7.07.2555

​ເສຍດາຍ​ຄົນ​ຕາຍ​ບໍ່​ໄດ້​ອ່ານ​ ^_^

 1. ຢ້ານລູກມີເພດສຳພັນໃນໄວຮຽນຈະເຮັດແນວໃດ?
  • ບໍ່ຢາກໃຫ້ເກີດ ຕ້ອງເອົາປັນຍາໃສ່ໃນມືລູກ
  • ໃຫ້ເງິນລູກໜອ້ຍໆ ໃຫ້ຄວາມຮູ້ແກ່ລູກຫຼາຍໆ
  • ດ່າລູກໜອ້ຍໆ ໃຫ້ຄຳສອນລູກຫຼາຍໆ
2. ໄຫວ້ພຣະຂໍພອນອີ່ຫຍັງດີ?
  • (1) ຂໍຢ່າໃຫ້ໂລບຈົນບໍ່ມືນຫູມືນຕາ
  • (2) ຂໍຢ່າໃຫ້ໃຈຮ້າຍຈົນທຳຮ້າຍໂຕເອງ
  • (3) ຂໍຢ່າໃຫ້ຫຼົງຈົນບໍ່ຮູ້ດີຮູ້ຊົ່ວ
  • (4) ຂໍຢ່າໃຫ້ຕາຍໃນສົງຄາມລະຫວ່າງຄົນເຮົານຳກັນ
3. ອຸກໃຈກັບປັນຫາຫຼາຍຢ່າງຊິເຮັດຈັ່ງໃດດີ?
  • ປາທີ່ຍັງບໍ່ຕາຍຢູ່ ຍ່ອມຮູ້ທີ່ຈະລອຍຕ້ານນ້ຳ
  • ສ່ວນປາທີ່ຕາຍມັກໄຫຼໄປຕາມນ້ຳ
  • ປັນຫາເຮັດໃຫ້ຄົນທຳມະດາຍອມແພ້ ແຕ່ເຮັດໃຫ້ຄົນທີ່ມີປັນຍາລຸກຂື້ນມາແກ້ໄຂ
4. ຜິດກັບແຟນຈົນບໍ່ມີສະມາທິເຮັດວຽກຈະເຮັດແນວໃດດີ?
  • ວຽກສ່ວນວຽກ ແຟນສ່ວນແຟນ
  • ຮູ້ຈັກແບ່ງເວລາໃຫ້ວຽກ ຮູ້ຈັກແບ່ງເວລາໃຫ້ແຟນ
  • ຢ່າເສຍວຽກຍ້ອນແຟນ ຢ່າເສຍແຟນຍ້ອນວຽກ
5. ໃຈຮ້າຍ ຖືກໝູ່ເວົ້າຂວັນ
  • ໂບຮານເພີ່ນວ່າບໍ່ມີໃຜເຕະໝາທີ່ຕາຍແລ້ວ
  • ເຈົ້າຖືກເວົ້າຂວັນສະແດງວ່າເຈົ້າຍັງມີຄວາມໝາຍ
  • ເຈົ້າເປັນຄົນໂຊກດີ ຢູ່ດີໆກະມີແວ່ນແຍງວິເສດສະທ້ອນຄວາມຂີ້ຮ້າຍ ໃຫ້ເຫັນຈຸດບົກຜ່ອງຂອງໂຕເອງ
6. ຈັບໄດ້ວ່າແຟນມີກິກເຮັດຈັ່ງໃດດີ?
  • (1) ຖາມໂຕເອງວ່າເຮົາດີກັບເຂົາພໍຫຼືບໍ່
  • (2) ລະຫ່ວາງເຮົາກັບກິກ ມີຂໍ້ດີຂໍ້ເສຍຕ່າງກັນບ່ອນໃດ
  • (3) ຖາມແຟນວ່າຊິເລືອກໃຜກໍ່ໃຫ້ເລືອກໄວໆ ບໍ່ຮັກຂ້ອຍຢ່າເຮັດໃຫ້ຂ້ອຍຕ້ອງເສຍເວລາ
7. ຖືກເພື່ອນຮ່ວມງານຍາດຊິງເອົາໜ້າຈະເຮັດແນວໃດດີ?
  • ເຂົາຍາດຈາກເຮົາໄດ້ພຽງແຕ່ຜົນງານເທົ່ານັ້ນ ແຕ່ເຂົ້າບໍ່ສາມາດຍາດຄວາມຮູ້ແລະຄວາມສາມາດໄປຈາກເຮົາໄດ້
