ທ່ານຮູ້ຫຼືບໍ່ວ່າຄົນທີ່ນອນກາຍ 8
ຊົ່ວໂມງຕໍ່ຄືນ ມີແນວໂນ້ມເຮັດໃຫ້ເສຍຊີວິດໄວຂື້ນ
ພ້ອມກັນນັ້ນຍັງມີຄວາມສ່ຽງຕໍ່ການເປັນໂລກມະເລັງ ແລະໂລກຫົວໃຈນຳອີກ.
ທາງຄະນະນັກວິໄວຈາກແຄຣິຟໍເນຍ ໄດ້ສຶກສາພຶດຕິກຳການນອນຂອງຊາວອາເມລິກາ
ເຊິ່ງມີອາຍຸລະຫວ່າງ 30-102 ປີ ຈຳນວນຫຼາຍກວ່າໜຶ່ງລ້ານຄົນ ພາຍໃນໄລຍະເວລາ 6
ປີພົບວ່າຄົນທີ່ນອນຫຼາຍກວ່າ 8 ຊົ່ວໂມງ
ມີແນວໂນ້ມທີ່ຈະເສຍຊີວິດໄວກວ່າຄົນທີ່ນອນໃຊ້ເວລາ 7 ຊົ່ວໂມງຕໍ່ຄືນຫຼາຍເຖິງ
12%. ສ່ວນຄົນທີ່ນອນຫຼາຍກວ່າ 8 ຊົ່ວໂມງຫຼືນ້ອຍກວ່າ 4 ຊົ່ວໂມງເຄີ່ງຕໍ່ຄືນ
ກໍ່ມີແນວໂນ້ມວ່າຈະເສຍຊີວິດໄວຂື້ນຫຼາຍເຖິງ 15%.
ຄົນໃດທີ່ຂີ້ເຫງົານອນກໍ່ຄວນຈະມືນຕາຕື່ນບໍ່ຄວນນອນຫຼາຍຈົນເກີນໄປ.
ສ່ວນຄົນໃດທີ່ຕິດພັນລາວລະນອນໜ່ອຍໃນແຕ່ລະຄືນ
ກໍ່ຢ້າພ້າວດີໃຈໄປເພາະວ່າການອົດຫຼັບອົດນອນ
ຫຼືນອນໜ່ອຍກໍ່ເປັນອັນຕະລາຍຕໍ່ສຸຂະພາບໄດ້ເຊັ່ນກັນ
ບໍ່ວ່າຈະສ່ຽງຕໍ່ການເກີດໂລກມະເລັງ ໂລກເບົາຫວານລວມເຖິງໂລກອ້ວນອີກດ້ວຍ
ເມື່ອຮູ້ແນວນີ້ແລ້ວ ທ່ານໃດທີ່ມັກນອນຫຼາຍຫຼືນອນໜ່ອຍ
ກໍ່ຄວນຫັນມານອນໃນເວລາທີ່ພໍເໝາະ ເພື່ອໃຫ້ຮ່າງກາຍໄດ້ພັກຜ່ອນຢ່າງເຕັມທີ່
ແລະບໍ່ມີຄວາມສ່ຽງຕໍ່ການເກີດໂລກຮ້າຍໃດໆນຳອີກ.

ไม่มีความคิดเห็น:
แสดงความคิดเห็น