7.07.2555

​ເສຍດາຍ​ຄົນ​ຕາຍ​ບໍ່​ໄດ້​ອ່ານ​ ^_^

 1. ຢ້ານລູກມີເພດສຳພັນໃນໄວຮຽນຈະເຮັດແນວໃດ?
  • ບໍ່ຢາກໃຫ້ເກີດ ຕ້ອງເອົາປັນຍາໃສ່ໃນມືລູກ
  • ໃຫ້ເງິນລູກໜອ້ຍໆ ໃຫ້ຄວາມຮູ້ແກ່ລູກຫຼາຍໆ
  • ດ່າລູກໜອ້ຍໆ ໃຫ້ຄຳສອນລູກຫຼາຍໆ
2. ໄຫວ້ພຣະຂໍພອນອີ່ຫຍັງດີ?
  • (1) ຂໍຢ່າໃຫ້ໂລບຈົນບໍ່ມືນຫູມືນຕາ
  • (2) ຂໍຢ່າໃຫ້ໃຈຮ້າຍຈົນທຳຮ້າຍໂຕເອງ
  • (3) ຂໍຢ່າໃຫ້ຫຼົງຈົນບໍ່ຮູ້ດີຮູ້ຊົ່ວ
  • (4) ຂໍຢ່າໃຫ້ຕາຍໃນສົງຄາມລະຫວ່າງຄົນເຮົານຳກັນ
3. ອຸກໃຈກັບປັນຫາຫຼາຍຢ່າງຊິເຮັດຈັ່ງໃດດີ?
  • ປາທີ່ຍັງບໍ່ຕາຍຢູ່ ຍ່ອມຮູ້ທີ່ຈະລອຍຕ້ານນ້ຳ
  • ສ່ວນປາທີ່ຕາຍມັກໄຫຼໄປຕາມນ້ຳ
  • ປັນຫາເຮັດໃຫ້ຄົນທຳມະດາຍອມແພ້ ແຕ່ເຮັດໃຫ້ຄົນທີ່ມີປັນຍາລຸກຂື້ນມາແກ້ໄຂ
4. ຜິດກັບແຟນຈົນບໍ່ມີສະມາທິເຮັດວຽກຈະເຮັດແນວໃດດີ?
  • ວຽກສ່ວນວຽກ ແຟນສ່ວນແຟນ
  • ຮູ້ຈັກແບ່ງເວລາໃຫ້ວຽກ ຮູ້ຈັກແບ່ງເວລາໃຫ້ແຟນ
  • ຢ່າເສຍວຽກຍ້ອນແຟນ ຢ່າເສຍແຟນຍ້ອນວຽກ
5. ໃຈຮ້າຍ ຖືກໝູ່ເວົ້າຂວັນ
  • ໂບຮານເພີ່ນວ່າບໍ່ມີໃຜເຕະໝາທີ່ຕາຍແລ້ວ
  • ເຈົ້າຖືກເວົ້າຂວັນສະແດງວ່າເຈົ້າຍັງມີຄວາມໝາຍ
  • ເຈົ້າເປັນຄົນໂຊກດີ ຢູ່ດີໆກະມີແວ່ນແຍງວິເສດສະທ້ອນຄວາມຂີ້ຮ້າຍ ໃຫ້ເຫັນຈຸດບົກຜ່ອງຂອງໂຕເອງ
6. ຈັບໄດ້ວ່າແຟນມີກິກເຮັດຈັ່ງໃດດີ?
  • (1) ຖາມໂຕເອງວ່າເຮົາດີກັບເຂົາພໍຫຼືບໍ່
  • (2) ລະຫ່ວາງເຮົາກັບກິກ ມີຂໍ້ດີຂໍ້ເສຍຕ່າງກັນບ່ອນໃດ
  • (3) ຖາມແຟນວ່າຊິເລືອກໃຜກໍ່ໃຫ້ເລືອກໄວໆ ບໍ່ຮັກຂ້ອຍຢ່າເຮັດໃຫ້ຂ້ອຍຕ້ອງເສຍເວລາ
7. ຖືກເພື່ອນຮ່ວມງານຍາດຊິງເອົາໜ້າຈະເຮັດແນວໃດດີ?
  • ເຂົາຍາດຈາກເຮົາໄດ້ພຽງແຕ່ຜົນງານເທົ່ານັ້ນ ແຕ່ເຂົ້າບໍ່ສາມາດຍາດຄວາມຮູ້ແລະຄວາມສາມາດໄປຈາກເຮົາໄດ້
8. ວຽກຫຼາຍໂພດເຮັດແນວໃດດີ?
  • 1) ຮູ້ວ່າວຽກຫຼາຍຕ້ອງຟ້າວເຮັດ
  • (2) ຢ່າເກັບວຽກຂ້າມປີຂ້າມຊາດ
  • (3) ລຽງລຳດັບຄວາມສຳຄັນຂອງວຽກ ສຳຄັນກ່ອນໃຫ້ຟ້າວເຮັດ ສຳຄັນໜ້ອຍຄ່ອຍທະຍອຍເຮັດ
9. ເຮັດວຽກດີມີແຕ່ຄົນອິດສາຊິຮັບມືແນວໃດດີ?
  • ໂບຮານເພີ່ນວ່າ ໄມ້ໃຫຍ່ຍ່ອມຖືກຂວານຄົມຟັນລົ້ມ
  • ຄົນເດັ່ນຕ້ອງມີຄົນດ່າ ຄົນມີປັນຍາຈຶ່ງມີຄົນລອງດີ
  • ຄົນເຮັດວຽກດີຈຶ່ງມີຄົນອິດສາ ປະກົດການເຊັ່ນວ່ານີ້ ເປັນຂອງທຳມະດາ ເຮັດວຽກດີຈົນມີຄົນອິດສາ
  • ຍັງດີກ່ວາເຮັດວຽກບໍ່ດີ ທີ່ຖ້າອິດສາຫມູ່
10. ເຮັດວຽກເກືອບຕາຍ ເງິນບໍ່ພໍໃຊ້ເຮັດແນວໃດດີ?
  • (1) ຫາວຽກໃໝ່
  • (2) ລົດຄວາມຕ້ອງການໃຫ້ໜ້ອຍລົງ ຢູ່ກັບຄວາມຈິງໃຫ້ຫຼາຍຂຶ້ນ
  • (3) ບໍລິໂພກປັດໃຈສີ່ ໂດຍເບີ່ງປະໂຫຍດ ຢ່າເບີ່ງເພື່ອປະດັບ
  • (4) ເຮັດບັນຊີລາຍຮັບລາຍຈ່າຍ ຮັບຫຼາຍກ່ວາຈ່າຍຈຶ່ງຖືວ່າດີ ຈ່າຍຫຼາຍກ່ວາຮັບຖືວ່າບໍ່ດີ
11. ຖືກນາຍດ່າອາລົມບໍ່ດີ
  • ຄົນທີ່ດ່າຄົນອື່ນສະທ້ອນໃຫ້ເຫັນວ່າລະບົບພາຍໃນກຳລັງເສຍ
  • ຄົນອາລົມບໍ່ດີເພາະຖືກດ່າ ສະແດງວ່າອາລົມຂອງໂຕເອງກຳກັງເສຍໄປນຳ
12. ໄຖ່ຊີວິດງົວໄດ້ບຸນຫຼາຍບໍ່?
  • ຖ້າໄຖ່ແລ້ວງົວມີຊີວິດລອດ ເຈົ້າໄດ້ບຸນ ແຕ່ຫາກໄຖ່ໄປເພື່ອເຮັດໃຫ້ວັດຢູ່ລອດ ເຈົ້າໄດ້ບາບ
  • ແທນທີ່ຈະໄຖ່ງົວຄວາຍ ເຈົ້າຄວນໄຖ່ຖອນໂຕເອງໃຫ້ພົ້ນຈາກຄວາມໂລບ ໂກຼດ ຫລົງ ດີກ່ວາ
13. ແຟນຕິດໜັງເກົາຫຼີ ເບິ່ງໜົດຄືນບໍ່ຍອມນອນ
  • ຂໍໃຫ້ຄິດວ່າຢ່າງໜ້ອຍລາວຍັງນັ່ງເບິ່ງຢູໃນເຮືອນ ເຖິງລາວຈະຕິດໜັງເກົາຫຼີ ກະຍັງດີກ່ວາຕິດຜູ້ບ່າວທີ່ຢູ່ນອກເຮືອນ
14. ລູກຄ້າລຳລິລຳໄລເຮັດແນວໃດດີ
  • ມີລູກຄ້າລຳລິລຳໄລຍັງດີກ່ວາໝົດມື້ບໍ່ມີລູກຄ້າເຂົ້າມາ ລູກຄ້າລຳລິລຳໄລໄດ້ ແຕ່ເຈົ້າຕ້ອງເຮັດໃຫ້ເຂົາປະທັບໃຈຕະຫຼອດ
15. ໄປງານວັນເກີດຄວນໄດ້ອີຫຍັງ?
  • (1) ໄດ້ຖາມໂຕເອງວ່າເຮົາເກີດມາເພື່ອຫຍັງ
  • (2) ໄດ້ຖາມໂຕເອງວ່າເກີດມາຈາກໃຜ
  • (3) ໄດ້ຖາມໂຕເອງວ່າເຮົາກະຕອບແທນບຸນຄຸນຕໍ່ຜູ້ໃຫ້ກຳເນີດແລ້ວຫຼືຍັງ
16. ສູດມົນບົດໃດດີ?
  • (1) ສູດພຸດທະຄຸນເພື່ອເຕືອນວ່າ ຈົ່ງເປັນຜູ້ຕື່ນ
  • (2) ສູດທຳມະຄຸນເພື່ອເຕືອນວ່າ ຈົ່ງເວັ້ນສິ່ງທີ່ຄວນເວັ້ນ ຈົ່ງເຮັດສິ່ງທີ່ຄວນເຮັດ
  • (3) ສູດສັງຂະຄຸນເພື່ອເຕືອນວ່າ ພຣະອະຣະຫັນທີ່ແທ້ ຄືພໍ່ກັບແມ່ທີ່ຢູ່ໃນເຮືອນຂອງເຮົານັ້ນເອງ
17. ຜົວບໍ່ສົນໃຈທັມມະເລີຍເຮັດແນວໃດດີ?
  • (1) ເຮົາຄວນມີທັມມະໃຫ້ເຂົາເບິ່ງ
  • (2) ເຮົາຄວນຢູ່ໃຫ້ເຂົາເຫັນ
  • (3) ເຮົາຄວນສະຫງົບເຢັນໃຫ້ເຂົາໄດ້ສຳຜັດ ເພາະ ໜຶ່ງການກະທຳສຳຄັນກ່ວາພັນຄຳເວົ້າ
18. ມີຄົນຂັບລົດຕັດໜ້າ ໃຈຮ້າຍແຮງ ເຮັດແນວໃດດີ?
  • (1) ບອກໂຕເອງສະເໝີວ່າ ໃຈຮ້າຍຄືໂງ ໂມໂຫຄືບ້າ ດ່າຄືມານ ທໍຣະມານຄືບາບ
  • (2) ປ່ຽນການດ່າເປັນການແຜ່ເມດຕາໃຫ້ເຂົາເຖິງຈຸດໝາຍໂດຍປອດໄພ
  • (3) ເຕືອນໂຕເອງໄວ້ວ່າ ຢ່າຂັບລົດຕັດໜ້າຄົນ ເພາະອາດມີອັນຕະລາຍຮອບດ້ານ
19. ຢູ່ໃນກຸ່ມພວກມັກເວົ້າຂວັນຊິຕີໂຕອອກຫ່າງດີບໍ່?
  • ທ່ານພຸດທະທາດກ່າວວ່າ ຄົນມັກເວົ້າຂວັນແມ່ນຄົນທີ່ມັກກິນຂອງເນົ່າ ຖ້າເຮົາຮ່ວມກຸ່ມໄປກັບເຂົາ ສະແດງວ່າເຮົາເອງກະມັກກິນຂອງເນົ່າຄືກັນ
20. ເປັນຫຍັງຕ້ອງພົບພໍ້ກັບສິ່ງທີ່ບໍ່ມັກຕະຫຼອດແທ້?
  • ຜູ້ຮູ້ບອກວ່າ ສິນລະປິນຢ່າດູມິ່ນສິນລະປະ ກອງຂີ້ເຫຍື້ອເບິ່ງດີໆຍັງມີສິລ. ດັ່ງນັ້ນສິ່ງໃດທີ່ເຈົ້າບໍ່ມັກ ຍ່ອມມີແງ່ມຸມທີ່ເຈົ້າມັກຢ່າງແນ່ນອນ ເບິ່ງຢ່າງລະອຽດຈະເຫັນວ່າ ໃນດີມີເສຍ ໃນເສຍມີດີ
โดย :  ว. วชีรเมธี.