8. ວຽກຫຼາຍໂພດເຮັດແນວໃດດີ?
  • 1) ຮູ້ວ່າວຽກຫຼາຍຕ້ອງຟ້າວເຮັດ
  • (2) ຢ່າເກັບວຽກຂ້າມປີຂ້າມຊາດ
  • (3) ລຽງລຳດັບຄວາມສຳຄັນຂອງວຽກ ສຳຄັນກ່ອນໃຫ້ຟ້າວເຮັດ ສຳຄັນໜ້ອຍຄ່ອຍທະຍອຍເຮັດ
9. ເຮັດວຽກດີມີແຕ່ຄົນອິດສາຊິຮັບມືແນວໃດດີ?
  • ໂບຮານເພີ່ນວ່າ ໄມ້ໃຫຍ່ຍ່ອມຖືກຂວານຄົມຟັນລົ້ມ
  • ຄົນເດັ່ນຕ້ອງມີຄົນດ່າ ຄົນມີປັນຍາຈຶ່ງມີຄົນລອງດີ
  • ຄົນເຮັດວຽກດີຈຶ່ງມີຄົນອິດສາ ປະກົດການເຊັ່ນວ່ານີ້ ເປັນຂອງທຳມະດາ ເຮັດວຽກດີຈົນມີຄົນອິດສາ
  • ຍັງດີກ່ວາເຮັດວຽກບໍ່ດີ ທີ່ຖ້າອິດສາຫມູ່
10. ເຮັດວຽກເກືອບຕາຍ ເງິນບໍ່ພໍໃຊ້ເຮັດແນວໃດດີ?
  • (1) ຫາວຽກໃໝ່
  • (2) ລົດຄວາມຕ້ອງການໃຫ້ໜ້ອຍລົງ ຢູ່ກັບຄວາມຈິງໃຫ້ຫຼາຍຂຶ້ນ
  • (3) ບໍລິໂພກປັດໃຈສີ່ ໂດຍເບີ່ງປະໂຫຍດ ຢ່າເບີ່ງເພື່ອປະດັບ
  • (4) ເຮັດບັນຊີລາຍຮັບລາຍຈ່າຍ ຮັບຫຼາຍກ່ວາຈ່າຍຈຶ່ງຖືວ່າດີ ຈ່າຍຫຼາຍກ່ວາຮັບຖືວ່າບໍ່ດີ
11. ຖືກນາຍດ່າອາລົມບໍ່ດີ
  • ຄົນທີ່ດ່າຄົນອື່ນສະທ້ອນໃຫ້ເຫັນວ່າລະບົບພາຍໃນກຳລັງເສຍ
  • ຄົນອາລົມບໍ່ດີເພາະຖືກດ່າ ສະແດງວ່າອາລົມຂອງໂຕເອງກຳກັງເສຍໄປນຳ
12. ໄຖ່ຊີວິດງົວໄດ້ບຸນຫຼາຍບໍ່?
  • ຖ້າໄຖ່ແລ້ວງົວມີຊີວິດລອດ ເຈົ້າໄດ້ບຸນ ແຕ່ຫາກໄຖ່ໄປເພື່ອເຮັດໃຫ້ວັດຢູ່ລອດ ເຈົ້າໄດ້ບາບ
  • ແທນທີ່ຈະໄຖ່ງົວຄວາຍ ເຈົ້າຄວນໄຖ່ຖອນໂຕເອງໃຫ້ພົ້ນຈາກຄວາມໂລບ ໂກຼດ ຫລົງ ດີກ່ວາ
13. ແຟນຕິດໜັງເກົາຫຼີ ເບິ່ງໜົດຄືນບໍ່ຍອມນອນ
  • ຂໍໃຫ້ຄິດວ່າຢ່າງໜ້ອຍລາວຍັງນັ່ງເບິ່ງຢູໃນເຮືອນ ເຖິງລາວຈະຕິດໜັງເກົາຫຼີ ກະຍັງດີກ່ວາຕິດຜູ້ບ່າວທີ່ຢູ່ນອກເຮືອນ
14. ລູກຄ້າລຳລິລຳໄລເຮັດແນວໃດດີ
  • ມີລູກຄ້າລຳລິລຳໄລຍັງດີກ່ວາໝົດມື້ບໍ່ມີລູກຄ້າເຂົ້າມາ ລູກຄ້າລຳລິລຳໄລໄດ້ ແຕ່ເຈົ້າຕ້ອງເຮັດໃຫ້ເຂົາປະທັບໃຈຕະຫຼອດ
15. ໄປງານວັນເກີດຄວນໄດ້ອີຫຍັງ?
  • (1) ໄດ້ຖາມໂຕເອງວ່າເຮົາເກີດມາເພື່ອຫຍັງ
  • (2) ໄດ້ຖາມໂຕເອງວ່າເກີດມາຈາກໃຜ
  • (3) ໄດ້ຖາມໂຕເອງວ່າເຮົາກະຕອບແທນບຸນຄຸນຕໍ່ຜູ້ໃຫ້ກຳເນີດແລ້ວຫຼືຍັງ
16. ສູດມົນບົດໃດດີ?
  • (1) ສູດພຸດທະຄຸນເພື່ອເຕືອນວ່າ ຈົ່ງເປັນຜູ້ຕື່ນ
  • (2) ສູດທຳມະຄຸນເພື່ອເຕືອນວ່າ ຈົ່ງເວັ້ນສິ່ງທີ່ຄວນເວັ້ນ ຈົ່ງເຮັດສິ່ງທີ່ຄວນເຮັດ
  • (3) ສູດສັງຂະຄຸນເພື່ອເຕືອນວ່າ ພຣະອະຣະຫັນທີ່ແທ້ ຄືພໍ່ກັບແມ່ທີ່ຢູ່ໃນເຮືອນຂອງເຮົານັ້ນເອງ
17. ຜົວບໍ່ສົນໃຈທັມມະເລີຍເຮັດແນວໃດດີ?
  • (1) ເຮົາຄວນມີທັມມະໃຫ້ເຂົາເບິ່ງ
  • (2) ເຮົາຄວນຢູ່ໃຫ້ເຂົາເຫັນ
  • (3) ເຮົາຄວນສະຫງົບເຢັນໃຫ້ເຂົາໄດ້ສຳຜັດ ເພາະ ໜຶ່ງການກະທຳສຳຄັນກ່ວາພັນຄຳເວົ້າ
18. ມີຄົນຂັບລົດຕັດໜ້າ ໃຈຮ້າຍແຮງ ເຮັດແນວໃດດີ?
  • (1) ບອກໂຕເອງສະເໝີວ່າ ໃຈຮ້າຍຄືໂງ ໂມໂຫຄືບ້າ ດ່າຄືມານ ທໍຣະມານຄືບາບ
  • (2) ປ່ຽນການດ່າເປັນການແຜ່ເມດຕາໃຫ້ເຂົາເຖິງຈຸດໝາຍໂດຍປອດໄພ
  • (3) ເຕືອນໂຕເອງໄວ້ວ່າ ຢ່າຂັບລົດຕັດໜ້າຄົນ ເພາະອາດມີອັນຕະລາຍຮອບດ້ານ
19. ຢູ່ໃນກຸ່ມພວກມັກເວົ້າຂວັນຊິຕີໂຕອອກຫ່າງດີບໍ່?
  • ທ່ານພຸດທະທາດກ່າວວ່າ ຄົນມັກເວົ້າຂວັນແມ່ນຄົນທີ່ມັກກິນຂອງເນົ່າ ຖ້າເຮົາຮ່ວມກຸ່ມໄປກັບເຂົາ ສະແດງວ່າເຮົາເອງກະມັກກິນຂອງເນົ່າຄືກັນ
20. ເປັນຫຍັງຕ້ອງພົບພໍ້ກັບສິ່ງທີ່ບໍ່ມັກຕະຫຼອດແທ້?
  • ຜູ້ຮູ້ບອກວ່າ ສິນລະປິນຢ່າດູມິ່ນສິນລະປະ ກອງຂີ້ເຫຍື້ອເບິ່ງດີໆຍັງມີສິລ. ດັ່ງນັ້ນສິ່ງໃດທີ່ເຈົ້າບໍ່ມັກ ຍ່ອມມີແງ່ມຸມທີ່ເຈົ້າມັກຢ່າງແນ່ນອນ ເບິ່ງຢ່າງລະອຽດຈະເຫັນວ່າ ໃນດີມີເສຍ ໃນເສຍມີດີ
โดย :  ว. วชีรเมธี.

