7.07.2555

ຕະລົກ/ຊວນ​ຫົວ​ເລື່ອງ "ສອງ​ສ່ຽວຂີ້​ເຫຼົ້າ ​ເຂົ້າ​ກາງ"

ສອງສ່ຽວໄປກີນເຫຼົ້ານຳກັນມາ ຂາກັບສ່ຽວກໍຂໍຊ້ອມລົດຂອງສ່ຽວຂໍ. ໃນເວລາກັບນັ້ນພັດເປັນຍາມກາງຄືນລົດທີ່ແລ່ນແຕ່ລະຄັນຈຳເປັນຕ້ອງໄຕ້ໄຟຕາ.
ໃນຂະນະທີ່ສ່ຽວກໍແລະສ່ຽວຂໍຂີ່ລົດຈັກຊ້ອນກັນມາຢູ່ນັ້ນ ກໍ່ບັງເອີນມີລົດຈັກສອງຄັນແລ່ນຮຽງກັນມາ ສ່ຽວກໍຟ້າວຖາມສ່ຽວຂໍ :
ສ່ຽວກໍ : ເຮົາສິຫຼີກລົດໄປທາງໃດສ່ຽວ.
ສ່ຽວຂໍ : ເຂົ້າກາງໂລດສ່ຽວ.
ຖືວ່າລອດໄປຊຸດທີ່ໜຶ່ງ ມາຮອດຊຸດທີ່ສອງ ສ່ຽວກໍຫຼຽວໄປເຫັນລົດບັນທຸກ (ລົດສິບລໍ້) ແລ່ນສວນທາງມາພໍດີ ສ່ຽວກໍເລີຍພ້າວຖາມສ່ຽວຂໍອີກເທື່ອໜຶ່ງ :
ສ່ຽວກໍ : ເຮົາສິຫຼີກໄປທາງໃດສ່ຽວ.
ສ່ຽວຂໍ : ຄິດວ່າແມ່ນລົດຈັກສອງຄັນຮຽງກັນມາເພາະເຫັນໄຟຕາສອງອັນ ເລີຍຮ້ອງບອກສ່ຽວກໍໄປວ່າ : ເຂົ້າກາງເຊັ່ນເຄີຍໂລດສ່ຽວ.
ສ່ຽວກໍ : ຫັກລົດເຂົ້າກາງຕາມທີ່ສ່ຽວຂໍບອກ.... ສຽງດັງຕັ໋ບ...ບາດໜຶ່ງ.... ສ່ຽວກໍແລະສ່ຽວຂໍເຂົ້າກ້ອງລົດສິບລໍ້ມຸ່ນອະຍະ ນີ້ລະໜາເພີ່ນວ່າມັກເຂົ້າກາງຫຼາຍ... ສົມແນ່ 555++

ຕະລົກ/ຊວນ​ຫົວ​ເລື່ອງ "ບັກ​ຈ້າ"

ມີສອງຜົວເມຍຄູ່ໜຶ່ງໄດ້ຮັບເອົາທ້າວຈ້າເຂົ້າມາຢູ່ນຳ ອັນຊື່ຈ້ານີ້ມັນກະບໍ່ແມ່ນຊື່ແທ້ຂອງລາວດອກ ແບບວ່າຂະເຈົ້າເຫັນລາວເປັນຄົນຊື່ ແລະກໍ່ຊື່ຈົນຈ້າຊັ້ນສະ ຂະເຈົ້າກະເລີຍເອີ້ນລາວວ່າ " ບັກຈ້າ ". 
... ມີຄັ້ງໜຶ່ງຜູ້ເປັນຜົວຕິດທຸລະຢູ່ຕ່າງແຂວງເລີຍເອີ້ນບັກຈ້າມາສັ່ງສັອນວ່າ :
ຜູ້ເປັນຜົວ : ບັກຈ້າຍາມກູບໍ່ຢູ່ ຖ້າເອື້ອຍມຶງບອກໃຫ້ເຮັດຫຍັງມຶງເຮັດໂລດເດີ.
ບັກຈ້າ : ໂດຍໆໆໆໆ.
ຜູ້ເປັນຜົວ : ຕື່ນມາມຶງກະຕ້ອງເຮັດວຽກໜຶ້ງເຂົ້າຄົວກີນໃຫ້ເອື້ອຍມຶງກີນ ຕາມທີ່ເອື້ອຍມຶງສັ່ງ.
ບັກຈ້າ : ໂດຍໆໆໆໆ.
... ຫຼັງຈາກນັ້ນຜ່ານໄປໄດ້ໜຶ່ງເດືອນຜູ້ເປັນຜົວກັບມາ ແລະໄດ້ຖາມບັກຈ້າວ່າ :

