… ຍັງມີພໍ່ອຸປາສົກຄົນໜຶ່ງຍ່າງຢູ່ບໍລິເວນຫາດຊາຍ
ໄດ້ພົບເຫັນຄົນເຮືອກຳລັງລາກເຮືອຂອງຕົນ ອອກຈາກຫາດຊາຍລົງສູ່ແມ່ນ້ຳ
ເພື່ອທີ່ຈະໄປຮັບຜູ້ໂດຍສານ
... ຍາມນັ້ນກໍ່ພໍດີມີອາຈານເຊນຍ່າງຜ່ານມາ
ອຸປາສົກຜູ້ນີ້ຈິ່ງເຂົ້າໄປຖາມອາຈານເຊນວ່າ
ທ່ານອາຈານເມື່ອກີ້ຄົນເຮືອລາກເຮືອຈາກຫາດຊາຍລົງໄປແມ່ນ້ຳ ເພື່ອຮັບຜູ້ໂດຍສານ
ເຮັດໃຫ້ບັນດາປູ ປາ ກຸ້ງ ຫອຍ ຖືກເຮືອທັບຕາຍເປັນຈຳນວນຫຼວງຫຼາຍ
ຖ້າຕົກຢູ່ໃນກໍລະນີແບບນີ້ ບາບກຳຈະເປັນຂອງໃຜລະຫວ່າງຄົນເຮືອ ແລະ ຜູ້ໂດຍສານ.
• ອາຈານເຊນກໍ່ຕອບວ່າ "ບາບບໍ່ໄດ້ຕົກຢູ່ທີ່ຄົນເຮືອ ຫຼື ຜູ້ໂດຍສານດ໋ອກ"
• ອຸປາສົກເຮັດສີໜ້າແບບງງົງແລະອຸທານອອກມາວ່າ " ອ໋າວຖ້າເຊັ່ນນັ້ນແລ້ວບາບຈະຕົກເປັນຂອງໃຜລະທ່ານອາຈານ "
• ອາຈານເຊນ : ບາບກຳນັ້ນຈະຕົກຢູ່ກັບຕົວທ່ານ
ເພາະຄົນເຮືອເຂົາທຳງານສຸດຈະຣິສເພື່ອຫາລ້ຽງຊີບ
ສ່ວນຜູ້ໂດຍສານກໍ່ມີຈຸດປະສົງຈະຂ້າມແມ່ນ້ຳ ປູ ປາ ກຸ້ງ ຫອຍ
ລີ້ຊ້ອນຕົວຢູ່ແຄມຫາດຊາຍຈິ່ງຖືກເຮືອທັບຕາຍ
ກຳບໍ່ໄດ້ເປັນພຽງແຕ່ສອງຝ່າຍແຕ່ເປັນສາມຝ່າຍ ທັງຄົນເຮືອ, ຜູ້ໂດຍສານ ແລະສັດ
ຈະຖືເປັນບາບຂອງຝ່າຍໃດໜຶ່ງແມ່ນເປັນໄປບໍ່ໄດ້ ເພາະທັງສາມຝ່າຍລ້ວນແລ້ວແຕ່ໄຮ້ຈິດ
(ບໍ່ມີເຈຕະນາ)... ບາບກຳເກີດຈາກຈິດ ເມື່ອໄຮ້ຈິດກໍ່ບໍ່ເປັນບາບ
ແຕ່ອຸປາສົກມີເຈຕະນາເພື່ອຫາຜິດ ເມື່ອອຸປາສົກມີຈິດເຈຕະນາ
ບາບກຳຈິ່ງຕົກເປັນຂອງທ່ານອຸປາສົກ.
ບລ໋ອກໃຕ້ຟ້າສີຄາມນີ້ ຂພຈ ສ້າງຂື້ນມາຫຼີ້ນໆ ແລະ ກໍ່ຫາກະຮຽນເຮັດ ແບບມືສະໝັກຫຼີ້ນ ຖືວ່າບລ໋ອກນີ້ຍັງບໍ່ທັນສົມບູນເທື່ອ ຍັງຕ້ອງໄດ້ດັດແປງ, ແກ້ໄຂຫຼາຍ ອັນຢູ່. ດັ່ງນັ້ນ, ຈິ່ງບໍ່ອາດຈະມີບ່ອນຂາດ ຕົກບົກຜ່ອງ ເພາະບລ໋ອກນີ້ເປັນກ້າວແລກຂອງຂພຈ ທີ່ຫັດເຮັດເອງກັບມື ແລະ ຕໍ່ໄປຄິດວ່າສິພະຍາຍາມ ປັບປຸງ ເຮັດໃຫ້ມັນດີຂື້ນກວ່ານີ້ ແລະ ນຳອອກໄປໃຊ້ສູ່ສາຍຕາມວນຊົນ..ແນ່ນອນ.!
1.07.2556
1.03.2556
ຄວາມບັງເອີນ

...