ສາລະໜ້າຮູ້ "ຕົກ​ໃຈ​ຈົນໜ້າຊີດ"

ທ່ານຮູ້ບໍ່ວ່າໃນເວລາເຮົາຕົກໃຈເປັນຫຍັງໜ້າເຮົາຈິ່ງຊີດອັນນີ້ເນື່ອງມາຈາກເລືອດ ຢູ່ບໍລິເວນແກ້ມຈະໄຫຼຢ້ອນກັບ ໄປຢ່າງໄວວາເພື່ອເຮັດໜ້າທີ່ສຸກເສີນຄື ໃຫ້ສານອາຫານແລະອົກຊີແຊນແກ່ກ້າມຊີ້ນສ່ວນອື່ນໆ ເນື່ອງຈາກວ່າ ຮ່າງກາຍບໍ່ໄດ້ຕຽມພ້ອມຢູ່ຕະຫຼອດເວລາ ວ່າຈະຕ້ອງປະເຊີນກັບຄວາມຕົກໃຈ. ສະນັ້ນ, ເມື່ອເລືອດໄຫຼອອກໄປ ຈາກແກ້ມຂອງເຮົາຈິ່ງເປັນເຫດເຮັດໃຫ້ເຮົາໜ້າຊີດ.       ((ຈາກ​ວາລະສານ​ມະຫານ​ຊົນ))

ສາລະໜ້າຮູ້ "ລູກ​ແຝດ"

Joseft Megele ນັກວິທະຍາສາດສະໄໝການປົກຄອງຂອງຮິດເລີ ໄດ້ທຳການທົດລອງກ່ຽວກັບສາຍພັນໃໝ່ຂອງ ມວນມະນຸດ ໂດຍຈະສ້າງໃຫ້ຄົນທີ່ຢູ່ພາຍໃຕ້ການປົກຄອງຂອງຮິດເລີສະໄໝນັ້ນໃຫ້ກາຍເປັນຊາວເຢຍລະມັນ. ແຕ່ໂຄງການນີ່ຖືກຍົກເລີກພາຍຫຼັງກອງທັບຂອງຮິດເລີຖືກປະລາໄຊ ໃຫ້ແກ່ກອງທັບແດງໂຊຫວຽດ ແຕ່ຜົນພວງ ຈາກການເສຍຫາຍຂອງການຜິດພາດທາງການທົດລອງໃນຄັ້ງນັ້ນ ເຮັດໃຫ້ຜູ້ຍິງຖືພາ (ຈຳນວນ1ໃນ5) ໃນເມືອງ ນ້ອຍແຫ່ງໜຶ່ງຂອງປະເທດເບຼຊີນ ລ້ວນແຕ່ໄດ້ລູກແຝດ ແລະ ມີຮູບຮ່າງລັກສະນະເປັນຊາວເອີລົບ (ເຢຍລະມັນ) ທັງໝົດ. ດັ່ງນັ້ນໃນປີ1960 ລາວຈິ່ງໄດ້ກັບໄປທີ່ເອມາລິກາລາຕີນອີກຄັ້ງໜຶ່ງ ເພື່ອແຈກຢາຍຢາປີ່ນປົວໃຫ້ແກ່ຜູ້ຍິງ ນັບວ່າເປັນຄວາມຜິດພາດທີ່ໜ່າອັບອາຍທີ່ສຸດໃນການທົດລອງທາງວິທະຍາສາດຂອງລາວ.
((ຈາກວາລະສານມະຫາຊົນ))

ສາລະໜ້າຮູ້ "ສ້າງ​ຍຸງ​ຂື້ນ​ມາ​ກັດ​ຍຸງ"

ຖືວ່າເປັນເລື່ອງທີ່ຮືຮາແລະເປັນເລື່ອງທີ່ໜ້າສົນໃຈທີ່ສຸດ ສຳຫຼັບການທົດລອງໃໝ່ຂອງນັກວິທະຍາສາດ ທີ່ໄດ້ສ້າງ  ຍຸງຊະນິດໃໝ່ຂື້ນມາ ເພື່ອໄປກຳຈັດຍຸງທີ່ມີເຊື້ອມາເລເລຍ  ໂດຍທີ່ຍຸງຊະນິດໃໝ່ນີ້ຈະຖືກປູກຢີນຊະນິດພິເສດລົງໄປ ແລະເຮັດໃຫ້ມັນເຫັນແລະສາມາດຮູ້ໄດ້ວ່າຍຸງໂຕໃດມີເຊື້ອມາເລເລຍ ແລະມັນຈະເຂົ້າໄປໄລ່ກັດັນທີ. ເຖິງແນວໃດກໍ່ ຕາມ ນັກວິທະຍາສາດເວົ້າວ່າ : ມັນຍັງຢູ່ໃນຂັ້ນຕອນຂອງການພັດທະນາ ແລະ ສາມາດປ່ອຍອອກສູ່ສະພາບແວດ ລ້ອມຢ່າງເປັນທາງການປະມານ 10 ປີຂ້າງໜ້າ.  ((ຈາກວາລະສານມະຫາຊົນ))

