
ແຕ່ງເພງ " ຊີວິດເດັກເສີບ "
- ຊີວິດຂອງຂ້າ................................ ເກີດມາສູ້ງານແລກເງິນ
ຈະຕ້ອງປະເຊີນ.......................................... ກັບບັນຫາທີ່ ສາລະພັດ
ໄປວຽກບໍ່ທັນ............................................. ມີບາງວັນກໍ່ຖືກຕັກເຕືອນ
ບາງວັນຖືກຕັດເງິນເດືອນ....................... ເຄື່ອງກໍ່ເປື້ອນ ໃສ່ຊຸດເກົ່າໆ
- ເຮືອນເຊົ່າເຂົ້າຊື້........................... ບໍ່ຄືຄົນເຂົາລວຍລ່ຳ
ເຮັດວຽກແຕ່ເຊົ້າຈົນຄ່ຳ.......................... ຈ່າຍຄ່ານ້ຳ ຄ່າໄຟ ຫ້ອງເຊົ່າ
ຄວາມຮູ້ບໍ່ມີ............................................. ຫາງານດີໆມັນຍາກເດີ້ສາວ
ຕ້ອງກາຍເປັນເດັກເສີບເຂົາ.................. ຕ້ອງທົນເອົາກັບສຽງຈົ່ມວ່າ
- ຍາມແຂກເຂົ້າຮ້ານ.................. ເຮົານັ້ນວິ່ງເຕັ້ນເຕັມທີ່
ເສີບອາຫານ ເຫຼົ້າເບຍ ຈອນນີ.............. ວິສກີ ເບຍລາວ ໂຊດາ
ເຂົາເປັນຄົນກີນ................................... ອາຫານຍຸພີນກີນກັບສຸລາ
ທາງເຮົາກີນແຕ່ນ້ຳລ້າ......................... ແລ້ວກັບມາມ້ຽນຖ້ວຍມ້ຽນຈານ
- ເຖິງຍາມເຊັກບີນ................... ໃບບີນເປັນເງິນກ້ອນໃຫຍ່
ເຂົາຈົກເງິນຈ່າຍ.................................. ເຮົານັ້ນຈົນຕົກຕະລຶງ
ເງິນເດືອນຂອງເຮົາ............................. ທຽບກັບຄາບເຂົ້າເຂົາ ບໍ່ໄດ້ເຄິ່ງໜຶ່ງ
ຈົນເຮົາຢືນຊຶງຕັ້ງເຫິງ........................ ໄດ້ແຕ່ແນມເບີ່ງ ເງິນເຂົາກ້ອນໃຫຍ່.
=> ນີ້ລະຊີວິດຂອງຄົນທີ່ມີຄວາມຮູ້ຕ່ຳ
ເຖິງຈະເຮັດວຽກແຕ່ເຊົ້າຈົນຄ່ຳເງິນກະຍັງບໍ່ພໍຈ່າຍ ໃຜເດນໍຈະມາເຫັນໃຈ
ຂໍຝາກໆໄປຍັງບັນດານ້ອງໆ ອ້າຍໆ ຫຼື ມິດສະຫາຍດ້ວຍກັນ
ຈົ່ງພະຍາຍາມຮຽນໃຫ້ເກັ່ງແລະໃຫ້ຈົບ ຊີວິດກໍ່ຈະໄດ້ມີຄ່າກວ່ານີ້
ເມື່ອມີການສຶກສາສູງສິໄປຫາງານດີໆນັ້ນມັນບໍ່ຍາກດອກທ່ານເອີຍ ຂພຈ
ຕອນນີ້ກໍ່ອົດທົນຊົນສູ້ກັບຊີວິດອີຫຼີ ໂດຍເຮັດວຽກທຸກຢ່າງເພື່ອໃຫ້ໄດ້ເງິນມາ
(ຍົກເວັ້ນສິ່ງທີ່ຜິດກົດໝາຍແລະວັດທະນະທຳ) ໂດຍບໍ່ຄຳນຶງເຖິງໜ້າຕາ ກຽດ ສັກສີ
ຂໍພຽງມີເງິນໃຫ້ແລ້ວພໍ ຄິດແຕ່ວ່າຍາມທຸກຍາມຍາກ ບໍ່ມີໃຜຮູ້ຈັກເຮົາດ໋ອກ
ຖ້າຮູ້ກໍ່ຕອນເຮົາຮັ່ງມີພຸ້ນລະ ແລ້ວເຮົາສິໄປແຄຫຍັງກັບກຽດ ສັກສີ
ເມື່ອບໍ່ມີຄົນຮູ້ຈັກ ຢ່າພາກັນໄປອາຍເລີຍ
ຈົ່ງອົດທົນຕໍ່ສູ້ກັບມັນເພື່ອວັນໜຶ່ງຂ້າງໜ້າ...
..... ຂໍຝາກຮ້ານຂອງເຮົາແດ່ເດີ້ ຮ້ານອາຫານສະບາຍດີ ຊາບູ ຊາບູ
ຕັ້ງຢູ່ຖະໜົນສາມແສນໄທ ບ້ານຫາຍໂສກ ເມືອງຈັນທະບູລີ
ຮ້ານຂອງເຮົາຕິດກັບວັດບາງລອງຫັ້ນລະ
ຫາກໄດ້ໄປໄດ້ມາກໍ່ພາກັນໄປແວ່ອຸດໜູນຊ່ອຍແນ່ເດີ້ ແລະນີ້ເຟດຂອງຮ້ານ www.facebook.com/SabaideeShabuShabu
ไม่มีความคิดเห็น:
แสดงความคิดเห็น