ຜູ້ເປັນຜົວ : ບັກຈ້າລະຫວ່າງກູບໍ່ຢູ່ເມຍກູໄດ້ໃຊ້ໃຫ້ມຶງເຮັດຫຍັງແດ່? ລາວບອກມຶງຕັກນ້ຳລ້າງຖ້ວຍແມ່ນບໍ່ ?
ບັກຈ້າ : ບໍ່ແມ່ນ.
ຜູ້ເປັນຜົວ : ຊັ້ນກະຄົງຈະແມ່ນລາວບອກໃຫ້ມຶງ ຄົວກີນໃຫ້ລາວກີນແມ່ນບໍ່.?
ບັກຈ້າ : ບໍ່ແມ່ນ.
ຜູ້ເປັນຜົວ : ຊັ້ນກະຄົງແມ່ນລາວບອກໃຫ້ມຶງໄປເສຍຫຍ້າສວນແມ່ນບໍ່.?
ບັກຈ້າ : ບໍ່ແມ່ນ.
ຜູ້ເປັນຜົວ : ຮ້ວຍ...! ຊັ້ນມັນແມ່ນຫຍັງຫວະຫຼືວ່າ... ລາວບອກໃຫ້ມຶງໄປນອນນຳ.?
ບັກຈ້າ : 555 ຈ໋າກ ຈ໋າກ ຈ໋າກ.... ບໍ່ຮູ້ກະເວົ້າຖືກ..... ຫະຫະໆໆໆໆ

ຕະລົກ/ຊວນ​ຫົວ​ເລື່ອງ "ຕົດບໍ່ມີສຽງ"

ຂພຈເຄີຍຂັບລົດໂດຍສານໄປກັບອ້າຍ  ແລະໃນໄລຍະທາງມີຄົນໜຶ່ງຕົດອອກມາແບບບໍ່ມີສຽງ ເຮັດໃຫ້ເໝັນກຸ້ມຂັບລົດຈົນວ່າຫຼາຍຄົນຕ້ອງເອົາມືອັດດັງ ມີຄົນໂດຍສານຜູ້ໜຶ່ງບໍ່ພໍໃຈອົດບໍ່ໄດ້ເລີຍຮ້າຍຂື້ນ
ຄົນໂດຍສານ : ແມ່ນໃຜຕົດຫວະ.? ຜ່ານໄປ 5 ນາທີກະຍັງບໍ່ມີສຽງຕອບ ລາວຈິ່ງໃຊ້ອຸບາຍໃໝ່ວ່າ :
ແມ່ນໃຜຕົດສິເອົາເງີນໃຫ້.?  ມິດຈີ່ລີ່ເຊັ່ນເຄີຍ...
ຂພຈນັ່ງສັງເກດການຢູ່ຢ່າງມິດໆ ໂດຍບໍ່ອອກຄຳຄິດເຫັນຫຍັງ ຈົນວ່າລົດຂອງຂພຈໄປຮອດທີ່ໝາຍ ແລະກໍ່ພໍດີມີໂອກາດຕອນເກັບເງິນນີ້ເອງ.
ຫຼັງຈາກລົດຈອດປືບ ຂພຈກໍ່ເຂົ້າໄປເກັບເງີນນຳຄົນໂດຍສານ ແລະກໍ່ພໍດີອ້າຍຂອງຂພຈ ກໍ່ເຂົ້າມາຖາມຂພຈວ່າ :
ອ້າຍຂອງຂພຈ : ຈັ່ງໃດ... ເກັບເງິນໄດ້ໝົດແລ້ວຫວາ.
ຂພຈເລີຍຕອບອ້າຍໄປວ່າ : ຍັງບໍ່ທັນໄດ້ໝົດເທື່ອ... ຍັງແຕ່ຜູ້ຕົດຜູ້ດຽວທີ່ຍັງບໍ່ທັນຈ່າຍ.
ແລະກໍ່ພໍດີມີສຽງຫຼຸດອອກມາວ່າ : ຂ້ອຍກະຈ່າຍເມື່ອກີ້ແລ້ວເດ. 5555+++ ສົງໃສລາວເປັນຄົນຕົດ.

