7.08.2555

ນິທານສອນໃຈ "ກວາງບໍ່ສະບາຍ"

ມີກວາງໂຕໜຶ່ງນອນປ່ວຍຢູ່ແຄມທົ່ງຫຍ້າກວ້າງ ພວກເພື່ອນໆຂອງມັນຫຼາຍໂຕ ໄດ້ແວະມາຖາມເລື່ອງສຸຂະພາບ ຂອງມັນເປັນປະຈຳ ແຕ່ທຸກຄັ້ງທີ່ເພື່ອນໆຂອງມັນມາຢາມ ກໍ່ພາກັນກີນອາຫານທີ່ກວາງປ່ວຍໂຕນີ້ສຳຮອງເກັບໄວ້ ຕອນທີ່ມັນບໍ່ສາມາດໄປຫາອາຫານໄດ້ ໃນທີ່ສຸດກວາງປ່ວຍໂຕນີ້ກໍ່ຕາຍລົງ ແຕ່ບໍ່ແມ່ນມັນຕາຍເພາະອາການປ່ວຍ ຂອງມັນ ແຕ່ມັນຕາຍເພາະມັນບໍ່ມີອາຫານຈະກີນ. ເລື່ອງນີ້ສອນໃຫ້ເຮົຮູ້ວ່າ ເພື່ອນກີນຫາງ່າຍເພື່ອນຕົບຫາຍາກ ດັ່ງນັ້ນ, ເຮົາຄວນຮູ້ຈັກແຍກເຍະ ເລືອກຄົບຄ້າສະາຄົມກັບຄົມກັບເພື່ອນແບບໃດຈິ່ງຈະດີ ເພື່ອນບາງຄົນພຽງແຕ່ຮູ້ ຈັກກໍ່ຂາດທືນແລ້ວ ຫາກເຮົາບໍ່ຕ້ອງການຂາດທືນ ເຮົາກໍ່ຄວນເລືອກໃຫ້ດີໆກ່ອນຈັ່ງຄົບເພື່ອປ້ອງກັນບໍ່ໃຫ້ເປັນຄື ນິທານໃນເລື່ອງນີ້.

ພິກບັນຫາໃຫ້ເປັນໂອກາດ

ໃນຊີວິດການດຳລົງຊີວິດຂອງຄົນ ເຮົາມັກຈະພົບກັບບັນຫາຢ່າງໜີບໍ່ພົ້ນ  ແຕ່ເຮົາສາມາດປ່ຽນບັນຫາໃຫ້ເປັນໂອ ກາດໄດ້ ໂດຍໃຫ້ຄິດວ່າທີ່ໃດມີບັນຫາທີ່ນັ້ນມີໂອກາດ. ໂອກາດຈະປະກົດຕົວຂື້ນຄັ້ງທຳອິດໃນຮູບແບບຂອງບັນຫາ  ທີ່ໃດມີບັນຫາທີ່ນັ້ນຍ່ອມມີໂອ ກາດສະເໜີ.  ຖ້າເຮົາບໍ່ມັກບັນຫາຫຼືໜີບັນຫາ ເຮົາກໍ່ບໍ່ສາມາດພົບກັບໂອກາດ ເພາະ ໂອກາດແມ່ນວິທີການແກ້ໄຂບັນຫານັ້ນເອງ. ເພື່ອນໆຢ່າໄດ້ມີຄວາມທໍ້ແທ້ຕໍ່ກັບບັນຫາເລີຍ  ທຸກຄົນລ້ວນແລ້ວແຕ່ ພົບເຈີກັບບັນຫານຳກັນທັງສີ້ນ ບໍ່ວ່າເຮົາຈະຢູ່ໃສ ແຫ່ງຫົນໃດ ບັນຫາກໍ່ຈະຕາມເຮົາໄປຢູ່ທຸກຫົນແຫ່ງ ພຽງແຕ່ເຮົາ ຕ້ອງສະຫຼາດສາມາດປັບປ່ຽນບັນຫາໃຫ້ເກີດປະໂຫຍດຕໍ່ເຮົາກໍ່ເທົ່ານັ້ນເອງ.  

ສາລະໜ້າຮູ້ "ມະນຸດພະລັງງານ"

ທ່ານເຊື່ອຫຼືບໍ່ວ່າໃນຮ່າງກາຍຂອງຄົນເຮົາ ສາມາດຜະລິດກະແສໄຟຟ້າໄດ້ ຄົນເຮົາທຸກຄົນຈະມີພະລັງງານທຽບ ເທົ່າກັບການເປີດດອກໄຟຟ້າຂະໜາດ 120 ວັດ. ເພາະຄົນທີ່ກີນອາຫານເຂົ້າໄປປະມານ 2,500 ແຄຣໍລີໃນແຕ່ລະ ວັນ ຈະໃຫ້ພະລັງງານຄວາມຮ້ອນ 140 ແຄຣໍລີຕໍ່ຊົ່ວໂມງ ເຊິ່ງທຽບເທົ່າກັບກະແສໄຟຟ້າທີ່ມີພະລັງງານ 120 ວັດ.

