7.05.2555

ຕະລົກ/ຊວນຫົວເລື່ອງ "ຝຣັ່ງບໍ່ກີ​ນຂອງເດັກ"



     ມີແມ່ຕູ້ກັບຫຼານຢູ່ແຖວວັງວຽງ ! ຫຼານພັດເປັນເດັກນ້ອຍຂີ້ໄຫ້ແດ່, ມີມື້ໜຶ່ງໃນເວລາທີ່ແມ່ຕູ້ ກຳລັງຍົວະຫຼານທີ່ກຳລັງໃຫ້ບໍ່ຍອມເຊົາຈັກເທື່ອບັງເອີນມີຝຣັ່ງສອງຄົນຍ່າງກາຍມາໃກ້ ໆ ແມ່ຕູ້ກັບຫຼານ.
ແມ່ຕູ້ເວົ້າໃຫ້ຫຼານວ່າ : ອີ່ຫຼ້າ ! ມິດແມ໊ ! ຄັນບໍ່ເຊົາໃຫ້ຫັນ ! ຈັກໜ້ອຍຝຣັ່ງມັນສິກິນຂອງມຶງເດີ້ !
ເມື່ອຝຣັ່ງໄດ້ຍິນແນວນັ້ນກໍ່ເລີຍຮ້ອງໄປໃສ່ແມ່ຕູ້ວ່າ : ແມ່ຕູ້ເອີຍ ! ຝຣັ່ງບໍ່ກິນຂອງເດັກນ້ອຍເດີ້! ຝຣັ່ງກິນແຕ່ຂອງຜູ້ໃຫຍ່ 555++ 


ບົດກະວີ "ຄ່າຂອງຊີວິດ"

  •     ຊີວິດເໝືອນດັ່ງວັງແມ່ນ້ຳ ............. ນະທີໃຫຍ່ວາລີໃສ
ໄຫຼຈາກຈອມພູຜາ................................. ປ່າພະນອມແນວໄມ້
ພັດຜ່ານເຫວດອນແກ້ງ........................... ທຳທານຫ້ວຍໃຫຍ່
ລົງສູ່ພາຍພາກພື້ນ................................. ສະໝຸດກວ້າງລ່ວງສະແສ.
  •     ຊີວິດຄົນກໍ່ປຸນປານປຽບໄດ້............. ທຽມທຽບທະເລຫຼວງ
ມີສາຂາລຳທານ.................................... ລ່ອງໄຫຼໂຮມເຕົ້າ
ຈິ່ງໄດ້ໂຮມກັນເຂົ້າ.................................. ເປັນວັງເວີນກວ້າງໃຫຍ່
ໃຫ້ປະຊາຮ່ວມໃຊ້................................... ສົງລ້າງອາບສະບາຍ.
  •     ຊີວິດຄົນຈະມີຄ່າໄດ້..................... ສະເໝີດັ່ງທາລາບໍ່ນໍ ?
ຫາກບໍ່ພັດທະນາຕົນ............................... ສູ້ທົນງານໄດ້
ໃຈເຂັ້ມແຂງອາສາສູ້................................ ບຸກບືນຍາມຍາກ
ແສນລ້ຳບາກອ່ອນລ້າ.............................. ເດີນໜ້າບໍ່ຖອຍ.
  •     ວຽກງານໃຫຍ່ແລະນ້ອຍ................ ບໍ່ເຄີຍລ່ອຍລະອາໃຈ
ແນວໃດດີເຝິກຝົນ................................... ຮ່ຳຮຽນເອົາຈົນໄດ້
ຍາມເມື່ອມານຳໃຊ້.................................. ວິຊາການທຸກຢ່າງ
ປະກອບສ່ວນກໍ່ສ້າງ................................ ພຽງພ້ອມເພື່ອນສະຫາຍ.
  •     ໃຜຜູ້ເຮັດດັ່ງນີ້ໄດ້......................... ຊິເສີມຄ່າຂອງຊີວິດ ເຮົາໄດ໋ !
ເຮັດໃຫ້ເຖິງຫຼັກໄຊ.................................. ທີ່ຕົນວາງໄວ້
ທັງຈະເປັນບັນໄດໃຫ້............................... ອະນຸຊົນທຽວໄຕ່
ໄຝ່ສຶກສາຮ່ຳຮູ້....................................... ດູໄວ້ດັ່ງແວ່ນໃຈ.
  •     ດັ່ງນັ້ນ ຈິງຈະປຸນປຽບໄດ້............... ແມ່ນ້ຳໃຫຍ່ສົມຈິງ
ແຕ່ຕ້ອງລົງມືທຳ.................................... ຈິ່ງຈະສົມມະໂນເຈົ້າ
ມີແຕ່ວາຈາເວົ້າ...................................... ຊິເອົາຫຍັງມາອ້າງເອກ
ຫຼື ຈະເສກແຕ່ງປັ້ນ................................. ປະສິດໄດ້ດັ່ງໃຈ ຊັ້ນບໍ ?.
  •     ຢາກໃຫ້ຊີວິດມີຄ່າລ້ຳ................... ຕ້ອງຮີບເລັ່ງເສີມຂະຫຍາຍ
ສ້າງຜົນງານປະຈັກຕາ............................ ສູ່ປະຊາຊາວເຊື້ອ
ຢ່າມີໃຈຊຳເຮື້ອ...................................... ແນວນາມມັກງ່າຍ
ພາຍລຸນມາຊິອ່າວໂອ້.............................. ຄະນິງເບື້ອງບ່ອນຫຼັງ ແທ້ໄດ໋ !



