7.27.2555

ກອນກະວີ "ອະດີດຮັກໃຕ້ແສງຈັນ"

  • ແນມເຫັນດາວລະດາດຟ້າ                     ນະພາພາກພາຍບົນ
ເບີກບານຮຽງແສງຈັນ                                   ຮຸ່ງໃສລະໄມແຍ້ມ
ອ້າຍແຫງນແນມຫານ້ອງ                                ໃນຈັນທີ່ໃສສ່ອງ
ຫວັງພົບໜ້ານາດນ້ອງ                                   ປະສານຈ້ອງສ່ອງຢູ່ຈັນ.
  • ຄິດເຖິງຄັ້ງກ່ອນນັ້ນ                            ເມື່ອເຮົາຮ່ວມຮຽງສອງ
ປະຈັກສານສາຍຕາ                                       ຄູ່ກັນໝາຍໝັ້ນ
ໃຕ້ແສງຈັນສັນຍາກ້ຽວ                                   ຮັກດຽວບໍ່ໝາຍຫ່າງ
ເໝືອນດັ່ງດາວບໍ່ຮ້າງ                                     ຮຽງຂ້າງຄູ່ຈັນ.
  • ບັດນີ້​ ! ແສນສິຫວານຊາບຊຶ້ງ                 ກັບຂົມຂື່ນປານເຂົາຮໍ
ຂົມພໍໆກັບຄິນິນ                                          ຫຼັ່ງນ້ຳຕາລີນຍ້ອຍ
ຍ້ອນນ້ອງພອຍໄກອ້າຍ                                  ໜີໄປບໍ່ໂຄ້ງຕ່າວ
ລືມຄືນຈັນຄູ່ດາວ                                           ລືມສັນຍາທີ່ກ່າວໄວ້  ໄລອ້າຍບໍ່ສັ່ງລາ.
  • ຍີນຂ່າວວ່ານ້ອງຫຼ້າ                              ມີໃໝ່ໃຈສອງ
ປອງເສດຖີຄົນລວຍ                                         ປ່ວຍໃຈເມື່ອຊາຍຮູ້
ບໍ່ອິດູຕົນອ້າຍ                                               ຜູ້ໝາຍດອມເນື້ອອຸ່ນໆ
ຫຼື ບຸນຊາຍບໍ່ພ້ອມ                                          ແສນສິຍົກເຢັ່ງຢື້ ມືຄ້ວາໄຂ່ວບໍ່ເຖິງ   ບໍ່ນໍ !
  • ຍິ່ງຄິດຍິ່ງເວີ່ງວ້າງ                                 ເວຫວ່າງໃນຫົວໃຈ
ເໝືອນດັ່ງໄຟລາມເຜົາ                                      ເໜົ່າໃນມະໂນອ້າຍ
ໝາຍຢາກບຸລົງພື້ນ                                          ຜືນດີນໂລກລຸ່ມ
ລາງເທື່ອຫາຍເລື່ອງຮ້ອນ                                  ຮົມໄໝ້ກະໜ່ຳໃຈ.
  • ຂໍວິ່ງວອນເທບໄທ້                                ອົງເອກອີນທາ
ເນົາຢູ່ໃນເມືອງແມນ                                         ເຂດແດນສະຫວັນຟ້າ
ສະເດັດດົນໃຈໃຫ້                                            ນວນນາງຜູ້ໄກຖີ່ນ
ກັບສູ່ດີນແຫ່ງຫ້ອງ                                          ເຮືອນຢ້າວຖີ່ນສະຖານ   ແດ່ທ້ອນ !

7.25.2555

ສາລະໜ້າຮູ້ "ການ​ເຂີນ​ອາຍ"

ເປັນຫຍັງເວລາເຮົາເຂີນອາຍໜ້າເຮົາຈິ່ງແດງຂື້ນຢ່າງຜິດປົກກະຕິໂດຍສະເພາະ ໃນບໍລິເວນແກ້ມ ແລະ ລຳຄໍ ເປັນແບບນີ້ກໍ່ເພາະວ່າ ໃນຂະນະທີ່ເຮົາເຂີນອາຍນັ້ນ ເຊລປະສາດຈະຖືກກະຕຸ້ນໃຫ້ປ່ອຍສານເຄມີທີ່ມີພະລັງສູງ ຊື່ວ່າ ເປັບໄຕດ໌ (Peptide) ອອກມາ ເຮັດໃຫ້ບໍລິເວນໜ້າ ແລະ ລຳຄໍຂະຫຍາຍຕົວ. ດັ່ງ​ນັ້ນ, ​ເວລາ​ເຮົາ​ເຂີຍ​ອາຍໜ້າ ຂອງເຮົາຈິ່ງແດງຂື້ນຜິດປົກກະຕິ.       ((ຂໍ້ມູນສ່ວນໜຶ່ງຂອງວາລະສານມະຫາຊົນ))

7.18.2555

​ເລື່ອງ​ຕະລົກ "ຊັນນະສູດສົບ"

