... ມັນຄົງເປັນເລື່ອງທີ່ໜ້າເສົ້າຫາກຄົນເຮົາຕ້ອງບິດບຽນຄວາມຈິງໃນໃຈ ແລ້ວຫັນໄປໃສ່ໜ້າກາກເຂົ້າຫາກັນ ຊີວິດກໍ່ມີແຕ່ຄວາມວາດລະແວງ ພາໃຫ້ຢູ່ບໍ່ເປັນສຸກ ເຖິງຈະສຸກກໍ່ເປັນຄວາມສຸກທີ່ຈອມປອມ ຫາຊື່ນຊົມໃຈໄດ້ຍາກ.
... ມາໆ ເຮົາລອງມາຖອດໜ້າກາກອອກດີບໍ່ ? ຈິ່ງຈະບໍ່ໄດ້ວາດລະແວງຕໍ່ກັນອີກ ຈະເປັນຫຍັງໄປຫາກວ່າຄົນອື່ນ ຈະອ່ານສາຍຕາຂອງເຮົາໄດ້ ຫຼື ແມ້ກະທັ້ງມອງທະລຸເຂົ້າໄປຮອດຫົວໃຈຂອງເຮົາ ເພາະເມື່ອໃດກໍ່ຕາມທີ່ເຮົາບໍ່ໄດ້ປິດບັງ, ອຳພາງ, ບໍ່ຕ້ອງວາງທ່າທີ ຫຼື ເລ່ຫ່ຽມໃດໆອອກມາ.
.... ເມື່ອນັ້ນໃຈຂອງເຮົາຈະໄດ້ມີພະລັງຢ່າງເຕັມທີ່ ທີ່ຈະສ້າງສັນສິ່ງດີໆໃຫ້ມັນເກີດຂື້ນ ແລ້ວເຮົາກໍ່ຈະໄດ້ຄົ້ນພົບພະລັງແຫ່ງຄວາມຈິງໃຈ ມັນເປັນພະລັງທີ່ເກີດຂື້ນຢ່າງລຽບງ່າຍ ເປັນທຳມະຊາດ ແຕ່ມີອານຸພາບເຫຼືອປະມານ.
.... ສະນັ້ນບໍ່ຕ້ອງໄປຢ້ານເລີຍທີ່ຈະເປັນຄົນຈິງໃຈ ເປັນຄົນຊື່ໆ ໃສໆ ປາກກັບໃຈຕົງກັນ ເຖິງເຮົາຈະບໍ່ເກັ່ງ ບໍ່ດີ ບໍ່ເດັ່ນ ບໍ່ໄດ້ເປັນຄົນສຳຄັນ ຂໍພຽງເຮົາມີຄວາມຈິງໃຈຕໍ່ກັນ ໂລກນີ້ກໍ່ຈະມີແຕ່ຄວາມສຸກແລະໜ້າຢູ່ແລ້ວ
ບລ໋ອກໃຕ້ຟ້າສີຄາມນີ້ ຂພຈ ສ້າງຂື້ນມາຫຼີ້ນໆ ແລະ ກໍ່ຫາກະຮຽນເຮັດ ແບບມືສະໝັກຫຼີ້ນ ຖືວ່າບລ໋ອກນີ້ຍັງບໍ່ທັນສົມບູນເທື່ອ ຍັງຕ້ອງໄດ້ດັດແປງ, ແກ້ໄຂຫຼາຍ ອັນຢູ່. ດັ່ງນັ້ນ, ຈິ່ງບໍ່ອາດຈະມີບ່ອນຂາດ ຕົກບົກຜ່ອງ ເພາະບລ໋ອກນີ້ເປັນກ້າວແລກຂອງຂພຈ ທີ່ຫັດເຮັດເອງກັບມື ແລະ ຕໍ່ໄປຄິດວ່າສິພະຍາຍາມ ປັບປຸງ ເຮັດໃຫ້ມັນດີຂື້ນກວ່ານີ້ ແລະ ນຳອອກໄປໃຊ້ສູ່ສາຍຕາມວນຊົນ..ແນ່ນອນ.!