ບົດ​ກະວີ " ອະດີດຮັກໃຕ້ແສງຈັນ "

  • ແນມເຫັນດາວລະດາດຟ້າ                     ນະພາພາກພາຍບົນ

ເບີກບານຮຽງແສງຈັນ                                   ຮຸ່ງໃສລະໄມແຍ້ມ
ອ້າຍແຫງນແນມຫານ້ອງ                                ໃນຈັນທີ່ໃສສ່ອງ
ຫວັງພົບໜ້ານາດນ້ອງ                                   ປະສານຈ້ອງສ່ອງຢູ່ຈັນ.
  • ຄິດເຖິງຄັ້ງກ່ອນນັ້ນ                            ເມື່ອເຮົາຮ່ວມຮຽງສອງ

ປະຈັກສານສາຍຕາ                                       ຄູ່ກັນໝາຍໝັ້ນ
ໃຕ້ແສງຈັນສັນຍາກ້ຽວ                                   ຮັກດຽວບໍ່ໝາຍຫ່າງ
ເໝືອນດັ່ງດາວບໍ່ຮ້າງ                                     ຮຽງຂ້າງຄູ່ຈັນ.
  • ບັດນີ້​ ! ແສນສິຫວານຊາບຊຶ້ງ                 ກັບຂົມຂື່ນປານເຂົາຮໍ

ຂົມພໍໆກັບຄິນິນ                                          ຫຼັ່ງນ້ຳຕາລີນຍ້ອຍ
ຍ້ອນນ້ອງພອຍໄກອ້າຍ                                  ໜີໄປບໍ່ໂຄ້ງຕ່າວ
ລືມຄືນຈັນຄູ່ດາວ                                           ລືມສັນຍາທີ່ກ່າວໄວ້  ໄລອ້າຍບໍ່ສັ່ງລາ.
  • ຍີນຂ່າວວ່ານ້ອງຫຼ້າ                              ມີໃໝ່ໃຈສອງ

ປອງເສດຖີຄົນລວຍ                                         ປ່ວຍໃຈເມື່ອຊາຍຮູ້
ບໍ່ອິດູຕົນອ້າຍ                                               ຜູ້ໝາຍດອມເນື້ອອຸ່ນໆ
ຫຼື ບຸນຊາຍບໍ່ພ້ອມ                                          ແສນສິຍົກເຢັ່ງຢື້ ມືຄ້ວາໄຂ່ວບໍ່ເຖິງ   ບໍ່ນໍ !
  • ຍິ່ງຄິດຍິ່ງເວີ່ງວ້າງ                                 ເວຫວ່າງໃນຫົວໃຈ

ເໝືອນດັ່ງໄຟລາມເຜົາ                                      ເໜົ່າໃນມະໂນອ້າຍ
ໝາຍຢາກບຸລົງພື້ນ                                          ຜືນດີນໂລກລຸ່ມ
ລາງເທື່ອຫາຍເລື່ອງຮ້ອນ                                  ຮົມໄໝ້ກະໜ່ຳໃຈ.
  • ຂໍວິ່ງວອນເທບໄທ້                                ອົງເອກອີນທາ