ສາລະໜ້າຮູ້ "ຕົກ​ໃຈ​ຈົນໜ້າຊີດ"

ທ່ານຮູ້ບໍ່ວ່າໃນເວລາເຮົາຕົກໃຈເປັນຫຍັງໜ້າເຮົາຈິ່ງຊີດອັນນີ້ເນື່ອງມາຈາກເລືອດ ຢູ່ບໍລິເວນແກ້ມຈະໄຫຼຢ້ອນກັບ ໄປຢ່າງໄວວາເພື່ອເຮັດໜ້າທີ່ສຸກເສີນຄື ໃຫ້ສານອາຫານແລະອົກຊີແຊນແກ່ກ້າມຊີ້ນສ່ວນອື່ນໆ ເນື່ອງຈາກວ່າ ຮ່າງກາຍບໍ່ໄດ້ຕຽມພ້ອມຢູ່ຕະຫຼອດເວລາ ວ່າຈະຕ້ອງປະເຊີນກັບຄວາມຕົກໃຈ. ສະນັ້ນ, ເມື່ອເລືອດໄຫຼອອກໄປ ຈາກແກ້ມຂອງເຮົາຈິ່ງເປັນເຫດເຮັດໃຫ້ເຮົາໜ້າຊີດ.       ((ຈາກ​ວາລະສານ​ມະຫານ​ຊົນ))

ສາລະໜ້າຮູ້ "ລູກ​ແຝດ"

