7.05.2555

ບົດກະວີ "ຄ່າຂອງຊີວິດ"

  •     ຊີວິດເໝືອນດັ່ງວັງແມ່ນ້ຳ ............. ນະທີໃຫຍ່ວາລີໃສ
ໄຫຼຈາກຈອມພູຜາ................................. ປ່າພະນອມແນວໄມ້
ພັດຜ່ານເຫວດອນແກ້ງ........................... ທຳທານຫ້ວຍໃຫຍ່
ລົງສູ່ພາຍພາກພື້ນ................................. ສະໝຸດກວ້າງລ່ວງສະແສ.
  •     ຊີວິດຄົນກໍ່ປຸນປານປຽບໄດ້............. ທຽມທຽບທະເລຫຼວງ
ມີສາຂາລຳທານ.................................... ລ່ອງໄຫຼໂຮມເຕົ້າ
ຈິ່ງໄດ້ໂຮມກັນເຂົ້າ.................................. ເປັນວັງເວີນກວ້າງໃຫຍ່
ໃຫ້ປະຊາຮ່ວມໃຊ້................................... ສົງລ້າງອາບສະບາຍ.
  •     ຊີວິດຄົນຈະມີຄ່າໄດ້..................... ສະເໝີດັ່ງທາລາບໍ່ນໍ ?
ຫາກບໍ່ພັດທະນາຕົນ............................... ສູ້ທົນງານໄດ້
ໃຈເຂັ້ມແຂງອາສາສູ້................................ ບຸກບືນຍາມຍາກ
ແສນລ້ຳບາກອ່ອນລ້າ.............................. ເດີນໜ້າບໍ່ຖອຍ.
  •     ວຽກງານໃຫຍ່ແລະນ້ອຍ................ ບໍ່ເຄີຍລ່ອຍລະອາໃຈ
ແນວໃດດີເຝິກຝົນ................................... ຮ່ຳຮຽນເອົາຈົນໄດ້
ຍາມເມື່ອມານຳໃຊ້.................................. ວິຊາການທຸກຢ່າງ
ປະກອບສ່ວນກໍ່ສ້າງ................................ ພຽງພ້ອມເພື່ອນສະຫາຍ.
  •     ໃຜຜູ້ເຮັດດັ່ງນີ້ໄດ້......................... ຊິເສີມຄ່າຂອງຊີວິດ ເຮົາໄດ໋ !
ເຮັດໃຫ້ເຖິງຫຼັກໄຊ.................................. ທີ່ຕົນວາງໄວ້
ທັງຈະເປັນບັນໄດໃຫ້............................... ອະນຸຊົນທຽວໄຕ່
ໄຝ່ສຶກສາຮ່ຳຮູ້....................................... ດູໄວ້ດັ່ງແວ່ນໃຈ.
  •     ດັ່ງນັ້ນ ຈິງຈະປຸນປຽບໄດ້............... ແມ່ນ້ຳໃຫຍ່ສົມຈິງ
ແຕ່ຕ້ອງລົງມືທຳ.................................... ຈິ່ງຈະສົມມະໂນເຈົ້າ
ມີແຕ່ວາຈາເວົ້າ...................................... ຊິເອົາຫຍັງມາອ້າງເອກ
ຫຼື ຈະເສກແຕ່ງປັ້ນ................................. ປະສິດໄດ້ດັ່ງໃຈ ຊັ້ນບໍ ?.
  •     ຢາກໃຫ້ຊີວິດມີຄ່າລ້ຳ................... ຕ້ອງຮີບເລັ່ງເສີມຂະຫຍາຍ
ສ້າງຜົນງານປະຈັກຕາ............................ ສູ່ປະຊາຊາວເຊື້ອ
ຢ່າມີໃຈຊຳເຮື້ອ...................................... ແນວນາມມັກງ່າຍ
ພາຍລຸນມາຊິອ່າວໂອ້.............................. ຄະນິງເບື້ອງບ່ອນຫຼັງ ແທ້ໄດ໋ !



ไม่มีความคิดเห็น:

แสดงความคิดเห็น