ຳ ຄ່າໄຟ ຫ້ອງເຊົ່າ
ຄວາມຮູ້ບໍ່ມີ............................................. ຫາງານດີໆມັນຍາກເດີ້ສາວ
ຕ້ອງກາຍເປັນເດັກເສີບເຂົາ.................. ຕ້ອງທົນເອົາກັບສຽງຈົ່ມວ່າ
  • ຍາມແຂກເຂົ້າຮ້ານ.................. ເຮົານັ້ນວິ່ງເຕັ້ນເຕັມທີ່
ເສີບອາຫານ ເຫຼົ້າເບຍ ຈອນນີ.............. ວິສກີ ເບຍລາວ ໂຊດາ
ເຂົາເປັນຄົນກີນ................................... ອາຫານຍຸພີນກີນກັບສຸລາ
ທາງເຮົາກີນແຕ່ນ້ຳລ້າ......................... ແລ້ວກັບມາມ້ຽນຖ້ວຍມ້ຽນຈານ
  • ເຖິງຍາມເຊັກບີນ................... ໃບບີນເປັນເງິນກ້ອນໃຫຍ່
ເຂົາຈົກເງິນຈ່າຍ.................................. ເຮົານັ້ນຈົນຕົກຕະລຶງ
ເງິນເດືອນຂອງເຮົາ............................. ທຽບກັບຄາບເຂົ້າເຂົາ ບໍ່ໄດ້ເຄິ່ງໜຶ່ງ
ຈົນເຮົາຢືນຊຶງຕັ້ງເຫິງ........................ ໄດ້ແຕ່ແນມເບີ່ງ ເງິນເຂົາກ້ອນໃຫຍ່.
      =>  ນີ້ລະຊີວິດຂອງຄົນທີ່ມີຄວາມຮູ້ຕ່ຳ ເຖິງຈະເຮັດວຽກແຕ່ເຊົ້າຈົນຄ່ຳເງິນກະຍັງບໍ່ພໍຈ່າຍ ໃຜເດນໍຈະມາເຫັນໃຈ ຂໍຝາກໆໄປຍັງບັນດານ້ອງໆ ອ້າຍໆ ຫຼື ມິດສະຫາຍດ້ວຍກັນ ຈົ່ງພະຍາຍາມຮຽນໃຫ້ເກັ່ງແລະໃຫ້ຈົບ ຊີວິດກໍ່ຈະໄດ້ມີຄ່າກວ່ານີ້ ເມື່ອມີການສຶກສາສູງສິໄປຫາງານດີໆນັ້ນມັນບໍ່ຍາກດອກທ່ານເອີຍ ຂພຈ ຕອນນີ້ກໍ່ອົດທົນຊົນສູ້ກັບຊີວິດອີຫຼີ ໂດຍເຮັດວຽກທຸກຢ່າງເພື່ອໃຫ້ໄດ້ເງິນມາ (ຍົກເວັ້ນສິ່ງທີ່ຜິດກົດໝາຍແລະວັດທະນະທຳ) ໂດຍບໍ່ຄຳນຶງເຖິງໜ້າຕາ ກຽດ ສັກສີ ຂໍພຽງມີເງິນໃຫ້ແລ້ວພໍ ຄິດແຕ່ວ່າຍາມທຸກຍາມຍາກ ບໍ່ມີໃຜຮູ້ຈັກເຮົາດ໋ອກ ຖ້າຮູ້ກໍ່ຕອນເຮົາຮັ່ງມີພຸ້ນລະ ແລ້ວເຮົາສິໄປແຄຫຍັງກັບກຽດ ສັກສີ ເມື່ອບໍ່ມີຄົນຮູ້ຈັກ ຢ່າພາກັນໄປອາຍເລີຍ ຈົ່ງອົດທົນຕໍ່ສູ້ກັບມັນເພື່ອວັນໜຶ່ງຂ້າງໜ້າ... 
               ..... ຂໍຝາກຮ້ານຂອງເຮົາແດ່ເດີ້ ຮ້ານອາຫານສະບາຍດີ ຊາບູ ຊາບູ ຕັ້ງຢູ່ຖະໜົນສາມແສນໄທ ບ້ານຫາຍໂສກ ເມືອງຈັນທະບູລີ ຮ້ານຂອງເຮົາຕິດກັບວັດບາງລອງຫັ້ນລະ ຫາກໄດ້ໄປໄດ້ມາກໍ່ພາກັນໄປແວ່ອຸດໜູນຊ່ອຍແນ່ເດີ້ ແລະນີ້ເຟດຂອງຮ້ານ  www.facebook.com/SabaideeShabuShabu