Joseft Megele ນັກວິທະຍາສາດສະໄໝການປົກຄອງຂອງຮິດເລີ ໄດ້ທຳການທົດລອງກ່ຽວກັບສາຍພັນໃໝ່ຂອງ ມວນມະນຸດ ໂດຍຈະສ້າງໃຫ້ຄົນທີ່ຢູ່ພາຍໃຕ້ການປົກຄອງຂອງຮິດເລີສະໄໝນັ້ນໃຫ້ກາຍເປັນຊາວເຢຍລະມັນ. ແຕ່ໂຄງການນີ່ຖືກຍົກເລີກພາຍຫຼັງກອງທັບຂອງຮິດເລີຖືກປະລາໄຊ ໃຫ້ແກ່ກອງທັບແດງໂຊຫວຽດ ແຕ່ຜົນພວງ ຈາກການເສຍຫາຍຂອງການຜິດພາດທາງການທົດລອງໃນຄັ້ງນັ້ນ ເຮັດໃຫ້ຜູ້ຍິງຖືພາ (ຈຳນວນ1ໃນ5) ໃນເມືອງ ນ້ອຍແຫ່ງໜຶ່ງຂອງປະເທດເບຼຊີນ ລ້ວນແຕ່ໄດ້ລູກແຝດ ແລະ ມີຮູບຮ່າງລັກສະນະເປັນຊາວເອີລົບ (ເຢຍລະມັນ) ທັງໝົດ. ດັ່ງນັ້ນໃນປີ1960 ລາວຈິ່ງໄດ້ກັບໄປທີ່ເອມາລິກາລາຕີນອີກຄັ້ງໜຶ່ງ ເພື່ອແຈກຢາຍຢາປີ່ນປົວໃຫ້ແກ່ຜູ້ຍິງ ນັບວ່າເປັນຄວາມຜິດພາດທີ່ໜ່າອັບອາຍທີ່ສຸດໃນການທົດລອງທາງວິທະຍາສາດຂອງລາວ.
((ຈາກວາລະສານມະຫາຊົນ))

ສາລະໜ້າຮູ້ "ສ້າງ​ຍຸງ​ຂື້ນ​ມາ​ກັດ​ຍຸງ"

ຖືວ່າເປັນເລື່ອງທີ່ຮືຮາແລະເປັນເລື່ອງທີ່ໜ້າສົນໃຈທີ່ສຸດ ສຳຫຼັບການທົດລອງໃໝ່ຂອງນັກວິທະຍາສາດ ທີ່ໄດ້ສ້າງ  ຍຸງຊະນິດໃໝ່ຂື້ນມາ ເພື່ອໄປກຳຈັດຍຸງທີ່ມີເຊື້ອມາເລເລຍ  ໂດຍທີ່ຍຸງຊະນິດໃໝ່ນີ້ຈະຖືກປູກຢີນຊະນິດພິເສດລົງໄປ ແລະເຮັດໃຫ້ມັນເຫັນແລະສາມາດຮູ້ໄດ້ວ່າຍຸງໂຕໃດມີເຊື້ອມາເລເລຍ ແລະມັນຈະເຂົ້າໄປໄລ່ກັດັນທີ. ເຖິງແນວໃດກໍ່ ຕາມ ນັກວິທະຍາສາດເວົ້າວ່າ : ມັນຍັງຢູ່ໃນຂັ້ນຕອນຂອງການພັດທະນາ ແລະ ສາມາດປ່ອຍອອກສູ່ສະພາບແວດ ລ້ອມຢ່າງເປັນທາງການປະມານ 10 ປີຂ້າງໜ້າ.  ((ຈາກວາລະສານມະຫາຊົນ))

ສາລະໜ້າຮູ້ "ສ້າງ​ໃຍ​​ໄໝຈາກ​ແບ້"

ຫຼາຍຄົນອາດຈະບໍ່ເຊື່ອວ່າແບ້ຈະສາມາດຜະລິດໃຍໄໝໄດ້ ຈາກການທົດລອງນີ້ທ່ານຕ້ອງຮູ້ສຶກຕະລຶງເຖິງຄວາມ ກ້າວໜ້າ ຂອງນັກວິທະຍາສາດໃນຍຸກປະຈຸບັນ ໂດຍການຮ່ວມມືລະຫວ່າງ Nexia Biootechnoloies ຮ່ວມມືກັບ Soldier Bidogical Chemical Command ( SBCCOM ) ໂດຍການນຳໃຊ້ຢີນມາຈາກແມງມູມເອົາມາໃສ່ໃນແມ່ແບ້ ທີ່ກຳລັງຈະເກີດລູກ. ເມື່ອລູກອອກມາທຸກຢ່າງ ແມ່ນຍັງເປັນແບ້ທັງຮູບຮ່າງລັກສະນະ ແລະ ພຶດຕິກຳ. ແຕ່ໃນເວລາ ທີ່ແບ້ສາມາດໃຫ້ນົມໄດ້ ແບ້ຈະມີສານພິເສດທີ່ສາມາດນຳມາສະກັດອອກມາເປັນໃຍໄໝໄດ້.
((ຈາກວາລະສານມະຫາຊົນ))

ສາລະໜ້າຮູ້ "ສານ​ຂ້າ​ຄວາມ​ເຈັບ​ປວດ"

ເຮົາອາດຈະເຄີຍເຫັນນັກກິລາເຕະບານ ເວລາໄດ້ຮັບບາດເຈັບໃນຊ່ວງການແຂ່ງຂັນ ຍັງສາມາດແຂ່ງຂັນໄດ້ຈົນ ຈົບເກມ ຫຼື ວ່າທະຫານທີ່ໄດ້ຮັບບາດເຈັບໃນສະໝາມຍັງສາມາດຕໍ່ສູ້ໄດ້ອີກ ເຂົາເຈົ້າບໍ່ມີຄວາມເຈັບປວດບໍ ? ຄຳຖາມນີ້ມີຄຳຕອບຈາກນັກວິທະຍາສາດໄດ້ມີການພິສູດແລ້ວວ່າ ເມື່ອມະນຸດປະເຊີນສະຖານະການທີ່ຕຶງຄຽດ ສະໝອງຈະເລັ່ງສານຊະນິດໜຶ່ງອອກມາຢັບຢັ້ງຄວາມເຈັບປວດເອົາໄວ້ ເຮັດໃຫ້ມະນຸດຕໍ່ສູ້ກັບຄວາມເຈັບປວດໄດ້.
((ຂໍ້ມູນສ່ວນໜຶ່ງຂອງວາລະສານມະຫາຊົນ))

ສາລະໜ້າຮູ້ "ກະ​ພິດຕາ"

ຕະຫຼອດຊີວິດຂອງຄົນເຮົາຕ້ອງມີການກະພິບຕາທຸກໆ 6 ວິນາທີ ແລະ ກ້າມເນື້ອຈະເຄື່ອນໄຫວປະມານ 10.000 ຄັ້ງຕໍ່ວັນ ຖ້າທຽບກັບການເຮັດວຽກຂອງກ້າມເນື້ອຂາແລ້ວ ຈະເທົ່າກັບການແລ່ນໃນໄລຍະທາງ 80 ກມ ຕໍ່ວັນ.
((ຂໍ້ມູນສ່ວນໜຶ່ງຂອງວາລະສານມະຫາຊົນ))

ສາລະໜ້າຮູ້ "ບໍ່ມີ​ນ້ຳຕາ"

ທ່ານຜູ້ອ່ານຮູ້ບໍ່ວ່າ ຕອນເຮົາອາຍຸຫາກະໄດ້ 4 - 5 ເດືອນນັ້ນ ເວລາໄຫ້ຈະບໍ່ມີນ້ຳຕາ ເຖິງຈະຮ້ອງໄຫ້ສຽງດັງ ປານໃດກໍ່ຕາມ ທີ່ເປັນແບບນີ້ກໍ່ເພາະວ່າຕ່ອມນ້ຳຕາຂອງຄົນເຮົາຈະພັດທະນາຂື້ນຫຼັງຈາກທີ່ເກີດມາໄດ້ 4 - 5 ເດືອນນັ້ນເອງ.  ((ຂໍ້​ມູນ​ສ່ວນໜຶ່ງຂອງ​ວາລະສານ​ມະຫາຊົນ))

Hello ຄຳ​ນີ້​ຫຍໍ້​ມາ​ຈາກ​..ຢາກ​ຮູ້​ຕ້ອງ​ອ່ານ.