ມື້ນີ້ໄດ້ມີໂອກາດໄປວັດຄູບາເພີ່ນກໍ່ເລີຍເທດສອນມາຫຼາຍຢ່າງເລີຍ
ໃນັນ້ນເພີ່ນໄດ້ສອນກ່ຽວກັບ ການສ້າງຄຸນງາມຄວາມດີ ເພີ່ນວ່າເຮັດບໍ່ຍາກວ່າຊັ້ນ
ເຮັດແລ້ວຈິດໃຈເຮົາຈະເປັນສຸກຊັ້ນເດ.
...
ພໍລາກັບຈາກເພີ່ນແລະອອກຈາກວັດມາກໍ່ມາເຈີກັບສິ່ງທີ່ເຫັນນີ້ລະ
ບາງຄົນຍັງສົງໃສວ່າ ເອ໋... ຂະເຈົ້າເຮັດຫຍັງກັນ !
ແຕ່ທີ່ຈິງແລ້ວຍິງຄົນທີ່ນຸ່ງໂສ້ງແດງນອນຢູ່ກັບພື້ນນັ້ນ
ລາວນັ່ງຢູ່ດີໆກໍ່ເປັນລົມລົ້ມລົງໝົ້ດສະຕິ, ຫົວໃຈຢຸດເຕັ້ນເມື່ອເປັນເຊັ່ນນັ້ນ
ຊາຍທີ່ມານຳກັນກັບລາວນັ້ນກໍ່ເຂົ້າໄປປ້ຳຫົວໃຈໃຫ້ລາວຈົນຫົວໃຈລາວເລີ່ມເຕັ້ນແລະຫາຍໃຈໄດ້
ແຕ່ຍັງໝົດສະຕິຢູ່
...
ຂພຈ ອອກຈາກວັດມາເຫັນກໍ່ເລີຍເຂົ້າໄປເບີ່ງ ແລ້ວກໍ່ຈົກເອົາໂທລະສັບອອກມາ
ຖ່າຍຮູບສຽງດັງແກັບບາດໜຶ່ງ ທັນໃດນັ້ນກໍ່ມີສຽງດັງຮ້ອງມາໃສ່ຂ້ອຍວ່າ "
ຄົນສິເປັນສິຕາຍ ຍັງມີອາລົມມາຖ່າຍຮູບເສຍຫວະ "
ສຽງນັ້ນເຮັດໃຫ້ຂ້ອຍສະດຸ້ງຄິດເຫັນຄຳສອນຂອງຄູບາເພີ່ນທີ່ເພີ່ນສອນເຮົາມາ
ຂພຈກໍ່ເລີຍຄິດອອກວ່າເອີໄດ້ໂອກາດແລ້ວລະ
ເຮົາໜ້າຈະເຮັດສິ່ງໃດສິ່ງໜຶ່ງເພື່ອຊ່ອຍເຫຼືອສັງຄົມ
...
ເມື່ອຄິດໄດ້ແນວນີ້ ຂພຈ ກໍ່ເລີຍແລ່ນອອກໄປລັດລົດແລ້ວກໍ່ພາໄປຫາຄົນເຈັບ
ຈາກນັ້ນກໍ່ຊ່ອຍອຸ້ມເອົາຄົນເຈັບຂື້ນລົດໄປໂຮງໝໍ
ພຽງເທົ່ານີ້ເອ໋ຄວາມດີຄືມາສ້າງງ່າຍແທ້ ເໝືອດັັ່ງຄຳເວົ້າຄູບາເພີ່ນວ່າອິຫຼີ
ຄວາມດີສ້າງບໍ່ຍາກ.
...
ດັ່ງນັ້ນ,
ຂພຈຈິ່ງຢາກຟາກໆໃຫ້ພາກັນຫັນມາສ້າງຄວາມດີເພື່ອຊ່ອຍເຫຼືອສັງຄົມກັນແດ່
ຫາກເຮົາບໍ່ເປັນຄົນດີແລ້ວສິໃຫ້ຄົນອື່ນມາເປັນຄົນດີແທນມັນກະເປັນໄປບໍ່ໄດ້
ຕ້ອງໄດ້ຊ່ອຍໆກັນເປັນຄົນດີແລ້ວໂລກນີ້ຈິ່ງຈະໄດ້ມີຄົນດີຫຼາຍຂື້ນ ^ ຂອບໃຈ ^.