ເນົາຢູ່ໃນເມືອງແມນ                                         ເຂດແດນສະຫວັນຟ້າ
ສະເດັດດົນໃຈໃຫ້                                            ນວນນາງຜູ້ໄກຖີ່ນ
ກັບສູ່ດີນແຫ່ງຫ້ອງ                                          ເຮືອນຢ້າວຖີ່ນສະຖານ   ແດ່ທ້ອນ !

ຄັນ​ຫູ​ມີ​ຢາ​ແກ້​ແລ້ວ​ເດີ້​ພີ່ນ້ອງ ກ່ອງ​ສີຂາວ ໆ ຫະຫະ

ຄັນ​ຫູ​ມີ​ຢາ​ແກ້​ແລ້ວ​ເດີ້​ພີ່ນ້ອງ ກ່ອງ​ສີຂາວ ໆ ຫາກສົນໃຈຫາຊື້ໄດ້ຕາມຮ້ານຂາຍຢາທົ່ວໄປ ຮ່າໆໆໆໆໆໆ

ຕະລົກ/ຊວນ​ຫົວ​ເລື່ອ​ງ "ເວົ້າບໍ່ສຸພາບ"





     ​ໃນ​ຊົ່ວ​ໂມງ​ຮຽນມີນັກຮຽນຍິງນ້ອງໜຶ່ງລຸກ​ຂື້ນຟ້ອງອາຈານ ກ່ຽວກັບເພື່ອນຊາຍທີ່ເວົ້າບໍ່ສຸພາບ
ນັກຮຽນຍິງ : ອາຈານທ້າວອັນນີ້ເວົ້າ​ເທື່ອ​ໃດ​ມີແຕ່​ຮູ​ຂີ້
ນັກຮຽນຊາຍ : ຮູ​ຂີ້​ກູ​ນິ ກູບໍ່ໄດ້ເວົ້າ.  555 ++

ຊີວິດກໍ່ເໝືອນລົດອາຫານຕ້ອງມີການປຸງແຕ່ງ

     

       ການປຸງຊີວິດກໍ່ຄືການປຸງອາລົມຂອງຕົວເອງ ເພື່ອປັບຕົວໃຫ້ເຂົ້າກັບຄົນອື່ນ ຄົນເຮົາມັນມີຫຼາຍຣົດຊາດຫຼາຍອາລົມ ເໝືອນກັບການປຸງແຕ່ງອາຫານ ຈະມີພຽງຣົດຊາດດຽວແມ່ນເປັນໄປບໍ່ໄດ້ ຄົນທີ່ມີອາລົມດຽວເຂົ້າເອີ້ນວ່າ " ຄົນທີ່ບໍ່ຮູ້ຈັກປຸງຊີວິດ " ລອງຄິດເບີ່ງຖ້າຫາກເຮົາເອົາຣົດທັງໝົດມາລວມກັນເພື່ອປຸງເປັນອາຫານ ຄື ເອົາຣົດສົ້ມ ຣົດຫວານ ຣົດມັນ ຣົດເຜັດ ຣົດເຄັມມາລວມຕົວກັນ ເຮົາກໍ່ຈະໄດ້ອາຫານທີ່ແຊບຊ້ອຍສາມາດບໍລິໂພກໄດ້ຢ່າງໜ້າຈັບໃຈ. ຄົນເຮົາກໍ່ເໝືອນກັນຕ້ອງຮູ້ຈັກ ປຸງອາລົມຫຼາຍໆສະຖານະການ ຈິ່ງສາມາດເຮັດໃຫ້ຄົນອື່ນສາມາດບໍລິໂພກ ຄື ຢູ່ຮ່ວມກັນກັບຫຼາຍໆຄົນໄດ້.