H = How are you ?
E = Everything alright ?
L = Like to hear from you ?
L = Love to see you soon !
O = Obviousle, I miss you !

ຜູ້ທີ່ຈະເຮັດວຽກໄດ້ດີຕ້ອງມີ 5 ຫຼັກ

  1. ຫຼັກທັມ...
  2. ຫຼັກກັມ...
  3. ຫຼັກເກນ...
  4. ຫຼັກການ...
  5. ຫຼັກຖານ...

​ເລື່ອງ​ຕະລົກ "​ເປັດ​ພະ​ໂລ້"

ເລື່ອງເກີດຈາກສອງຍ່າຫຼານ
ຍ່າບອກຫຼານຊາຍ : ໂບ້ມື້ນີ້ກູຄືວ່າຢາກກີນແນວແຊບກັບເຂົ້າ ມຶງໄປຊອກຊື້ອາຫານແຊບໆມາໃຫ້ກູກີນແດ່ໄປ໋
ຫຼານຊາຍ : ແລ້ວເຈົ້າສິກີນຫຍັງຍ່າ ເປັດພະໂລ້ເຈົ້າກະສິກີນຢູ່ຫວາ.
ຍ່າ : ແມ່ນຫຍັງເປັດພະໂລ້ ຕັ້ງແຕ່ກູເກີດມາກູຮູ້ແຕ່ເປັດເທດກັບກ໋າບ ດຽວນີ້ມີຮອດເປັດພະໂລ້ແລ້ວຫວາ. 555++

​ເລື່ອງຕະລົກ "ຍ້ອນເບີ່ງຄົນງາມຈິ່ງເປັນເລື່ອງ"

ເລື່ອງເກີດຂື້ນທີ່ບຸນຊ່ວງເຮືອທ່າວັດຈັນ.
ຝ່າຍຍິງແປກໃຈທີ່ເຫັນພວກຜູ້ຊາຍຈ້ອງເບີ່ງເພີ່ນເອົາແທ້ເອົາວ່າ ຮູ້ສຶກບໍ່ດີທີ່ມີຄົນເບີ່ງເພີ່ນແນວນັ້ນ ອົດບໍ່ໄດ້ເລີຍຮ້ອງຖາມໄປໃສ່ວ່າ
ຍິງ : ພວກເຈົ້າສິເບີ່ງຂ້ອຍອິຫຍັງກັງແກ່ແທ້
ຊາຍ :  ຂ້ອຍກະເບີ່ງຄົນງາມນີ້ແຫຼະ
ຍິງ :  ເບີ່ງກະພໍເຊົາລະຫວາ ຂ້ອຍເຫັນເຈົ້າເບີ່ງຂ້ອຍແຕ່ດົນໆພຸ້ນດຽວນີ້ກະຍັງເບີ່ງຢູ່.
ຊາຍ :  ສິໃຫ້ເຊົາເບິ່ງໄດ້ແນວໃດ  ຂ້ອຍຍັງຊອກຫາບ່ອນງາມຂອງເຈົ້າຍັງບໍ່ທັນເຈີເທື່ອ. 555++

​ເລື່ອ​ງຕະລົກ "ຄຳ​ເວົ້າກວນໆ​ແບບພາສາ​ໄວ​ລຸ້ນ"

ມີ​​ຊາຍໄວລຸ້ນຄົນໜຶ່ງຟ້າວ​ຂື້ນ​ລົດ​ເມ​ກະ​ເລີຍຍ່າງ​ໄປ​ຢຽບຕີນ​ຜູ້​ສາວ​ເຂົ້າ
​ຝ່າຍຊາຍ​ : ຂໍ​ໂທດ​ເດີ​ຄິດ​ວ່າ​ແມ່ນ​ຕີນໝາ....ວ່າ​ຊ້ານ​​ເອົາ​ເຂົ້າ​ໄປ.
ຝ່າຍ​ຍິງ : ບໍ່​ເປັນ​ຫຍັງ​ຂ້ອຍ​ກະ​ຄິດ​ວ່າໝາຢຽບຕີນ....ຝ່າຍ​ຍິງ​ບໍ່​ໄດ້​ນ້ອຍໜ້າສວນ​ຄືນ​ເລີຍ..ຫະຫະ.
​ຂ.ພ.ຈ : ນັ່ງ​ຟັງ​ຄິດ​ຢູ່​ໃນ​ໃຈວ່າ ...​ເອີ..ມັນ​ເປັນ​ເລື່ອງ​ຂອງໝາ.....ມີ​ແຕ່​ຂ.ພ.ຈ​ເທົ່າ​ນັ້ນ​ທີ່​ເປັນ​ຄົນ 555++

​ເລື່ອງ​ຕະລົກ " ບໍ່ສະບາຍ "

ມີລຸງຄົນໜຶ່ງລາວບໍ່ສະບາຍກໍ່ເລີຍເຂົ້າໄປຫາໝໍ
ທ່ານໝໍຖາມ : ລຸງເຈົ້າເປັນຫຍັງຄືບໍ່ສະບາຍ
ລຸງຕອບ : ກູສິໄປຮູ້ນໍ ຂະໜາດມຶງເປັນໝໍແທ້ໆກະຍັງມາຖາມກູ ແລ້ວສິໃຫ້ກູໄປຖາມໃຜ

ເລື່ອງຕະລົກ " ບັກສະໄລ "


