7.04.2555

ຕະລົກ/ຊວນຫົວເລື່ອງ " ຕາຍຍ້ອນຫຼີ້ນເມຍເຂົາ "



ຢູ່ທີ່ຍົມມະໂລກມີຊາຍຄົນໜຶ່ງຖືກຈັບມາສອບສວນ
ຍົມມະທູດຖາມ: ມືງເປັນຫຍັງຈິ່ງຕາຍ
ຊາຍຄົນນັ້ນຕອບ: ຂະນ້ອຍຕາຍຍ້ອນສາເຫດຫຼີ້ນເມຍເຂົາ ແລ້ວຖືກຜົວເຂົາຂ້າຂະນ້ອຍ
ຍົມມະທູດ: ໂອ໋..! ຄັ້ນຊັ້ນມືງໄປຂື້ນສະຫວັນດຽວນີ້
ຊາຍຄົນນັ້ນງົງຈິ່ງຖາມຄືນ: ເປັນຫຍັງຈິ່ງໃຫ້ຂະນ້ອຍຂື້ນສະຫວັນນໍ
ບໍ່ເຂົ້າໃຈ...ໝົດທັງຊີວິດຂະນ້ອຍ ບໍ່ເຄີຍສ້າງຄວາມດີມາກ່ອນເລີຍ
ຍົມມະທູດຖາມເພື່ອຄວາມແນ່ໃຈ: ມືງຕາຍຍ້ອນຫຼີ້ນເມຍເຂົາແມ່ນບໍ່
ຊາຍຄົນນັ້ນຕອບ: ໂດຍ....ແມ່ນແລ້ວຂະນ້ອຍ
ຍົມມະທູດ: ຄັນຊັ້ນກູສິໃຫ້ມືງຂື້ນໄປສະຫວັນ ດຽວມືງຢູ່ນີ້ມືງສິຫຼີ້ນເມຍກູ 555++

ຕະລົກ/ຊວນຫົວເລື່ອງ " ກະສັດຕັດແລ້ວບໍ່ຄືນຄຳ "

ກ່ຽວກັບການຂຽນ

ທັມມະ "ຄວາມຄິດເປັນສິ່ງທີ່ຄວນຄວບຄຸມ"



ພຣະສັມມາສັມພຸທທະເຈົ້າໄດ້ຕຣັສໄວ້ໃນວິຕັກສັນຖານສູຕຣ໌ ກ່ຽວກັບການຄວບຄຸມຄວາມຄິດ ມີຢູ່ 5 ຂໍ້ຄື :
  1. ໃຫ້ປ່ຽນຄວາມຄິດ.
  2. ໃຫ້ພິຈາລະນາໂທດຂອງຄວາມຄິດ.
  3. ໃຫ້ເຊົາຄິດ.
  4. ໃຫ້ຕຶກຕອງຫາເຜດຜົນວ່າເປັນຫຍັງຈິ່ງຄິດ ?.
  5. ໃຫ້ກັດຟັນໃຊ້ລີ້ນກົດດັນເພດານໃຫ້ແໝ້ນ.
ທັງໝົດນີ້ເປັນໄປເພື່ອການຄວບຄຸມຄວາມຄິດ ບໍ່ໃຫ້ເປັນໄປໃນທາງທີ່ຈະກໍ່ໃຫ້ເກີດໂທດ.

ຕະລົກ/ຊວນຫົວເລື່ອງ "ໄປຂໍຄວາມເຫັນນຳພຣະ"

ຕະລົກ/ຊວນຫົວເລື່ອງ "ຢາກປ່ຽນບັນຍາກາດ"

ຕະລົກ/ຊວນຫົວເລື່ອງ "ສ່ຽວໂຕຂີ້ອາຍບໍ່ ?"


ສອງສ່ຽວນັ່ງລົມກັນ
ສ່ຽວຜູ້ທີ່ 1 : ຖາມສ່ຽວຜູ້ທີ່ສອງວ່າ : ສ່ຽວໂຕຂີ້ອາຍບໍ່ ?
ສ່ຽວຜູ້ທີ່ 2 : ຕອບສ່ຽວຜູ້ທີ່ໜຶ່ງວ່າ : ບໍ່ນາ ເຮົາບໍ່ໄດ້ຂີ້ອາຍ.
ສ່ຽວຜູ້ທີ່ 1 : ຄັນຊັ້ນເວລາໂຕໄປຂີ້ ເຮົາຄືເຫັນໂຕອັດປະຕູ.
ສ່ຽວຜູ້ທີ່ 2 : ງົງເລີຍຖາມສ່ຽວຜູ້ທີ່ໜຶ່ງວ່າ : ເປັນຫຍັງໂຕຄືວ່າແນວນັ້ນ.
ສ່ຽວຜູ້ທີ່ 1 : ເອົ່າ..! ຫາກໂຕຂີ້ບໍ່ອາຍໂຕກະເປີດປະຕູໄວ້ເລີຍແຫຼະ.
                ຫາກເວລາໂຕຂີ້ແລ້ວປິດປະຕູໄວ້ກະສະແດງວ່າໂຕຂີ້ອາຍ 555++