ຄົນແບບນີ້ຈັ່ງແມ່ນເປັນຕາຊັງອີຫຼີວ່າບໍ່ ?

ການໂຕ້ຕອບ ຈ.ມ ຂອງຄົນລຸ້ນໃໝ່ (ຍິງ-ຊາຍ)



ຝ່າຍຍິງ:
I love you ຈິງໆບໍ່ກິ້ງກອກ
I no ຫຼອກໃຫ້ you ຝັນສະລາຍ
I love you ຈິງໆບໍ່ດີ້ນຕາຍ
ຄົງບໍ່ຄາຍຈາກໃຈ I love you.
ຝ່າຍຊາຍ:
ເຖິງມ້ວຍດີນສີ້ນຟ້າ Star ດັບ
The sun ຫຼັບຂອບຟ້າໝົດລາສີ
ແມ້ The moon ສີ້ນແສງແຫ່ງລາຕີ
But ຕົວ mee ຍັງ  love you ຢູ່ຜູ້ດຽວ.
ຫຼາຍເດືອນຜ່ານໄປຄືນໜຶ່ງຝ່າຍຊາຍຄິດຮອດຝ່າຍຍິງນອນບໍ່ຫຼັບເລີຍເປີດປ່ອງຢ້ຽມແລ້ວລຳພັນວ່າ :
ເປີດ Window ໂອ້ The moon ກະຈ່າງຟ້າ
See Star ລາຍລອບຂອບບຸຜັນ
I did not see you ມາຫຼາຍວັນ
ປ່ອຍໃຫ້ຂ້ອຍນັ້ນ Sleeping ຢູ່ຜູ້ດຽວ.
ພໍຕື່ນເຊົ້າມາຝ່າຍຊາຍຍັງບໍ່ຫາຍຈາກຄວາມຄິດຮອດຄິດເຖິງຝ່າຍຍິງກໍ່ເລີຍເຂົ້າໄປຫາຄູບາທີ່ວັດ ແລະຄູບາກໍ່ສອນວ່າ:
ສັບພະສິ່ງໃດໆໃນໂລກນີ້
ລ້ວນແຕ່ມີຄວາມຜັນປ່ຽນວຽນແປຜັນ
ມີສຸກມີທຸກຄຸກເຄົ້າກັນ
ຢ່າຢຶດໝັ້ນເພາະມັນອະນິດຈັງ.
ຄູບາເຫັນຝ່າຍຊາຍບໍ່ເຂົ້າໃຈຍັງງົງໆຢູ່ ຄູບາເລີຍເວົ້າຕໍ່ວ່າ:
ສັບພະລັນອັນສະລອນ On the ground
This is round ຕົວເຮົາຢ່າໄປຫຼົງ
Every thing ເປັນສິ່ງບໍ່ຢືນຢົງ
ມັນກໍ່ຄົງພັງພີນ In one day.