ສາລະໜ້າຮູ້ "ສ້າງ​ໃຍ​​ໄໝຈາກ​ແບ້"

ຫຼາຍຄົນອາດຈະບໍ່ເຊື່ອວ່າແບ້ຈະສາມາດຜະລິດໃຍໄໝໄດ້ ຈາກການທົດລອງນີ້ທ່ານຕ້ອງຮູ້ສຶກຕະລຶງເຖິງຄວາມ ກ້າວໜ້າ ຂອງນັກວິທະຍາສາດໃນຍຸກປະຈຸບັນ ໂດຍການຮ່ວມມືລະຫວ່າງ Nexia Biootechnoloies ຮ່ວມມືກັບ Soldier Bidogical Chemical Command ( SBCCOM ) ໂດຍການນຳໃຊ້ຢີນມາຈາກແມງມູມເອົາມາໃສ່ໃນແມ່ແບ້ ທີ່ກຳລັງຈະເກີດລູກ. ເມື່ອລູກອອກມາທຸກຢ່າງ ແມ່ນຍັງເປັນແບ້ທັງຮູບຮ່າງລັກສະນະ ແລະ ພຶດຕິກຳ. ແຕ່ໃນເວລາ ທີ່ແບ້ສາມາດໃຫ້ນົມໄດ້ ແບ້ຈະມີສານພິເສດທີ່ສາມາດນຳມາສະກັດອອກມາເປັນໃຍໄໝໄດ້.
((ຈາກວາລະສານມະຫາຊົນ))

ສາລະໜ້າຮູ້ "ສານ​ຂ້າ​ຄວາມ​ເຈັບ​ປວດ"

ເຮົາອາດຈະເຄີຍເຫັນນັກກິລາເຕະບານ ເວລາໄດ້ຮັບບາດເຈັບໃນຊ່ວງການແຂ່ງຂັນ ຍັງສາມາດແຂ່ງຂັນໄດ້ຈົນ ຈົບເກມ ຫຼື ວ່າທະຫານທີ່ໄດ້ຮັບບາດເຈັບໃນສະໝາມຍັງສາມາດຕໍ່ສູ້ໄດ້ອີກ ເຂົາເຈົ້າບໍ່ມີຄວາມເຈັບປວດບໍ ? ຄຳຖາມນີ້ມີຄຳຕອບຈາກນັກວິທະຍາສາດໄດ້ມີການພິສູດແລ້ວວ່າ ເມື່ອມະນຸດປະເຊີນສະຖານະການທີ່ຕຶງຄຽດ ສະໝອງຈະເລັ່ງສານຊະນິດໜຶ່ງອອກມາຢັບຢັ້ງຄວາມເຈັບປວດເອົາໄວ້ ເຮັດໃຫ້ມະນຸດຕໍ່ສູ້ກັບຄວາມເຈັບປວດໄດ້.
((ຂໍ້ມູນສ່ວນໜຶ່ງຂອງວາລະສານມະຫາຊົນ))

ສາລະໜ້າຮູ້ "ກະ​ພິດຕາ"

ຕະຫຼອດຊີວິດຂອງຄົນເຮົາຕ້ອງມີການກະພິບຕາທຸກໆ 6 ວິນາທີ ແລະ ກ້າມເນື້ອຈະເຄື່ອນໄຫວປະມານ 10.000 ຄັ້ງຕໍ່ວັນ ຖ້າທຽບກັບການເຮັດວຽກຂອງກ້າມເນື້ອຂາແລ້ວ ຈະເທົ່າກັບການແລ່ນໃນໄລຍະທາງ 80 ກມ ຕໍ່ວັນ.
((ຂໍ້ມູນສ່ວນໜຶ່ງຂອງວາລະສານມະຫາຊົນ))