12.29.2555
Avast Antivirus 7ພ້ອມຄີທີ່ໃຊ້ໄດ້ 2038 ປີ
ຕາມທີ່ວ່າຫັ້ນລະ ຫາກໃຜຕ້ອງການຈະເອົາໄປໃຊ້ກໍ່ໃຫ້ກົດເຂົ້າໄປຕາມລິ້ງນີ້ເລີຍ ເພື່ອດາວໂຫຼດເອົາໂປຣແກຣມ ດາວໂຫຼດ Link ຂພຈ ໃຊ້ມາແລ້ວເຫັນວ່າໃຊ້ດີກໍ່ເລີຍເອົາມາແບ່ງປັນ ນີ້ຕົວຢ່າງຮູບພາບ

key : W6754380R9978A0910-4TZ59467
C4545542R9974A0910-UDU29VS1
ວີດີໂອ : http://www.youtube.com/watch?v=sCk1ds8sfPE
key : W6754380R9978A0910-4TZ59467
C4545542R9974A0910-UDU29VS1
ວີດີໂອ : http://www.youtube.com/watch?v=sCk1ds8sfPE
ກຳລັງໃຈຝາກເຖິງໃຜບາງຄົນ
- ເມື່ອມີຮ້ອນ
ກໍ່ມີເຢັນເປັນເຄື່ອງແກ້
ມີມຶດແທ້
ແລ້ວກໍ່ມີເວລາສະຫວ່າງ
ເຖິງຟ້າຄື້ມ
ມົວຝົນທຸກຫົນທາງ
ເມື່ອເມກຈາງກໍ່ຈະກັບ
ເຫັນແສງຈັນ
- ເຊື່ອວ່າເຮົາທຸກຄົນ
ເຄີຍທຸກຍາກ
ແມ້ລ້ຳບາກເທົ່າໃດ
ກໍ່ບໍ່ຫວັ່ນ
ມີກຳລັງໃຈໄວ້ໃຫ້ດີ
ຢ່າໝີມັນ
ຮ່ວມຟາດຟັນອຸປະສັກ
ໃຫ້ສີ້ນໄປ.
=> ອາຈານຄົນໜຶ່ງເລີ່ມການສົນທະນາໃນຊັ້ນຮຽນ ໂດຍຍົກທະນະບັດໃບ 100.000 ກີບອອກມາ ແລ້ວຖາມນັກສຶກສາວ່າ "
ມີໃຜຢາກໄດ້ບໍ່ " ທຸກຄົນຍົກມືຂື້ນ ອາຈານຍ່ອງທະນະບັດນັ້ນຈົນຍໍ່
ແລ້ວຖາມນັກສຶກສາອີກວ່າ " ມີໃຜຍັງຢາກໄດ້ທະນະບັດໃບນີ້ອີກບໍ່ "
ທຸກຄົນຍັງຍົກມືຂື້ນເໝືອນເດີມ.
...... ອາຈານຖາມຕໍ່ໄປອີກວ່າ
" ຖ້າສົມມຸດວ່າທະນະບັດໃບນີ້ຕົກຢູ່ກັບພື້ນ
ແລ້ວມີຄົນຢຽບຢ່ຳຈົນເປື້ອນຈົນສົກກະປົກ ແລ້ວຍັງມີໃຜຢາກໄດ້ອີກບໍ່ "
ນັກສຶກສາທຸກຄົນກໍ່ຕອບວ່າຢາກໄດ້.
...... ອາຈານຈິ່ງກ່າວສະຫຼຸບວ່າ
" ນີ້ຄືສິ່ງທີ່ມີຄ່າທີ່ພວກເຈົ້າໄດ້ຮຽນຮູ້ໃນມື້ນີ້ !
ບໍ່ວ່າພວກເຈົ້າຈະເຮັດຫຍັງກັບທະນະບັດໃບນີ້ ມັນກໍ່ມີລາຄາ 100.000 ກີບຢູ່ຄືເກົ່າ
..... ຊີວິດເຮົາກໍ່ເໝືອນກັນ
ບາງຄັ້ງເຮົາຮູ້ສຶກວ່າຖືກທອດຖີ້ມໃຫ້ຢູ່ຄົນດຽວ ຖືກໃຜຕໍ່ໃຜຊ້ຳເຕີມ ຢຽບຢ່ຳ
ຢ້ຳຢີຈົນຢັບເຢີນ ເພາະຄວາມຜິດພາດໃນການກ້າວເດີນຂອງຊີວິດ
ຈົນເຮັດໃຫ້ເກີດຮູ້ສຶກວ່າຕົນເອງ " ໄຮ້ຄ່າ "ແຕ່ຫາຮູ້ບໍ່ວ່າບໍ່ວ່າສິເກີດອິຫຍັງຂື້ນ " ເຮົາກໍ່ຍັງມີຄຸນຄ່າຂອງຄວາມເປັນຄົນ
"
..... ບໍ່ວ່າຕົວເຮົາຈະສະອາດຫຼືສົກກະປົກກໍ່ຕາມ
ຕົວເຮົາກໍ່ຍັງມີຄ່າທີ່ສຸດສະເໝີ້ຈື່ໄວ້ເດີ້
ຫາກໃຜຍັງເຈີກັບບັນຫາກໍ່ຈົ່ງຢ່າພ້າວຍອມແພ້ເດີ້ ຈົ່ງລຸກຂື້ນມາແກ້ແລະຕໍ່ສູ້
ຈະຄອຍເປັນກຳໃຈໃຫ້...! ສູ້ໆໆໆໆໆໆ.