... ຂພຈຈະຂໍເລົ່າເລື່ອງທີ່ເກີດຂື້ນຕອນທີ່ຂພຈໄດ້ໄປປະຕິບັດໜ້າທີ່ ຢູ່ເມືອງນ້ອຍແຫ່ງໜຶ່ງຂອງແຂວງ (ເປັນຄູສອນພາສາລາວ - ວັນນະຄະດີ) ຂພຈ ໃຫ້ຊື່ເລື່ອງນີ້ວ່າ " ບັກສະໄລ " ເລື່ອງຂອງເລື່ອງມີຢູ່ວ່າ: ຂພຈ ເປັນຄົນຕະລົກ ເຮຮາ ແລະຊ່າງເວົ້າຊ່າງຈາ ແບບວ່າຄົນໃດຢູ່ໃກ້ຂພຈຕ້ອງລະວັງນ້ຳລາຍເອົາໄວ້ໂລດ ວ່າຊັ້ນສະ ແຮະ..​.ບໍ່ແມ່ນ..ໂອຍນໍ..ແບບວ່າ ຄົນໃດຢູ່ໃກ້ຂພຈຕ້ອງຫົວຢ່າງບໍ່ຢຸດໂລດ..ເອີ.... ດັ່ງນັ້ນ, ຂພຈ ຈິ່ງເປັນຄົນໜຶ່ງ ທີ່ຂະເຈົ້າຮັກແລະຮູ້ຈັກຫຼາຍໃນແຖບນັ້ນ. ມື້ນີ້ໜຶ່ງມີລຸງຄົນໜຶ່ງມາຊວນຂພຈໄປຢາມເຮືອນຂອງລາວ ແລະ ຂພຈ ກໍ່ໄດ້ໄປຕາມຄຳເຊີນ ພໍແຕ່ຂພຈຂຶ້ນເຮືອນ ລາວກໍ່ບອກໃຫ້ຜູ້ເປັນເມຍໄປຈັດແຈງແຕ່ງພາເຂົ້າພານ້ຳມາສູ່ຂພຈກີນ. ອາຫານມື້ນີ້ແມ່ນຕົ້ມໄກ່ ແຕ່ມີສິ່ງໜຶ່ງທີ່ຂພຈແປກໃຈກໍ່ຄືຖ້ວຍ ທີ່ມີຄາບເປັນລິງລາຍເໝືອນກັບວ່າ ບໍ່ໄດ້ ລ້າງມາປະ ມານ10ກວ່າປີນີ້ລະ ຫະຫະ  ຂພຈເປັນຄົນສະຫຼອກກອກອົດສົງໃສບໍ່ໄດ້ກໍ່ເລີຍຖາມລຸງແບບຢອກໆໄປວ່າ ຖ້ວຍນີ້ ກະລ້າງຢູ່ບໍລຸງ ແລະລຸງຕອບຂພຈວ່າອັນເລື່ອງລ້າງຖ້ວຍນັ້ນຫຼານບໍ່ຕ້ອງຫ່ວງ ລຸງໃຊ້ສະໄລຈັດການຮຽບຮ້ອຍ ແລ້ວວ່າຊັ້ນ ແຮະໆ ຂພຈກໍ່ເລີຍຄິດໃນໃຈວ່າສະໄລຈັກການກະຈັດການ ມື້ນີ້ຂໍກີນກ່ອນມີຫຍັງລະຈັ່ງວ່າກັນຕາມ ຫຼັງ...
... ຫຼັງຈາກທີ່ກີນເຂົ້າກີນນ້ຳແລະຖາມສຸກທຸກຂອງລຸງຄົນນີ້ຮຽບຮ້ອຍແລ້ວ ຂພຈກໍ່ຂໍລາລຸງກັບ ບັງເອີນຕອນທີ່ ຂພຈ ກຳລັງລົງວິດຈາກຫົວຂັ້ນໄດ​ເຮືອນມາພໍດີ ມີໝາແດງໂຕໜຶ່ງມັນເຫົ່າ ຂພຈ ຢ່າງສະໜັ່ນຫວັ່ນໄຫວ ເບີ່ງມັນຄົງເຫັນ ຂພຈ ເປັນໝູ່ຂອງມັນຕິເບາະ ມັນກໍ່ເລີຍຖາມທັກທາຍສະບາຍດີນຳ ແຮ່ໆ ໂອ໋ຍ..ບໍ່ແມ່ນ.. ໝາມັນຄົງເຫັນ ຂພຈ ເປັນຄົນແປກໜ້າຕິເບາະ ມັນກະເລີຍເຫົ່າ..ເອີ... ຈັ່ງແມ່ນ... ໝາມັນເຫົ່າ ຂພຈ ຢູ່ໆກໍ່ພໍດີລຸງ ຮ້ອງມາໃສ່ມັນວ່າ: ເຊະ...ບັກສະໄລ..! ມຶງຢ່າໃດ​ ! ມຶງຢ່າໃດ ! ພໍລຸງເວົ້າສຸດໝາມັນກໍ່ມິດ ແຕ່ສຽງຮ້ອງຂອງລຸງທີ່ ຮ້ອງໃສ່ໝາບັກສະໄລເມື່ອຕະກີ້ ເຮັດໃຫ້ ຂພຈ ຕະລຶງກັບຄຳເວົ້າຂອງລຸງທີ່ເຄີຍຕອບຄຳຖາມທີ່ ຂພຈ ຖາມກ່ຽວ ກັບຖ້ວຍວ່າ " ລຸງໃຊ້ສະໄລຈັດການຮຽບຮ້ອຍແລ້ວ " ແລະ ໝາຂອງລຸງກໍ່ຊື່ບັກສະໄລ ແລະ ສະໄລທີ່ລຸງໝາຍເຖິງ ມັນແມ່ນໝາໂຕນີ້ບໍ່ນໍ ແຮ່ໆ ສົງໃສ ຂພຈ ຄົງຖືກບັກສະໄລຈັກການແລ້ວລະ ຂພຈ ຄິດຢູ່ໃນໃຈ... ແຮະໆ

ຕະລົກ/ຊວນ​ຫົວ​ເລື່ອ​ງ "​ເປັນ​ນຳ​ໂຊກ​ຊະ​ຕາ"

ມີລຸງຄົນໜຶ່ງລາວເລົ່າເລື່ອງໂຊກຊະຕາຂອງລາວສູ່ຂພຈຟັງ
ລຸງເລົ່າວ່າ : ຕັ້ງແຕ່ເກີດມາລາວຊື້ເລກບໍ່ເຄີຍຖືກຈັກເທື່ອບໍ່ຮູ້ເປັນນຳຫຍັງ?
ຂພຈ : ບໍ່ແມ່ນເປັນນຳໂຊກຊາຕາຫຼືປາລະມີເຮົາບໍ່ມີບໍລຸງ.
ລຸງ : ອັນເລື່ອງໂຊກຊະຕານີ້ລຸງບໍ່ເຄີຍເຊື່ອ ແລະລຸງກໍ່ບໍ່ເຊື່ອວ່າລຸງສິຊື້ເລກບໍ່ຖືກ.
ຂພຈ : ຄັນຊັ້ນລຸງຄືບໍ່ຊື້ເລກແຕ່01ຈົນໄປຮອດ09ລອງເບີ່ງ ຫຼານວ່າຖ້າລຸງຊື້ເລກບໍ່ຖືກບາດນີ້ສິໄປຖືກບາດໃດວ່າບໍ່ 555++
ລຸງ : ເອີ..ແມ່ນຄວາມຫຼານໃດເນາະ ຖ້າລຸງຊື້ເລກບໍ່ຖືກບາດນີ້ສິໄປຖືກບາດໃດ 555++. ເວລາຜ່ານໄປໄວເໝືອນຂີ້ຕົວະ ເປັບດຽວກໍ່ຮອດມື້ຫວຍອອກ ແລະຂພຈກໍ່ເຈີກັບລຸງອີກຄັ້ງ ລາວເວົ້າໃຫ້ຟັງວ່າ: ອັນໂຊກຊະຕານີ້ບໍ່ເຊື່ອກະເປັນຕາເຊື່ອຢູ່ໃດຫຼານເອີຍ...!
ຂພຈ : ເປັນຫຍັງລຸງຄືມາປ່ຽນໃຈເຊື່ອເລື່ອງໂຊກຊະຕາໄວແທ້ ຕອນທີ່ເວົ້າກັບຫຼານຫາກວ່າລຸງບໍ່ເຄີຍເຊື່ອ.
ລຸງ : ສິບໍ່ໃຫ້ລຸງເຊື່ອໄດ້ແນວໃດຫຼານເອີຍ ເບີ່ງຕາມທີ່ລຸງຊື້ເລກແມ໋ ລຸງຊື້ບໍ່ເຄີຍຖືກ ແລະລຸງກໍ່ຊື້ຕາມທີ່ຫຼານບອກກະຍັງບໍ່ຖືກຢູ່.
ຂພຈ : ອ໋າວ...ເປັນຫຍັງລຸງຄືວ່າຊັ້ນ ແລ້ວລຸງຊື້ແນວໃດຊັ້ນນ່າ.
ລຸງ : ລຸງກະຊື້ຕາມຫຼານບອກຫັ້ນລະ ຄືຊື້ແຕ່ 01 02 03 ຈົນໄປຮອດ 99 ບັດສຸດທ້າຍມັນພັດອອກ 00 ລຸງຄິດວ່າມັນຄົງເປັນໂຊກຊາຕາ ຫຼື ປາລະມີຂອງເຮົາບໍ່ມີຄືຫຼານວ່າຫັ້ນລະ.
ຂພຈ : ໂອ໋...  ນີ້ນໍໂຊກຊະຕາຊື້ເລກບໍ່ເຄີຍຖືກ  ຊື້ 01ຈົນຮອດ 99 ບັດສຸດທ້າຍມັນພັດອອກ 00. 55++