ເລື່ອງຂອງໝາ...ຂໍເຫົ່າ...ແຕ່ບໍ່ຂໍເວົ້າ


  ກ່ອນພຣະເຈົ້າ ຈະສົ່ງສິ່ງທີ່ມີຊີວິດລົງມາເກີດເປັນໝາຢູ່ຮ່ວມກັບມະນຸດ ເພີ່ນໄດ້ສົ່ງທ້າວສຸນັກເຊິ່ງເປັນໂຕແທນຂອງພວກໝາ ມາສຳຫລວດການໃຊ້ຊີວິດຂອງມະນຸດກ່ອນ ເປັນເວລາສາມປີເຕັມໆ ພໍໄດ້ເວລາສາມປີຈິ່ງຖາມ ທ້າວໝາ
ພຣະເຈົ້າ: ເຈົ້າຢາກມີຮ່າງກາຍໃຫຍ່ ຫລື ນ້ອຍ
ທ້າວສຸນັກ: ໂຕນ້ອຍໆ ພໍແລ່ນເຂົ້າ ແລ່ນອອກເຮືອນຄົວສະດວກກໍ່ພໍແລ້ວ
ພຣະເຈົ້າ: ມີ 4 ຂາ ຫລື 2 ຂາ
ທ້າວສຸນັກ: ຖ້າສອງຂາ ສອງມື ເຂົາຊິໃຊ້ໃຫ້ເຮັດວຽກຢູ່ຫ້ອງການແທ່ນຊັ້ນຕິ ຂໍບໍ່ມີມືດີກວ່າ
ພຣະເຈົ້າ: ຄັນຊັ້ນເຮົາຈະໃຫ້ເຈົ້າ ເວົ້າໄດ້ຄືມະນຸດເດີ້
ທ້າວສຸນັກ: ໂອ້ຍ ຂໍນຳຂະນ້ອຍ ຢ່າໃຫ້ເວົ້າໄດ້ຄືມະນຸດເລີຍ
ພຣະເຈົ້າ: ແປກໃຈ ເປັນຫຍັງ ການປາກເວົ້າສື່ສານໄດ້ ຄືສຸດຍອດຂອງສິ່ງທີ່ມີຊີວິດແລ້ວ ເຫດໃດເຈົ້າຈິ່ງປະຕິເສດ
ທ້າວສຸນັກ: ມັນກະດີຢູ່ດ້ອກ ແຕ່ການປາກເວົ້າໄດ້ມັນບໍ່ດີສຳລັບການເປັນຜົວເມຍກັນ
ພຣະເຈົ້າ: ມັນບໍ່ດີແບບໃດ
ທ້າວສຸນັກ: ຕາມການສຳຫລວດໂລກມະນຸດຂພຈພົບວ່າ ການເປັນຜົວເມຍກັນມັນຄືຈັງຊິ້ຂະນ້ອຍ
ປີທຳອິດ ຜົວເວົ້າເມຍຟັງ
ປີທີ່ສອງ ຜົວຟັງເມຍເປັນຜູ່ເວົ້າ
ປີທີ່ສາມ ທັງຜົວທັງເມຍຍາດກັນເວົ້າ ຊາວບ້ານເປັນຜູ່ຟັງ ໂອຍຫນ້າອາຍ ຄືຂະນ້ອຍນີ້ມັກມີຫລາຍເມຍ ບໍ່ຢາກໄດ້ຍີນສຽງດ່າ ຂໍເວົ້າໄດ້ຄຳດ່ຽວດັງໆ ກໍ່ພໍແລ້ວ
ພຣະເຈົ້າ: OK ຄັນຊັ້ນເລືອກເອົາຄຳສອງຄຳ ຕາມໃຈເຖີດ...ສະນັ້ນແຫລະຫມາຈື່ງເວົ້າໄດ້ແຕ່ຄຳດຽວ ຫງົງ...ຫງົງ