ມີຄະນະນັກຮຽນແພດກຸ່ມຫນື່ງ ກຳລັງຈະເລີ້ມຮຽນການຊັນນະສູດສົບ ເປັນຄັ້ງທຳອິດ ເມື່ອນັກສຶກສາແພດຊັນນະສູດສົບ ມາພ້ອມຫນ້າກັນເປັນທີ່ຮຽບຮ້ອຍແລ້ວ ອາຈານໄດ້ໃຊ້ນິ້ວຊີ້ແຍ່ເຂົ້າໄປໃນກົ້ນສົບ ແລ້ວເອົາມາອົມໃສ່ປາກ ນັກຮຽນແພດ ພາກັນຕະລຶງກັບເຫດການດັ່ງກ່າວ ແລ້ວອາຈານກໍ່ເວົ້າວ່າ: ການທີ່ຈະເປັນແພດສັນນະສູດສົບໄດ້ຕ້ອງເຮັດແບບນີ້ໄດ້ ແລ້ວນັກຮຽນກໍ່ພາກັນເຮັດຫນ້າເຫມືອນຈະຮາກ ແຕ່ກໍ່ຈຳໃຈ ຕ້ອງ ພາກັນເອົານິ້ວມືໄປແຍ່ກົ້ນຄົນຕາຍ ແລ້ວເອົາມາອົມ ເທື່ອລະຄົນຈົນຄົບ ແລ້ວອາຈານກໍ່ເວົ້າວ່າ : ການທີ່ຈະເປັນ ນັັກຮຽນແພດທີ່ດີນັ້ນຕ້ອງຊ່າງສັງເກດ ແລະ ຕາໄວນຳອີກ ເພາະຫາກທຸກຄົນສາຍຕາໄວ ຈະເຫັນໄດ້ວ່າ ອາຈານເອົານິ້ວ ຊີ້ແຍ່ ກົ້ນສົບ ແຕ່ອາຈານອົມນິ້ວກາງ.  555 ++  ((ຄັດ​ມາ​ຈາກ​ກຸ່ມ​ລວມພົນ​ຄົນ​ມັກ​ມ່ວນ))  https://www.facebook.com/groups/340530142684553/ 

 

ຄວາມແຕກຕ່າງລະຫວ່າງຊາຍ-ຍິງ


..ຜູ້ຊາຍ "ຍິ່ງງໍ້ຍິ່ງໄດ້ໃຈ ຍິ່ງໃຫ້ອະໄພຍິ່ງເຮັດຜິດ". ສ່ວນຜູ້ຍິງ "ຍິ່ງເອາໃຈ ຍິ່ງດັດຈະຣິດ ຍິ່ງໃຫ້ສິດ ຍິ່ງຄິດໄປເອງ"..
..ຜູ້​ຊາຍ​ມັກ​ໃຊ້​ຄຳ​ວ່າ​ "ຮັກ" ​ເພື່ອ​ແລກ​ກັບ​ຄຳ​ວ່າ "Sex". ສ່ວນ​ຜູ້ຍິງ​ມັກ​ໃຊ້ຄຳ​ວ່າ "Sex" ​ເພື່ອ​ແລກ​ກັບ​ຄຳ​ວ່າ "ຮັກ"

ໂປຼແກຼມ Dropbox

  ໂປຼແກຼມ Dropbox ໃຊ້ໃນການແບ່ງບັນຂໍ້ມູນ ແລະ ເປັນການຝາກ ຂໍ້ມູນຢູ່ Server. ສົນໃຈສມາດ
ດາວໂຫຼດເລີຍທີ່ : www.Dropbox.com

ປິດສະໜາຈາກຮູບລິງສາມໂຕ (ປິດຫູ ປິດຕາ ປິດປາກ)

~~~เราได้ยินทุกเสียง....แต่ไม่จำเป็นต้อง "ฟัง" ทุกเรื่อง...
~~~เราได้เห็นทุกภาพ....แต่ไม่จำเป็นต้อง "รู้จักและเข้าใจ" ทุกสิ่งที่เห็น...
~~~เราพูดได้ทุกเรื่อง....แต่ไม่จำเป็นต้อง "พูด" ทุกสิ่งที่เราคิด...
โลกแห่งความทุกข์นั้นเกิดขึ้นเพราะเรา "รับ" และนำมา "รู้" ....และอยู่ในโลกแห่งการปรุงแต่ง...
โลกแห่งความสุขนั้น...เกิดขึ้นเพราะเรา "รับ" และ "ปล่อย"....วางลงได้ให้เหมาะแก่กาลและเวลา...


ເລື່ອງຕະລົກ "ໄຮ້ດຽງສາ"

 ໃນຄ່ຳຄືນໜຶ່ງຜົວເມຍຄູ່ໜຶ່ງ ໄດ້ເຮັດກິດຈະກຳຮັກ ໃນຄະນະລູກນ້ອຍ 5 ປີກຳລັງຫຼັບ.
ແຕ່ບັງເອີບ ລູກນ້ອຍໄດ້ຍີນສຽງເນືອງນັນກໍ່ເລີຍລັກມືນຕາເບິ່ງ
ພໍຕື່ນເຊົ້າມາລູກນ້ອຍກໍ່ເລີຍຖາມແມ່ໃນພາເຂົ້າ:
ລູກນ້ອຍ: ມື້ຄື່ນນີ້ແມ່ນັ່ງພໍ່ເຮັດຫຍັງ? ເບິ່ງຄືພໍ່ເຈັບ.
ແມ່: ແມ່ນວດພຸງໃຫ້ພໍ່, ພໍ່ພຸງໃຫຍ່ໂພດເຫັນບໍ່
ພໍ່: (ນຶກໃນໃຈ) ເມຍຂ້ອຍສຸດຫົວໄວ ຕອບໄດ້ດີຫຼາຍ.
ລູກ: ຈ້າງມັນກໍ່ບໍ່ລົງດ໋ອກແມ່ເອີຍ ! ຕອນແມ່ບໍ່ຢູ່ ລູກເຫັນສາວໃຊ້ ເປົ່າລົມເຂົ້າພຸງພໍ່ ບ່ອນແມ່ນັ່ງຫັ້ນລະ. 555++ ((ຄັດມາຈາກກຸ່ມລວມພົນຄົນມັກມ່ວນ)) https://www.facebook.com/groups/340530142684553/