ຄວາມຮັກເຮັດໃຫ້ຄົນຕາບອດ

    ມີພະຍາເມືອງໜຶ່ງ ຊື່ຂອງເພີ່ນແມ່ນ ນາມສິງນີ້ລະຖ້າຈື່ບໍ່ຜິດ ໄດ້ປ່າວເອີ້ນໄຜ່ຟ້າລາຊະດອນ ທັງຍີງແລະຊາຍມາລວມກັນທີ່ເດີ່ນພະລາດສະວັງຫຼວງ ເພື່ອຈະພິສູດຄຳວ່າ" ຄວາມຮັກເຮັດໃຫ້ຄົນຕາບອດແທ້ບໍ່? " . ວິທີພິສູດຂອງເພີ່ນກະແມ່ນເພີ່ນໄດ້ໃຫ້ທະຫານຂຸດຂຸມ ແລ້ວເອົາໄມ້ໄຜ່ລຳໜຶ່ງຢາວປະມານ10 m ມາວາງໄວ້   ເຄີ່ງກາງຂຸມ ແລ້ວບອກໃຫ້ລາຊະດອນຂອງເພີ່ນໄຕ່ ແຕ່ຍ້ອນຄຳວ່າຄວາມຮັກເຮັດໃຫ້ຄົນຕາບອດນີ້ລະ ຈິ່ງເຮັດ ໃຫ້ຄົນສ່ວນຫຼາຍບໍ່ກ້າມືນຕາ ຍ້ອນເກງກົວຕໍ່ອຳນາດຂອງເພີ່ນ ດັ່ງນັ້ນ, ຈິ່ງເຮັດໃຫ້ຄົນສ່ວນຫຼາຍ ຕົກລົງຂຸມນັ້ນ ເກືອບໝົດ ຈົນຍັງເຫຼືອແຕ່ຜູ້ສຸດທ້າຍ ພະຍາກໍ່ບອກໃຫ້ຜູ້ສຸດທ້າຍນັ້ນໄຕ່ ຜູ້ສຸດທ້າຍລາວກະໄຕ່ໄປ ທັງຢ້ານ ຕົກຂຸມລາວກະແອບລັກມືນຕາເບີ່ງ ແລ້ວກໍ່ໄຕ່ໄປຈົນສຸດໄມ້ ເມື່ອພະຍາເຫັນດັ່ງນັ້ນກໍ່ແປກໃຈແລະຖາມວ່າ ເປັນຫຍັງທ່ານຈິ່ງໄຕ່ໄປຈົນສຸດໄດ້ຍ້ອນຫຍັງ? ຍ້ອນວ່າຂະນ້ອຍແອບມືນຕາເບີ່ງຂະນ້ອຍ.  ພະຍາເລີຍອຸທານ ອອກມາວ່າ" ໂອເປັນແນວນີ້ເອງ ". 
   ນິທານເລື່ອງນີ້ສອນໃຫ້ເຮົາຮູ້ວ່າ ຖ້າຄິດຈະຮັກໃຜຈັກຄົນເຮົາກໍ່ຄວນມືນຫູມືນຕາ ພິຈາລະນາເບີ່ງແດ່ ຖ້າບໍ່ມີການມືນຫູມືນຕາເບີ່ງ ມັນກະຕົກຂຸມຄືຄົນສ່ວນຫຼາຍຕົກຫັ້ນລະທ່ານເອີຍ..! ມີເທົ່ານີ້ແຫຼະ ຄວາມໝາຍຂອງຄຳວ່າຄວາມຮັກເຮັດໃຫ້ຄົນຕາບອດ ແລ້ວທ່ານເດຄິດແນວໃດກັບເລື່ອງນີ້ .

ນິໄສຂອງຜູ້ຍິງ10 ຂໍ້

  1. ຂີ້ຫຶງ
  2. ເອົາແຕ່ໃຈ
  3. ຂີ້ໄຫ້
  4. ຄິດຫຼາຍ
  5. ໃຈນ້ອຍ (ງອນງ່າຍ)
  6. ຈິງຈັງກັບຄວາມຮັກ
  7. ຮັກຕົວເອງ
  8. ບໍ່ມັກຄົນອື່ນດູຖູກ (ເວົ້າໃສ່)
  9. ມັກອິດສະຫຼະ
  10. ມັກສວຍມັກງາມ

ຕະລົກ/ຊວນ​ຫົວ​ເລື່ອງ "ຫວິດສອງນິ້ວ"


ກີນເຂົ້າແລ້ວຍັງອັນໜຶ່ງແດງໆ ຜູ້ເປັນຜົວເອີ່ຍຂື້ນ. ຜູ້ເປັນເມຍໄດ້ຍີນເລີຍຢອດມາໃສ່ຜົວວ່າ
ເມຍ : ກີນເຂົ້າແລ້ວຍັງອັນໜຶ່ງແດງໆ ແມ່ນເຈົ້າສິສູບຢາແມ່ນບໍ່ເຖົ້າ.
ຜົວ : ຍີ້ມອອກມາໜ່ອຍໜຶ່ງແລ້ວຕອບວ່າບໍ່ແມ່ນ.
ເມຍ : ຊັ້ນກະແມ່ນອົ້ມໝ້ຽງແມ່ນບໍ່ເຖົ້າ.
ຜົວ : ບໍ່ແມ່ນເຊັ່ນເຄີຍ ບໍ່ຖືກ.
ເມຍ : ເລີ່ມຢາກຮ້າຍ ເລີຍຖາມຜູ້ເປັນຜົວວ່າມັນແມ່ນຫຍັງຊັ້ນນ່າເຖົ້າ.
ຜົວ : ບໍ່ບອກ.
ເມຍ :​ ເກີດອາການໃຈຮ້າຍແຮງເລີຍຕອບໄປວ່າ ຮູkeeກູນິ. ຄຳຕອບນີ້ເຮັດໃຫ້ຜູ້ເປັນຜົວຕ້ອງຫົວຂື້ນ.
ຜົວ : 555++ ເກືອບຖືກ...ຫວິດສອງນິ້ວ...ວ່າຊ້ານນນ  ແຮະໆໆ
.........ຫວິດຈາກຮູkeeໄປສອງນິ້ວຄິດເອົາເດີ້ພີ່ນ້ອງວ່າແມ່ນຫຍັງ ? ຂພຈກະບໍ່ຮູ້ຄືກັນ 555++

ຕະລົກ/ຊວນ​ຫົວ​ເລື່ອງ "ຢູ່ນີ້ມີໃຜໃຫຍ່"


ທີ່ຮ້ານເບຍແຫ່ງໜຶ່ງມີນັກເລງກະຈອກຄົນໜຶ່ງ ຮ້ອງໂວຍມາໃສ່ສຽງດັງກ້ອງສະໜັ່ນ
ນັກເລງກະຈອກ : ຢູ່ນີ້ມີໃຜໃຫຍ່.
ຂພຈແລະໝູ່ສີ່ຫ້າຄົນກີນເບຍນຳກັນໄດ້ຍີນເລີຍພາກັນລຸກຂື້ນແລະຮ້ອງຕອບໄປວ່າ : ກູນີ້ແຫຼະໃຫຍ່.
ນັກເລງກະຈອກ : ຊັ້ນມືງໃຫຍ່ຢູ່ທີ່ນີ້ ດຽວກູສິໄປໃຫຍ່ຢູ່ທີ່ອື່ນ.
ຂພຈແລະໝູ່ຫົວຂວັນ :  555++ ຄິດວ່າສິແນ່ ແຮະໆໆໆ
 

ຕະລົກ/ຊວນ​ຫົວ​ເລື່ອງ "ສອງ​ສ່ຽວຂີ້​ເຫຼົ້າ ​ເຂົ້າ​ກາງ"