ຫົວໃຈທີ່ນຳໄປສູ່ຄວາມສຳເລັດ4ຢ່າງຂອງພຸດທະສາສນາ


  •     ຫຼັກການທີ່ຈະນຳໄປສູ່ຄວາມສຳເລັດຢູ່ໃນພຸດທະສາສນາຂອງເຮົາມີຢູ່ສີ່ຂໍ້ດ້ວຍກັນນັ້ນກໍ່ຄື:
- ສັນທະ ໝາຍເຖິງ ຄວາມພໍອົກພໍໃຈ ຮັກໄຄ່ໃນໜ້າທີ່ວຽກງານ.
- ວິຣິຍະ ໝາຍເຖິງ ຄວາມພາກພຽນ ພະຍາຍາມໃນໜ້າທີ່ການງານ.
- ຈິຕຕະ ໝາຍເຖິງ ຄວາມເອົາໃຈໃສ່ໃນໜ້າທີ່ການງານ.
- ວິມັງສາ ໝາຍເຖິງ ຄວາມຄິດຕຶກຕອງ ພິຈາລະນາຫາເຫດຜົນໃນໜ້າທີ່ການງານ.
.............................................................................................................
  •     ສັນທະ ມີຈິດໃຈມາດມຸ້ງ............... ປະສົງຕໍ່ການງານ
ປະສານກາຍໃຈຈິດ................................ ພິຊິດຄວາມງົງຊ້າ
ຂັນອາສາຊູຊວ້ານ................................. ໂຊມງານທຸກຢ່າງ
ປະກອບສ່ວນຊ່ວຍສ້າງ.......................... ໃຫ້ງານມຸ້ງສູ່ທີ່ໝາຍ.
  •     ວິຣິຍະ ເພີ່ນກ່າວໄວ້.................... ວ່າໃຫ້ພາກພຽນຂະຫຍັນ
ຝ່າຟັນອຸປະສັກ.................................... ພິທັກງານໃຫ້ເດີນກ້າວ
ມີຈິດໃຈຫັນຫ້າວ................................... ໂຮມແຮງຮັກວຽກ
ພຽບພ້ອມທຸກເມື່ອມື້.............................. ຢືນສູ້ບໍ່ຖອຍ.
  •     ຈິຕຕະ ຈິດຄິດຄົ້ນ...................... ຄຳນຶງເຫດກັບຜົນ
ວຽກງານຕົນບໍ່ເມີນເສີຍ.......................... ລ່ວງເລີຍເກີນແກ້
ງານໃດສຳຄັນແທ້................................. ອັນດັບຮຽງໄວ້ທີ່ໜຶ່ງ
ເຖິງສິໜັກຍາກຫຍຸ້ງ.............................. ພະຍຸງກ້າວກ່ອນອື່ນໃດ ຊອບແລ້ວ !
  •     ວິມັງສາ ວິໄຈຈົນແຈບແຈ້ງ............ ຜົນແຫ່ງການງານ
ຜ່ານຂະບວນຕົວຈິງ.............................. ຈິ່ງຖອດຖອນມານຳໃຊ້
ງານໃດຍັງຄົງຄ້າງ................................ ຫາແນວທາງປັບປ່ຽນ
ຮຽນຮູ້ເຮັດພ່ຳພ້ອມ.............................. ເພື່ອພູນເພີ່ມຄ່າງານ.
  •     ໃຜຜູ້ເຮັດດັ່ງເວົ້າ....................... ຊິສົມຊື່ຄົນງານຈິງ
ຫາກພຽງຂານວາຈາ............................. ວ່າຮັກງານເອົາແທ້
ແຕ່ບໍ່ແລງານນັ້ນ.................................. ບໍ່ສົມກັນກັບຕົນກ່າວ
ຂາດສັຈຈະທັມສີ່ຂໍ້............................... ງານເຈົ້າບໍ່ດຸ່ງເດີນ ແທ້ໄດ໋ !

ບົດເພງ : ພົບຮັກທີ່ ມ.ຊ

ບົດເພງ : ພົບຮັກທີ່ ມ.ຊ

ໂຄງສ້າງແລະແບບຢ່າງຂອງການແຕ່ງເພງ

ໂຄງສ້າງແລະແບບຢ່າງຂອງການແຕ່ງເພງ

ປ່ຽນຄວາມຄິດຊີວິດປ່ຽນ



ປ່ຽນຄວາມຄິດຊີວິດປ່ຽນ

ບົດກະວີ ''ຄື້ນຟອງຊີວິດ''

ຄື້ນຟອງຊີວິດ