ຂົງເບັ້ງຜູ້ທີ່ສະຫຼາດສາມາດຢັ່ງຮູ້ຟ້າດີນໄດ້ເດີນທາງຜ່ານໝູ່ບ້ານແຫ່ງໜຶ່ງ
ບັງເອີນໄດ້ເຫັນເດັກນ້ອຍກຸ່ມໜຶ່ງແລ່ນຫຼີ້ນຂວາງທາງຢູ່
ລາວຈິ່ງຮ້ອງຕະໂກນໄປໃສ່ເດັກນ້ອຍວ່າ : ເຮີຍ..!
ພວກເດັກນ້ອຍທັງຫຼາຍຈົ່ງຫຼີກທາງໄປດຽວນີ້.
ໜຶ່ງໃນຈຳນວນເດັກນ້ອຍໃນກຸ່ມນັ້ນໄດ້ຢືນຄ້ຳແອວຫຼຽວໄປເບີ່ງຂົງເບັ້ງແລ້ວເວົ້າຂື້ນວ່າ
: ພວກຂ້ອຍກຳລັງສ້າງກຳແພງເມືອງ ແລະ
ກໍ່ບໍ່ເຄີຍເຫັນກຳແພງເມືອງແຫ່ງໃດຫຼີກລົດມ້າໄດ້
ມີແຕ່ລົດມ້າເທົ່ານັ້ນທີ່ຈຳຕ້ອງໄດ້ຫຼີກກຳແພງເມືອງ.
ຂົງເບັ້ງໄດ້ຍີນແນວນັ້ນກັບຕະລຶງເຖິງຄວາມສະຫຼາດຂອງເດັກນ້ອຍຄົນນັ້ນ
ລາວຈິ່ງລົງຈາກລົດມ້າແລ້ວເຂົ້າໄປຫາເດັກນ້ອຍ ແລ້ວເວົ້າວ່າ :
ເຈົ້ານີ້ຊ່າງສະຫຼາດເຫຼືອເກີນ
ໄປບໍ່ໄປຢູ່ກັບລຸງໆຈະພາເຈົ້າປາບໂລກນີ້ໃຫ້ຮາບເປັນໜ້າກອງເລີຍ. "
" ເປັນໄປບໍ່ໄດ້ " ເດັກນ້ອຍຕອບ
" ເປັນຫຍັງຈິ່ງເປັນໄປບໍ່ໄດ້ " ຂົງເບັ້ງຖາມຄືນ
ຖ້າໂລກນີ້ຮາບເປັນໜ້າກອງນ້ຳຈະຖ້ວມໂລກ ຄົນແລະສັດຈະໄປຢູ່ໃສ ?
ອືມ...ຂົງເບັ້ງຄາງຄ່ອຍໆ ເພາະບໍ່ຮູ້ວ່າຈະຕໍ່ຄຳເວົ້າກັບແນວໃດ.
ເດັກນ້ອຍເຫັນວ່າຂົງເບັ້ງມິດໄປຈິ່ງໄດ້ເອີ່ຍປາກຖາມໄປວ່າ
: ຢູ່ເທິງຟ້າມີດາວຈັກດວງ ? ຢູ່ທະເລມີປາຈັກໂຕ ?
ຂົງເບັ້ງຕອບບໍ່ໄດ້ເລີຍເອີ່ຍໄປວ່າ ຖາມເຮັດຫຍັງສິ່ງທີ່ຢູ່ໄກຕົວເຮົາໃຜສິຕອບໄດ້
ຄືບໍ່ຖາມສິ່ງທີ່ຢູ່ໃກ້ຕົວເຮົານີ້ດີກວ່າ.
" ຖ້າຈັ່ງຊັ້ນຂົນຄິ້ວທ່ານມີຈັກເສັ້ນ " ເດັກນ້ອຍຖາມ.
"
ອືມ " ເປັນຄຳຖາມອີກຄຳຖາມໜຶ່ງທີ່ເຮັດໃຫ້ຂົງເບັ້ງຕອບບໍ່ໄດ້
ໃຜສິໄປຄິດວ່າສິເຈີກັບຄຳຖາມແບບນີ້.
ຂົງເບັ້ງຜູ້ທີ່ອ້າງຕົວເອງວ່າສະຫຼາດສາມາດຢັ່ງຮູ້ຟ້າດີນ
ມາບັດນີ້ຈົນມູມໃຫ້ກັບເດັກນ້ອຍຢ່າງບໍ່ຄາດຝັນ
ນີ້ລະໜ່າເພີ່ນວ່າເໜືອຟ້າຍັງມີຟ້າ ເຫຼັກກ້າເຈີຫີນຊາ. 
ไม่มีความคิดเห็น:
แสดงความคิดเห็น