ສອງສ່ຽວໄປກີນເຫຼົ້ານຳກັນມາ ຂາກັບສ່ຽວກໍຂໍຊ້ອມລົດຂອງສ່ຽວຂໍ. ໃນເວລາກັບນັ້ນພັດເປັນຍາມກາງຄືນລົດທີ່ແລ່ນແຕ່ລະຄັນຈຳເປັນຕ້ອງໄຕ້ໄຟຕາ.
ໃນຂະນະທີ່ສ່ຽວກໍແລະສ່ຽວຂໍຂີ່ລົດຈັກຊ້ອນກັນມາຢູ່ນັ້ນ ກໍ່ບັງເອີນມີລົດຈັກສອງຄັນແລ່ນຮຽງກັນມາ ສ່ຽວກໍຟ້າວຖາມສ່ຽວຂໍ :
ສ່ຽວກໍ : ເຮົາສິຫຼີກລົດໄປທາງໃດສ່ຽວ.
ສ່ຽວຂໍ : ເຂົ້າກາງໂລດສ່ຽວ.
ຖືວ່າລອດໄປຊຸດທີ່ໜຶ່ງ ມາຮອດຊຸດທີ່ສອງ ສ່ຽວກໍຫຼຽວໄປເຫັນລົດບັນທຸກ (ລົດສິບລໍ້) ແລ່ນສວນທາງມາພໍດີ ສ່ຽວກໍເລີຍພ້າວຖາມສ່ຽວຂໍອີກເທື່ອໜຶ່ງ :
ສ່ຽວກໍ : ເຮົາສິຫຼີກໄປທາງໃດສ່ຽວ.
ສ່ຽວຂໍ : ຄິດວ່າແມ່ນລົດຈັກສອງຄັນຮຽງກັນມາເພາະເຫັນໄຟຕາສອງອັນ ເລີຍຮ້ອງບອກສ່ຽວກໍໄປວ່າ : ເຂົ້າກາງເຊັ່ນເຄີຍໂລດສ່ຽວ.
ສ່ຽວກໍ : ຫັກລົດເຂົ້າກາງຕາມທີ່ສ່ຽວຂໍບອກ.... ສຽງດັງຕັ໋ບ...ບາດໜຶ່ງ.... ສ່ຽວກໍແລະສ່ຽວຂໍເຂົ້າກ້ອງລົດສິບລໍ້ມຸ່ນອະຍະ ນີ້ລະໜາເພີ່ນວ່າມັກເຂົ້າກາງຫຼາຍ... ສົມແນ່ 555++

ຕະລົກ/ຊວນ​ຫົວ​ເລື່ອງ "ບັກ​ຈ້າ"

ມີສອງຜົວເມຍຄູ່ໜຶ່ງໄດ້ຮັບເອົາທ້າວຈ້າເຂົ້າມາຢູ່ນຳ ອັນຊື່ຈ້ານີ້ມັນກະບໍ່ແມ່ນຊື່ແທ້ຂອງລາວດອກ ແບບວ່າຂະເຈົ້າເຫັນລາວເປັນຄົນຊື່ ແລະກໍ່ຊື່ຈົນຈ້າຊັ້ນສະ ຂະເຈົ້າກະເລີຍເອີ້ນລາວວ່າ " ບັກຈ້າ ". 
... ມີຄັ້ງໜຶ່ງຜູ້ເປັນຜົວຕິດທຸລະຢູ່ຕ່າງແຂວງເລີຍເອີ້ນບັກຈ້າມາສັ່ງສັອນວ່າ :
ຜູ້ເປັນຜົວ : ບັກຈ້າຍາມກູບໍ່ຢູ່ ຖ້າເອື້ອຍມຶງບອກໃຫ້ເຮັດຫຍັງມຶງເຮັດໂລດເດີ.
ບັກຈ້າ : ໂດຍໆໆໆໆ.
ຜູ້ເປັນຜົວ : ຕື່ນມາມຶງກະຕ້ອງເຮັດວຽກໜຶ້ງເຂົ້າຄົວກີນໃຫ້ເອື້ອຍມຶງກີນ ຕາມທີ່ເອື້ອຍມຶງສັ່ງ.
ບັກຈ້າ : ໂດຍໆໆໆໆ.
... ຫຼັງຈາກນັ້ນຜ່ານໄປໄດ້ໜຶ່ງເດືອນຜູ້ເປັນຜົວກັບມາ ແລະໄດ້ຖາມບັກຈ້າວ່າ :

ຜູ້ເປັນຜົວ : ບັກຈ້າລະຫວ່າງກູບໍ່ຢູ່ເມຍກູໄດ້ໃຊ້ໃຫ້ມຶງເຮັດຫຍັງແດ່? ລາວບອກມຶງຕັກນ້ຳລ້າງຖ້ວຍແມ່ນບໍ່ ?
ບັກຈ້າ : ບໍ່ແມ່ນ.
ຜູ້ເປັນຜົວ : ຊັ້ນກະຄົງຈະແມ່ນລາວບອກໃຫ້ມຶງ ຄົວກີນໃຫ້ລາວກີນແມ່ນບໍ່.?
ບັກຈ້າ : ບໍ່ແມ່ນ.
ຜູ້ເປັນຜົວ : ຊັ້ນກະຄົງແມ່ນລາວບອກໃຫ້ມຶງໄປເສຍຫຍ້າສວນແມ່ນບໍ່.?
ບັກຈ້າ : ບໍ່ແມ່ນ.
ຜູ້ເປັນຜົວ : ຮ້ວຍ...! ຊັ້ນມັນແມ່ນຫຍັງຫວະຫຼືວ່າ... ລາວບອກໃຫ້ມຶງໄປນອນນຳ.?
ບັກຈ້າ : 555 ຈ໋າກ ຈ໋າກ ຈ໋າກ.... ບໍ່ຮູ້ກະເວົ້າຖືກ..... ຫະຫະໆໆໆໆ

ຕະລົກ/ຊວນ​ຫົວ​ເລື່ອງ "ຕົດບໍ່ມີສຽງ"

ຂພຈເຄີຍຂັບລົດໂດຍສານໄປກັບອ້າຍ  ແລະໃນໄລຍະທາງມີຄົນໜຶ່ງຕົດອອກມາແບບບໍ່ມີສຽງ ເຮັດໃຫ້ເໝັນກຸ້ມຂັບລົດຈົນວ່າຫຼາຍຄົນຕ້ອງເອົາມືອັດດັງ ມີຄົນໂດຍສານຜູ້ໜຶ່ງບໍ່ພໍໃຈອົດບໍ່ໄດ້ເລີຍຮ້າຍຂື້ນ
ຄົນໂດຍສານ : ແມ່ນໃຜຕົດຫວະ.? ຜ່ານໄປ 5 ນາທີກະຍັງບໍ່ມີສຽງຕອບ ລາວຈິ່ງໃຊ້ອຸບາຍໃໝ່ວ່າ :
ແມ່ນໃຜຕົດສິເອົາເງີນໃຫ້.?  ມິດຈີ່ລີ່ເຊັ່ນເຄີຍ...
ຂພຈນັ່ງສັງເກດການຢູ່ຢ່າງມິດໆ ໂດຍບໍ່ອອກຄຳຄິດເຫັນຫຍັງ ຈົນວ່າລົດຂອງຂພຈໄປຮອດທີ່ໝາຍ ແລະກໍ່ພໍດີມີໂອກາດຕອນເກັບເງິນນີ້ເອງ.
ຫຼັງຈາກລົດຈອດປືບ ຂພຈກໍ່ເຂົ້າໄປເກັບເງີນນຳຄົນໂດຍສານ ແລະກໍ່ພໍດີອ້າຍຂອງຂພຈ ກໍ່ເຂົ້າມາຖາມຂພຈວ່າ :
ອ້າຍຂອງຂພຈ : ຈັ່ງໃດ... ເກັບເງິນໄດ້ໝົດແລ້ວຫວາ.
ຂພຈເລີຍຕອບອ້າຍໄປວ່າ : ຍັງບໍ່ທັນໄດ້ໝົດເທື່ອ... ຍັງແຕ່ຜູ້ຕົດຜູ້ດຽວທີ່ຍັງບໍ່ທັນຈ່າຍ.
ແລະກໍ່ພໍດີມີສຽງຫຼຸດອອກມາວ່າ : ຂ້ອຍກະຈ່າຍເມື່ອກີ້ແລ້ວເດ. 5555+++ ສົງໃສລາວເປັນຄົນຕົດ.