ສາລະໜ້າຮູ້ "ສາລະພັດສານ"

ທ່ານເຊື່ອຫຼືບໍ່ວ່າໃນຮ່າງກາຍຂອງຄົນເຮົາມີສານປະປົນຢູ່ນຳຢ່າງຫຼວງຫຼາຍເຊັ່ນ : ມີຟອສຟໍຣັດໃນປະມານ ສາມາດເຮັດໄມ້ຂີດໄຟໄດ້ເຖິງ 2000 ກ້ານ ແລະ ມີໄຂມັນຢູ່ໃນໂຕທີ່ພໍຈະເຮັດສະບູໄດ້ 7 ເຖິງ 8 ກ້ອນ ແລະ ມີ ທາດເຫຼັກທີ່ພໍຈະເຮັດຕະປູໄດ້ 1 ດອກ. ((ຈາກວາລະສານມະຫາຊົນ))
... ໃນຮ່າງກາຍຂອງຄົນເຮົານີ້ກໍ່ບໍ່ທຳມະດາເນາະ ມີສາລະພັດສານ ຍັງດີທີ່ບໍ່ມີສານປະຊາຊົນສູງສຸດເນາະ ຫະຫະ

ບົດກະວີ "ຕອບ ຈ.ມ ສາວແດນຈຳປາ"

  • ເມື່ອໄດ້ຮັບ ຈ.ມ ນາດນ້ອງ..........ແດນຖີ່ນດີນຈຳປາ ຮຽມເອີຍ !
ພີ່ຄະນິງໃນໃຈ.....................................ເບີກບານມະໂນແມ້ງ
ແນວວ່ານົງຄານຫຼ້າ.............................ວາຈາຫວານອ້ອຍອີ່ນ
ຍີນຄາລົມວາດເວົ້າ..............................ຫວານຊຶ້ງຊື່ນມະໂນ ພີ່ເດ.
  • ພີ່ຕ້ອງຂໍໂທດດ້ວຍ.....................ທີ່ບໍ່ຕອບ ຈ.ມ ສານ
ເພາະວ່າການຈຳເປັນ...........................ຈິ່ງສົ່ງສານມານານຊ້າ
ຂໍໃຫ້ນວນລະໄມໜ້າ............................ອານົມມານ້ອງພີ່
ເຂົ້າໃຈຕີທີ່ພີ່ເວົ້າ..................................ອະໄພດ້ວຍຢ່າໝ່າຍໃຈ.
  • ຄຳສັນຍາທີ່ວ່າໄວ້......................ພີ່ບໍ່ລ່າຍລືມໄລ   ດອກນາ !
ວ່າຈະຂຽນ ຈ.ມ ຫາ.............................ໜຶ່ງເດືອນຄົນລະຄັ້ງ
ພີ່ກໍ່ຍັງຈຳໄດ້.......................................ຈິ່ງຂຽນມາຕ້ານຕອບ
ມອບເປັນຄຳກາບສ້ອຍ.........................ກອນກ້ອມກ່ອມໃຈ.
  • ເປັນແນວໃດນ້ອງຫຼ້າ..................ຍັງຄ່ອຍສະບາຍດີ   ຢູ່ບໍ?
ຫຼືຂຸ່່ນເຄືອງໃຈໃນ................................ຄັບມະໂນໝອງເສົ້າ
ພີ່ຜູ່ເນົາວຽງຈັນກ້ວາງ..........................ຍັງສະບາຍຄືເກົ່າ
ມີແຄ່ເຫງົາງ່ອມເສົ້າ...............................ຍາມອ້າຍຄິດເຖິງ  ເຈົ້າເອີຍ !
  • ສ່ວນວ່າພາບຖ່າຍນ້ອງ................ທີ່ນາງຍື່ນຍໍເຖິງ
ເບີ່ງຄືມີວີນຍານ.....................................ດັ່ງໂຕນາງແທ່້
ເຝົ້າຈອບແນແນມສິ້ງ.............................ຄະນິງຊາຍທຸກບາດຍ່າງ
ພີ່ກໍ່ພໍອຸ່ນດ້ວຍ.......................................ມະໂນແທ້ເມື່ອລ່ຳແຍງ.
  • ຄຳຖະແຫຼງໃນກອນນີ້...................ພີ່ໄດ້ກັ່ນກອງເອົາ
ຈາກມະໂນໃນນຶກ...................................ໜ່ວຍກະດອມໃຈອ້າຍ
ບັນຍາຍເປັນຄຳເວົ້າ.................................ກະວີກອນວອນຕໍ່
ພໍໄດ້ສານຂອດໝັ້ນ..................................ສຳພັນກ້ຽວກ່ອມສະເໜ.
  • ພີ່ບໍ່ເວວັງເວີ້ງ................................ມີໃໝ່ໃຈສອງ
ປອງສາວເມືອງວຽງທອງ.........................ໃຫ້ຫຍຸ້ງໃຈມະນາງນ້ອງ
ຫາກແມ່ນແນນນຳຕ້ອງ............................ຮັກເຮົາສອງສິສົດຊື່ນ
ວັນມື້ອື່ນຂ້າງໜ້າ......................................ຊິສົມແທ້ດັ່ງຫວັງ.
  • ຖ້າຫາກຜິດພາດພັ້ງ......................ປີ້ນປ່ຽນວຽນໝູນ
ບຸນບໍ່ສົມປະຄອງຄຽງ...............................ຮ່ວມຮຽງນາງນ້ອງ
ອ້າຍກໍ່ຄອງເປັນໄດ້...................................ພຽງພີ່ຊາຍເນື້ອອຸ່ນໆ
ບຸນຫາກພໍແຕ່ທໍ່ນັ້ນ..................................ບໍ່ຫວັງເຍີ້ນຍ່າວໄກ.
  • ຂໍພຽງແຕ່ອ້າຍໄດ້...........................ຈາຕໍ່ປະໂລມຂວັນ
ຍາມເມື່ອນວນນາງເຫງົາ............................ບອບລະກຳໃຈກຸ້ມ
ຂໍເປັນຄົນຄອຍອຸ້ມ.....................................ເອົາໃຈເມື່ອນາງງ່ອມ
ບໍ່ຫວັງໄດ້ຮ່ວມຫ້ອງ..................................ຮຽງຕຸ້ມຕ່ອມສອງ  ກໍ່ຢ່າທ້ອນ. !