7.27.2555
ກອນກະວີ "ເສັ້ນທາງທີ່ຖືກຕັດ"
- ສອງເຮົາຮັກກັນໄດ້ ພຽງແຕ່ສອງເດືອນປາຍ
ຮັກກັບກາຍເປັນຊັງ ດັ່ງຄຳບູຮານເວົ້າ
ຮັກເຮົາຖືກເພມ້າງ ເພາະນາງໃຈບໍ່ຊື່
ຮັກອ້າຍຄືທ່ອນໄມ້ ຖືກບັ່ນຜ່າກາງ
- ອ້າຍຈິ່ງຍອມຫຼີກເວັ້ນ ຈາກເສັ້ນທາງທີ່ເຄີຍໄຕ່
ໃຫ້ນາງມີທາງໄປ ໄຕ່ຕາມກັບຊາຍຊູ້
ຈະບໍ່ຂໍເປັນກ້າງ ຂວາງທາງຄົນອື່ນ
ຈະຂົມຂື່ນຫຼືເຈັບຊ້ຳ ກໍ່ທົນໄດ້ລູກຜູ້ຊາຍ
- ຕັດສີນໃຈໃຫ້ໝົດສີ້ນ ຈາກຄົນທີ່ຄິດຄົດ
ເຄີຍຄິດທໍລະຍົດ ຕໍ່ຮັກເຮົາມາແລ້ວ
ຈະຮັກຄົນທີ່ຮັກແທ້ ບໍ່ແປໄປແນວອື່ນ
ຈະຮັກດຽວກັບຄົນທີ່ຮັກແທ້ ມອບໃຈໃຫ້ແກ່ເຮົາ.
ກອນກະວີ "ຄົນທີ່ຖືກລືມ"
- ຮັກເຮົາຂາດສະບັ້ນ ເພາະຊາຍອື່ນເຂົາມາແຊງ
ຄົນທີ່ໝາຍປອງໄວ້ ຕ້ອງນ້ຳຕາເຊັດເຂົ່າ
ເພາະເຈົ້າບໍ່ຮັກແທ້ ແປປີ້ນປ່ຽນແປງ
- ຄົນຜິດຫວັງຕ້ອງນັ່ງເສົ້າ ນ້ຳຕາຫຼັ່ງໄຫຼລີນ
ສ້າງບາດແຜໃຫ້ເປັນແປ້ວ ກາງຫົວໃຈໃຫ້ເປັນດ່າງ
ແລ້ວປ່ອຍປະໃຫ້ຊ້ຳ ຈົນອ້າຍຫຼັ່ງນ້ຳຕາ
- ຖ້າຫາກມີຊາດໜ້າ ຂໍຢ່າໄດ້ພົບເຫັນ
ຂໍຮັກຍິງທີ່ຮັກໝັ້ນ ຈິດໃຈງາມຂາວຜ່ອງ
ຄົນໜ້າພຣະໃຈມານຄືຈັ່ງນ້ອງ ຂໍຢ່າໄດ້ພົບເຫັນ
- ອ້າຍຂໍອວຍພອນໃຫ້ເຈົ້າ ສຸກສົມຫວັງກັບແຟນໃໝ່
ຄົນທີ່ເຄີຍເຈັບຊ້ຳ ໃຫ້ລືມສາຢ່າໄດ້ຫ່ວງ
ເພາະຖືກລວງຫຼອກແລ້ວ ຕາຍໜ້າຊ່າງມັນ.