ບົດ​ກະວີ " ອະດີດຮັກໃຕ້ແສງຈັນ "

  • ແນມເຫັນດາວລະດາດຟ້າ                     ນະພາພາກພາຍບົນ

ເບີກບານຮຽງແສງຈັນ                                   ຮຸ່ງໃສລະໄມແຍ້ມ
ອ້າຍແຫງນແນມຫານ້ອງ                                ໃນຈັນທີ່ໃສສ່ອງ
ຫວັງພົບໜ້ານາດນ້ອງ                                   ປະສານຈ້ອງສ່ອງຢູ່ຈັນ.
  • ຄິດເຖິງຄັ້ງກ່ອນນັ້ນ                            ເມື່ອເຮົາຮ່ວມຮຽງສອງ

ປະຈັກສານສາຍຕາ                                       ຄູ່ກັນໝາຍໝັ້ນ
ໃຕ້ແສງຈັນສັນຍາກ້ຽວ                                   ຮັກດຽວບໍ່ໝາຍຫ່າງ
ເໝືອນດັ່ງດາວບໍ່ຮ້າງ                                     ຮຽງຂ້າງຄູ່ຈັນ.
  • ບັດນີ້​ ! ແສນສິຫວານຊາບຊຶ້ງ                 ກັບຂົມຂື່ນປານເຂົາຮໍ

ຂົມພໍໆກັບຄິນິນ                                          ຫຼັ່ງນ້ຳຕາລີນຍ້ອຍ
ຍ້ອນນ້ອງພອຍໄກອ້າຍ                                  ໜີໄປບໍ່ໂຄ້ງຕ່າວ
ລືມຄືນຈັນຄູ່ດາວ                                           ລືມສັນຍາທີ່ກ່າວໄວ້  ໄລອ້າຍບໍ່ສັ່ງລາ.
  • ຍີນຂ່າວວ່ານ້ອງຫຼ້າ                              ມີໃໝ່ໃຈສອງ

ປອງເສດຖີຄົນລວຍ                                         ປ່ວຍໃຈເມື່ອຊາຍຮູ້
ບໍ່ອິດູຕົນອ້າຍ                                               ຜູ້ໝາຍດອມເນື້ອອຸ່ນໆ
ຫຼື ບຸນຊາຍບໍ່ພ້ອມ                                          ແສນສິຍົກເຢັ່ງຢື້ ມືຄ້ວາໄຂ່ວບໍ່ເຖິງ   ບໍ່ນໍ !
  • ຍິ່ງຄິດຍິ່ງເວີ່ງວ້າງ                                 ເວຫວ່າງໃນຫົວໃຈ

ເໝືອນດັ່ງໄຟລາມເຜົາ                                      ເໜົ່າໃນມະໂນອ້າຍ
ໝາຍຢາກບຸລົງພື້ນ                                          ຜືນດີນໂລກລຸ່ມ
ລາງເທື່ອຫາຍເລື່ອງຮ້ອນ                                  ຮົມໄໝ້ກະໜ່ຳໃຈ.
  • ຂໍວິ່ງວອນເທບໄທ້                                ອົງເອກອີນທາ

ເນົາຢູ່ໃນເມືອງແມນ                                         ເຂດແດນສະຫວັນຟ້າ
ສະເດັດດົນໃຈໃຫ້                                            ນວນນາງຜູ້ໄກຖີ່ນ
ກັບສູ່ດີນແຫ່ງຫ້ອງ                                          ເຮືອນຢ້າວຖີ່ນສະຖານ   ແດ່ທ້ອນ !

ຄັນ​ຫູ​ມີ​ຢາ​ແກ້​ແລ້ວ​ເດີ້​ພີ່ນ້ອງ ກ່ອງ​ສີຂາວ ໆ ຫະຫະ

ຄັນ​ຫູ​ມີ​ຢາ​ແກ້​ແລ້ວ​ເດີ້​ພີ່ນ້ອງ ກ່ອງ​ສີຂາວ ໆ ຫາກສົນໃຈຫາຊື້ໄດ້ຕາມຮ້ານຂາຍຢາທົ່ວໄປ ຮ່າໆໆໆໆໆໆ

ຕະລົກ/ຊວນ​ຫົວ​ເລື່ອ​ງ "ເວົ້າບໍ່ສຸພາບ"





     ​ໃນ​ຊົ່ວ​ໂມງ​ຮຽນມີນັກຮຽນຍິງນ້ອງໜຶ່ງລຸກ​ຂື້ນຟ້ອງອາຈານ ກ່ຽວກັບເພື່ອນຊາຍທີ່ເວົ້າບໍ່ສຸພາບ
ນັກຮຽນຍິງ : ອາຈານທ້າວອັນນີ້ເວົ້າ​ເທື່ອ​ໃດ​ມີແຕ່​ຮູ​ຂີ້
ນັກຮຽນຊາຍ : ຮູ​ຂີ້​ກູ​ນິ ກູບໍ່ໄດ້ເວົ້າ.  555 ++

ຊີວິດກໍ່ເໝືອນລົດອາຫານຕ້ອງມີການປຸງແຕ່ງ

     

       ການປຸງຊີວິດກໍ່ຄືການປຸງອາລົມຂອງຕົວເອງ ເພື່ອປັບຕົວໃຫ້ເຂົ້າກັບຄົນອື່ນ ຄົນເຮົາມັນມີຫຼາຍຣົດຊາດຫຼາຍອາລົມ ເໝືອນກັບການປຸງແຕ່ງອາຫານ ຈະມີພຽງຣົດຊາດດຽວແມ່ນເປັນໄປບໍ່ໄດ້ ຄົນທີ່ມີອາລົມດຽວເຂົ້າເອີ້ນວ່າ " ຄົນທີ່ບໍ່ຮູ້ຈັກປຸງຊີວິດ " ລອງຄິດເບີ່ງຖ້າຫາກເຮົາເອົາຣົດທັງໝົດມາລວມກັນເພື່ອປຸງເປັນອາຫານ ຄື ເອົາຣົດສົ້ມ ຣົດຫວານ ຣົດມັນ ຣົດເຜັດ ຣົດເຄັມມາລວມຕົວກັນ ເຮົາກໍ່ຈະໄດ້ອາຫານທີ່ແຊບຊ້ອຍສາມາດບໍລິໂພກໄດ້ຢ່າງໜ້າຈັບໃຈ. ຄົນເຮົາກໍ່ເໝືອນກັນຕ້ອງຮູ້ຈັກ ປຸງອາລົມຫຼາຍໆສະຖານະການ ຈິ່ງສາມາດເຮັດໃຫ້ຄົນອື່ນສາມາດບໍລິໂພກ ຄື ຢູ່ຮ່ວມກັນກັບຫຼາຍໆຄົນໄດ້.