ສາລະໜ້າຮູ້ "ສຽງທ້ອງຮ້ອງ"

ເວລາຫິວເຂົ້າແຮງໆເຮົາອາດຈະໄດ້ຍີນສຽງທ້ອງຮ້ອງຄືກັນໝົດທຸກຄົນ ສາເຫດທີ່ທ້ອງຮ້ອງກໍ່ເພາະວ່າ ສະໝອງເຊິ່ງເປັນສ່ວນຄວບຄຸມຄວາມຮູ້ສຶກຫິວຂອງຄົນເຮົາ ຈະຄອຍຈັດລຳດັບ ການທຳງານຂອງກະເພາະ ອາຫານ ແລະ ລຳໄສ້. ຖ້າໃນເລືອດມີສານອາຫານພຽງພໍ ສະໝອງກໍ່ຈະສັ່ງໃຫ້ກະເພາະອາຫານເຮັດວຽກໜ້ອຍ ລົງ ແຕ່ເມື່ອໃດທີ່ມີສານອາຫານໃນເລືອດໜ້ອຍ ສະໝອງກໍ່ຈະສັ່ງໃຫ້ລະບົບຍ່ອຍອາຫານໃຫ້ເຮັດວຽກໄວຂື້ນ. ດັ່ງນັ້ນ, ຈິ່ງເປັນສາເຫດຂອງທ້ອງຮ້ອງດັງຂື້ນ.   ((ຈາກວາລະສານມະຫາຊົນ))

ສາລະໜ້າຮູ້ "ຫິວເພາະກີ່ນ"

ທ່ານຜູ້ອ່ານເຄີຍສັງເກດບໍ່ວ່າ ເມື່ອມີກີ່ນອາຫານລອຍມາເຂົ້າດັງ ເຮັດໃຫ້ເຮົາຮູ້ສຶກຫິວໄປນຳ ສາເຫດທີ່ເປັນແນວນີ້ກໍ່ເພາະວ່າ ກີ່ນອາຫານເຫຼົ່ານັ້ນໄດ້ເຂົ້າໄປກະຕູ້ນລະບົບການຍ່ອຍອາຫານ ຂອງຄົນເຮົາ ເຮັດໃຫ້ນ້ຳຍ່ອຍໃນປາກ ແລະ ທ້ອງເລີ່ມເຮັດວຽກ. ສະນັ້ນ, ຈິ່ງເຮັດໃຫ້ເຮົາຮູ້ສຶກ ຢາກກີນອາຫານຊະນິດນັ້ນຂື້ນມາທັນທີ. ((ຂໍ້ມູນສ່ວນໜຶ່ງຂອງວາລະສານມະຫາຊົນ))