" ຊີວິດເດັກເສີບ "

ແຕ່ງເພງ " ຊີວິດເດັກເສີບ "
- ຊີວິດຂອງຂ້າ................................ ເກີດມາສູ້ງານແລກເງິນ
ຈະຕ້ອງປະເຊີນ.......................................... ກັບບັນຫາທີ່ ສາລະພັດ
ໄປວຽກບໍ່ທັນ............................................. ມີບາງວັນກໍ່ຖືກຕັກເຕືອນ
ບາງວັນຖືກຕັດເງິນເດືອນ....................... ເຄື່ອງກໍ່ເປື້ອນ ໃສ່ຊຸດເກົ່າໆ
- ເຮືອນເຊົ່າເຂົ້າຊື້........................... ບໍ່ຄືຄົນເຂົາລວຍລ່ຳ
ເຮັດວຽກແຕ່ເຊົ້າຈົນຄ່ຳ.......................... ຈ່າຍຄ່ານ້ຳ ຄ່າໄຟ ຫ້ອງເຊົ່າ
ຄວາມຮູ້ບໍ່ມີ............................................. ຫາງານດີໆມັນຍາກເດີ້ສາວ
ຕ້ອງກາຍເປັນເດັກເສີບເຂົາ.................. ຕ້ອງທົນເອົາກັບສຽງຈົ່ມວ່າ
- ຍາມແຂກເຂົ້າຮ້ານ.................. ເຮົານັ້ນວິ່ງເຕັ້ນເຕັມທີ່
ເສີບອາຫານ ເຫຼົ້າເບຍ ຈອນນີ.............. ວິສກີ ເບຍລາວ ໂຊດາ
ເຂົາເປັນຄົນກີນ................................... ອາຫານຍຸພີນກີນກັບສຸລາ
ທາງເຮົາກີນແຕ່ນ້ຳລ້າ......................... ແລ້ວກັບມາມ້ຽນຖ້ວຍມ້ຽນຈານ
- ເຖິງຍາມເຊັກບີນ................... ໃບບີນເປັນເງິນກ້ອນໃຫຍ່
ເຂົາຈົກເງິນຈ່າຍ.................................. ເຮົານັ້ນຈົນຕົກຕະລຶງ
ເງິນເດືອນຂອງເຮົາ............................. ທຽບກັບຄາບເຂົ້າເຂົາ ບໍ່ໄດ້ເຄິ່ງໜຶ່ງ
ຈົນເຮົາຢືນຊຶງຕັ້ງເຫິງ........................ ໄດ້ແຕ່ແນມເບີ່ງ ເງິນເຂົາກ້ອນໃຫຍ່.
=> ນີ້ລະຊີວິດຂອງຄົນທີ່ມີຄວາມຮູ້ຕ່ຳ
ເຖິງຈະເຮັດວຽກແຕ່ເຊົ້າຈົນຄ່ຳເງິນກະຍັງບໍ່ພໍຈ່າຍ ໃຜເດນໍຈະມາເຫັນໃຈ
ຂໍຝາກໆໄປຍັງບັນດານ້ອງໆ ອ້າຍໆ ຫຼື ມິດສະຫາຍດ້ວຍກັນ
ຈົ່ງພະຍາຍາມຮຽນໃຫ້ເກັ່ງແລະໃຫ້ຈົບ ຊີວິດກໍ່ຈະໄດ້ມີຄ່າກວ່ານີ້
ເມື່ອມີການສຶກສາສູງສິໄປຫາງານດີໆນັ້ນມັນບໍ່ຍາກດອກທ່ານເອີຍ ຂພຈ
ຕອນນີ້ກໍ່ອົດທົນຊົນສູ້ກັບຊີວິດອີຫຼີ ໂດຍເຮັດວຽກທຸກຢ່າງເພື່ອໃຫ້ໄດ້ເງິນມາ
(ຍົກເວັ້ນສິ່ງທີ່ຜິດກົດໝາຍແລະວັດທະນະທຳ) ໂດຍບໍ່ຄຳນຶງເຖິງໜ້າຕາ ກຽດ ສັກສີ
ຂໍພຽງມີເງິນໃຫ້ແລ້ວພໍ ຄິດແຕ່ວ່າຍາມທຸກຍາມຍາກ ບໍ່ມີໃຜຮູ້ຈັກເຮົາດ໋ອກ
ຖ້າຮູ້ກໍ່ຕອນເຮົາຮັ່ງມີພຸ້ນລະ ແລ້ວເຮົາສິໄປແຄຫຍັງກັບກຽດ ສັກສີ
ເມື່ອບໍ່ມີຄົນຮູ້ຈັກ ຢ່າພາກັນໄປອາຍເລີຍ
ຈົ່ງອົດທົນຕໍ່ສູ້ກັບມັນເພື່ອວັນໜຶ່ງຂ້າງໜ້າ...
..... ຂໍຝາກຮ້ານຂອງເຮົາແດ່ເດີ້ ຮ້ານອາຫານສະບາຍດີ ຊາບູ ຊາບູ
ຕັ້ງຢູ່ຖະໜົນສາມແສນໄທ ບ້ານຫາຍໂສກ ເມືອງຈັນທະບູລີ
ຮ້ານຂອງເຮົາຕິດກັບວັດບາງລອງຫັ້ນລະ
ຫາກໄດ້ໄປໄດ້ມາກໍ່ພາກັນໄປແວ່ອຸດໜູນຊ່ອຍແນ່ເດີ້ ແລະນີ້ເຟດຂອງຮ້ານ www.facebook.com/SabaideeShabuShabu
สมัครสมาชิก:
บทความ (Atom)