… ຍັງມີພໍ່ອຸປາສົກຄົນໜຶ່ງຍ່າງຢູ່ບໍລິເວນຫາດຊາຍ
ໄດ້ພົບເຫັນຄົນເຮືອກຳລັງລາກເຮືອຂອງຕົນ ອອກຈາກຫາດຊາຍລົງສູ່ແມ່ນ້ຳ
ເພື່ອທີ່ຈະໄປຮັບຜູ້ໂດຍສານ
... ຍາມນັ້ນກໍ່ພໍດີມີອາຈານເຊນຍ່າງຜ່ານມາ
ອຸປາສົກຜູ້ນີ້ຈິ່ງເຂົ້າໄປຖາມອາຈານເຊນວ່າ
ທ່ານອາຈານເມື່ອກີ້ຄົນເຮືອລາກເຮືອຈາກຫາດຊາຍລົງໄປແມ່ນ້ຳ ເພື່ອຮັບຜູ້ໂດຍສານ
ເຮັດໃຫ້ບັນດາປູ ປາ ກຸ້ງ ຫອຍ ຖືກເຮືອທັບຕາຍເປັນຈຳນວນຫຼວງຫຼາຍ
ຖ້າຕົກຢູ່ໃນກໍລະນີແບບນີ້ ບາບກຳຈະເປັນຂອງໃຜລະຫວ່າງຄົນເຮືອ ແລະ ຜູ້ໂດຍສານ.
• ອາຈານເຊນກໍ່ຕອບວ່າ "ບາບບໍ່ໄດ້ຕົກຢູ່ທີ່ຄົນເຮືອ ຫຼື ຜູ້ໂດຍສານດ໋ອກ"
• ອຸປາສົກເຮັດສີໜ້າແບບງງົງແລະອຸທານອອກມາວ່າ " ອ໋າວຖ້າເຊັ່ນນັ້ນແລ້ວບາບຈະຕົກເປັນຂອງໃຜລະທ່ານອາຈານ "
• ອາຈານເຊນ : ບາບກຳນັ້ນຈະຕົກຢູ່ກັບຕົວທ່ານ
ເພາະຄົນເຮືອເຂົາທຳງານສຸດຈະຣິສເພື່ອຫາລ້ຽງຊີບ
ສ່ວນຜູ້ໂດຍສານກໍ່ມີຈຸດປະສົງຈະຂ້າມແມ່ນ້ຳ ປູ ປາ ກຸ້ງ ຫອຍ
ລີ້ຊ້ອນຕົວຢູ່ແຄມຫາດຊາຍຈິ່ງຖືກເຮືອທັບຕາຍ
ກຳບໍ່ໄດ້ເປັນພຽງແຕ່ສອງຝ່າຍແຕ່ເປັນສາມຝ່າຍ ທັງຄົນເຮືອ, ຜູ້ໂດຍສານ ແລະສັດ
ຈະຖືເປັນບາບຂອງຝ່າຍໃດໜຶ່ງແມ່ນເປັນໄປບໍ່ໄດ້ ເພາະທັງສາມຝ່າຍລ້ວນແລ້ວແຕ່ໄຮ້ຈິດ
(ບໍ່ມີເຈຕະນາ)... ບາບກຳເກີດຈາກຈິດ ເມື່ອໄຮ້ຈິດກໍ່ບໍ່ເປັນບາບ
ແຕ່ອຸປາສົກມີເຈຕະນາເພື່ອຫາຜິດ ເມື່ອອຸປາສົກມີຈິດເຈຕະນາ
ບາບກຳຈິ່ງຕົກເປັນຂອງທ່ານອຸປາສົກ.