ບົດຄວາມ " ເລື່ອນໂຕເອງຂື້ນ ແຕ່ຢ່າຫຼຸດຄົນອື່ນລົງ "



   ອາຈານສອນກິລາຊາວຍີ່ປຸ່ນໄວສະລາຄົນໜຶ່ງ ຊວນລູກສິດໝຸ່ມຊາວອາເມລິກາ ທີ່ຍ່າງຕາມຫຼັງໄປຕາມຫາດຊາຍ ຕອນແລງໆ ຊ່ວງໜຶ່ງຂອງການສົນທະນາ ອາຈານໃຊ້ໄມ້ຄ້ອນເທົ້າຂີດເສັ້ນສອງເສັ້ນຂະໜານກັນ ລົງໃນພື້ນທີ່ໆ ມີຊາຍຂາວລະອຽດ ເສັ້ນໜຶ່ງຍາວປະມານ 3 ຟຸດ ອີກເສັ້ນໜຶ່ງຍາວປະມານ 5 ຟຸດ.
ອາຈານບອກລູກສິດ >>>  ເຈົ້າລອງເຮັດໃຫ້ເສັ້ນທີ່ຍາວ 3ຟຸດ ຍາວກວ່າເສັ້ນທີ່ຍາວ 5ຟຸດໃຫ້ອາຈານເບີ່ງດູ.! ສຽງຂອງອາຈານເປັກລັກສະນະທ້າທາຍ. ລູກສິດຊາວອາເມລິກາຢຸດຄິດເພື່ອພິຈາລະນາເສັ້ນທັງສອງຢູ່ບຶດໜຶ່ງກໍ່ ຍີ້ມອອກມາ ເໝືອນກັບຄົ້ນພົບຄຳຕອບຢູ່ໃນໃຈ ເຂົາຕັ້ງໃຈໃຊ້ຕີນເບື້ອງໜຶ່ງລຶບຮອຍເສັ້ນທີ່ມີຄວາມຍາວ 5 ຟຸດນັ້ນ ໃຫ້ສັ້ນເຂົ້າຈົນເຫຼືອໜ່ອຍດຽວ ດ້ວຍວິທີນີ້ເສັ້ນທີ່ຍາວ 3 ຟຸດຈິ່ງໂດດເດັ່ນຂື້ນມາແທນ ເມື່ອລຶບແລ້ວລາວກໍ່ເງີຍໜ້າ ຂື້ນມາສົບຕາກັບອາຈານ ຄ້າຍໆກັບຂໍຄຳເຫັນ.
ລູກສິດ >>>   ແບບນີ້ໃຊ້ໄດ້ບໍ່ອາຈານ..?. ຜູ້ເປັນອາຈານໃຊ້ໄມ້ຄ້ອນເທົ້າເຄາະຫົວລາວບາດໜຶ່ງແລ້ວບອກວ່າ " ໃຊ້ວິທີນີ້ຊີວິດຂອງເຈົ້າກໍ່ຈະລົ້ມເຫຼວຕະຫຼອດໄປຮູ້ບໍ່? ຄົນທີ່ຈະຍົກຕົວໃຫ້ສູງໂດຍການທຳຮ້າຍຄູ່ແຂ່ງຂັນນັ້ນບໍ່ ຄ່ອຍສະຫຼາດເລີຍ ທາງທີ່ດີຈົ່ງຍົກຕົວເອງຂື້ນແຕ່ຢ່າຫຼຸດຄົນອື່ນລົງ ". ວ່າແລ້ວອາຈານກໍ່ຂີດເສັ້ນທັງສອງຄືນໃໝ່ ແລ້ວສາທິດໃຫ້ເບີ່ງ ໂດຍການທີ່ປ່ອຍເສັ້ນທີ່ຍາວ 5 ຟຸດ ໄວ້ຄຶເກົ່າ ແຕ່ຂີດເສັ້ນທີ່ຍາວ 3 ຟຸດໃຫ້ຍາວຂື້ນເປັນ 10 ຟຸດ ຂະນະທີ່ຝ່າຍລູກສິດຍັງງົງໆຢູ່  ຄູ່ແຂ່ງຂອງເຈົ້າບໍ່ແມ່ນສັດຕູແຕ່ຄືອາຈານຂອງເຈົ້າ ແລະ ເຂົາຄືຄົນສຳຄັນທີ່ຈະເຮັດ ໃຫ້ເຈົ້າກ້າວໜ້າຕໍ່ໄປຢ່າງສະຫງ່າງາມແລະມີກຽດສັກສີ ລອງຄິດເບີ່ງຖ້າບໍ່ມີຄູ່ແຂ່ງເຈົ້າຈະຮູ້ໄດ້ຢ່າງໃດວ່າຕົວເອງ ມີສັກກະຍະພາບໃນການເຮັດວຽກໄດ້ດີຂະໜາດໃດ? ບໍ່ມີອັນຂີ້ຮ້າຍແລ້ວເຈົ້າຈະຮູ້ໄດ້ແນວໃດວ່າຄວາມສວຍງາມ ເປັນແນວໃດ? ຄູ່ແຂ່ງຂັນຂອງເຮົາຍິ່ງເກັ່ງຍິ່ງສະຫຼາດເທົ່າໃດ ກໍ່ຈະເຮັດໃຫ້ເຮົາກ້າວໜ້າຕໍ່ໄປໃຫ້ສູງຍິ່ງຂື້ນ ນັກສູ້ທີ່ດີ ນັ້ນເຂົາຢືນຢັນຢູ່ໃນສັງວຽນໄດ້ ເພາະມີຄູ່ຕໍ່ສູ້ທີ່ເຂັ້ມແຂງ ຄູ່ຕໍ່ສູ້ທີ່ອ່ອນແອເຮັດໃຫ້ເຮົາຊະນະໄດ້ ແຕ່ໄຊຊະນະນັ້ນ ກໍ່ບໍ່ຍືນຍົງຄົງກະພັນ ຄົນທີ່ຈະພະຍາຍາມທີ່ຈະເລື່ອນໂຕເອງຂື້ນ ໂດຍການຂ້າລູກນ້ອງຟ້ອງເຈົ້ານາຍ ແລະ ຂາຍໝູ່ ເພື່ອນນັ້ນເຖິງຈະເຮັດໄດ້ສຳເລັດ ແຕ່ນັ້ນກໍ່ເປັນພຽງຄວາມສຳເລັດທີ່ປາສະຈາກກຽດຕິຄຸນ ທີ່ບໍ່ອາດອ້າງອີງໄດ້ເຕັມ ເມັດເຕັມໜ່ວຍ ການທີ່ເລື່ອນໂຕເອງຂື້ນ ໂດຍໃຊ້ວິທີບໍ່ຊອບທຳກັບການເລື່ອນໂຕເອງຂື້ນ ໂດຍປ່ອຍໃຫ້ຄົນອື່ນໄດ້ ກ້າວເດີນໄປຕາມວິທີທາງຂອງເຂົາຢ່າງມີເສລີພາບນັ້ນ ຈະມີຜົນໄດ້ຮັບແຕກຕ່າງກັນຢ່າງເຫັນໄດ້ຊັດເຈນ ການ ເລື່ອນໂຕເອງຂື້ນພ້ອມກັບການຫຼຸດຄົນອື່ນລົງ ເຮົາອາດຊະນະແຕ່ກໍ່ມີສັດຕູເປັນຂອງແຖມໂດຍຄິດບໍ່ເຖິງ. ສ່ວນການ ເລື່ອນໂຕເອງຂື້ນແຕ່ບໍ່ຫຼຸດຄົນອື່ນລົງນັ້ນ ເຮົາອາດເປັນຜູ້ຊະນະພ້ອມກັບມີເພື່ອນທີ່ແທ້ຈິງເພີ່ມຂື້ນຢ່າງມາກມາຍ ກ່າຍກອງ ວິທີໃດດີເລືອກເອົາໄປນຳໃຊ້ໃນຊີວິດຈິງໄດ້.
=> ເລື່ອງນີ້ ຂພຈ ໄດ້ອ່ານແລ້ວຮູ້ສຶກວ່າມັນກີນໃຈດີເລີຍເສຍສະລະເວລາມາຂຽນເພື່ອໃຫ້ເພື່ອນໆໄດ້ອ່ານກັນ ຄິດວ່າຄືສິນຳເອົາຄວາມຮູ້ມາໃຫ້ທ່ານບໍ່ຫຼາຍກໍ່ໜ່ອຍ...( ຄັດຈາກປື້ມວາລະສານປີ 2007.)