ກອນກະວີ "ຢ່າໝີ່ນຄົນຈົນ"
- ຄົນເຮົາຢູ່ຮ່ວມໂລກ ກ້ວາງໃຫຍ່ໄພສານ
ການດຳລົງຊີວິດ ແຕກຕ່າງກັນໄປເລີ້ອຍ
ບາງຄົນລວຍຫຼາຍລົ້ນ ບາງຄົນຈົນເຫຼືອທີ່
ທຸກບໍ່ມີບ່ອນເວົ້າ ເຂົານັ້ນກໍ່ແມ່ນຄົນ
- ເຖີງຈະຈົນເຄື່ອງໃຊ້ ວັດຖຸຄ່າເງີນຄຳ
ແຕ່ນ້ຳໃຈຄົນຈົນ ຜ່ອງໃສຄືແກ້ວ
ແສງແວວວາວໃສເຫຼືອມ ບໍລິສຸດທຸກຢ່າງ
ນາງຄົນງາມຢ່າໝີ່ນເວົ້າ ວ່າຄົນໄຮ້ສີ້ນຄ່າຄົນ
- ຕົ້ນໄມ້ລົ້ນຂ້າມໄດ້ ແຕ່ຄົນຢືນຢ່າມາຢ່ຳ
ຢ່າລວນລາມຫົວໃຈ ກຽດຊັງເປັນຄົນໄຮ້
ຫົວໃຈຍັງບໍ່ຢຸດເຕັ້ນ ລົມຫາຍໃຈຍັງມີຢູ່
ເລືອດເນື້ອມີເຊັ່ນເຈົ້າ ຂໍເຊົາເວົ້າຢ່າກ່າວເລີຍ
- ຄົນຈົນທຸກຄົນນັ້ນ ໃຫ້ຄິດວ່າເປັນຄົນ
ມີຊີວິດສັງຂານ ຮ່າງກາຍຄືເຈົ້າ
ເຂົາກໍ່ກີນທັງເຂົ້າ ຢ່າກ່າວກາຍດູໝີ່ນ
ຄຳນີນທາຈາກເຈົ້າ ຂໍເຊົາເວົ້າຢ່າກ່າວເລີຍ
- ທັງຄົນມີຫຼືທຸກນັ້ນ ສິດທິເທົ່າທຽມກັນ
ຢ່າແບ່ງປັນສັກສີ ຍົດຖາຊົນຊັ້ນ
ຄົນຄືກັນຢ່າຮ່າມເວົ້າ ດູຖູກກັນຢຽດຢ່ຳ
ເຖິງຕົວດຳໜ້າກ່ຳຮ້າຍ ເໜືອ - ໃຕ້ກໍ່ແມ່ນຄົນ
- ເຖິງບໍ່ມີທຸກຢ່າງພ້ອມ ສູ້ຢູ່ບໍ່ເຄີຍຖອຍ
ບໍ່ລໍຄອຍເດືອນດາວ ກ່າວສູງພຽງຟ້າ
ຄົນຈົນບໍ່ເຄີຍເວົ້າ ໃຫ້ສັງຄົມຂົມຂື່ນ
ມີຫົວໃຈໃຫຍ່ກວ້າງ ໃສເຫຼື້ອດັ່ງຄຳ.
ກອນກະວີ "ອະດີດຮັກໃຕ້ແສງຈັນ"
- ແນມເຫັນດາວລະດາດຟ້າ ນະພາພາກພາຍບົນ
ອ້າຍແຫງນແນມຫານ້ອງ ໃນຈັນທີ່ໃສສ່ອງ
ຫວັງພົບໜ້ານາດນ້ອງ ປະສານຈ້ອງສ່ອງຢູ່ຈັນ.
- ຄິດເຖິງຄັ້ງກ່ອນນັ້ນ ເມື່ອເຮົາຮ່ວມຮຽງສອງ
ໃຕ້ແສງຈັນສັນຍາກ້ຽວ ຮັກດຽວບໍ່ໝາຍຫ່າງ
ເໝືອນດັ່ງດາວບໍ່ຮ້າງ ຮຽງຂ້າງຄູ່ຈັນ.
- ບັດນີ້ ! ແສນສິຫວານຊາບຊຶ້ງ ກັບຂົມຂື່ນປານເຂົາຮໍ
ຍ້ອນນ້ອງພອຍໄກອ້າຍ ໜີໄປບໍ່ໂຄ້ງຕ່າວ
ລືມຄືນຈັນຄູ່ດາວ ລືມສັນຍາທີ່ກ່າວໄວ້ ໄລອ້າຍບໍ່ສັ່ງລາ.
- ຍີນຂ່າວວ່ານ້ອງຫຼ້າ ມີໃໝ່ໃຈສອງ
ບໍ່ອິດູຕົນອ້າຍ ຜູ້ໝາຍດອມເນື້ອອຸ່ນໆ
ຫຼື ບຸນຊາຍບໍ່ພ້ອມ ແສນສິຍົກເຢັ່ງຢື້ ມືຄ້ວາໄຂ່ວບໍ່ເຖິງ ບໍ່ນໍ !
- ຍິ່ງຄິດຍິ່ງເວີ່ງວ້າງ ເວຫວ່າງໃນຫົວໃຈ
ໝາຍຢາກບຸລົງພື້ນ ຜືນດີນໂລກລຸ່ມ
ລາງເທື່ອຫາຍເລື່ອງຮ້ອນ ຮົມໄໝ້ກະໜ່ຳໃຈ.
- ຂໍວິ່ງວອນເທບໄທ້ ອົງເອກອີນທາ
ສະເດັດດົນໃຈໃຫ້ ນວນນາງຜູ້ໄກຖີ່ນ
ກັບສູ່ດີນແຫ່ງຫ້ອງ ເຮືອນຢ້າວຖີ່ນສະຖານ ແດ່ທ້ອນ !
สมัครสมาชิก:
บทความ (Atom)