7.04.2555

ບົດກະວີ ''ຄື້ນຟອງຊີວິດ''

ຄື້ນຟອງຊີວິດ

  •    ຈິດໃຈມີຫຼັກໝັ້ນ ...............................ແຂງແກ່ນທົນທານ
ອຸປະສັກທຸກປະການ.....................................ບໍ່ຫວັ່ນເກງກົວຢ້ານ
ໃຈ-ກາຍປະສານເຂົ້າ......................................ລວມກັນເປັນໜຶ່ງ
ຊີວິດຈິ່ງດຸ່ງດັ້ນ..............................................ເຖິງບັ້ນບ່ອນຫວັງ
  •    ຍາມເມື່ອຍັງໝຸ່ມແໜ້ນ........................ຈິດຜ່ອງກາຍພອງ
ສະໝອງຍັງເສາະໃສ......................................ເຮື່ອແຮງແຂງຫ້າວ
ອານາຄົດຍັງໄກກ້າວ......................................ທາງຍາວຍາກຍິ່ງ
ຍັງມີສິ່ງຍາກຫຍຸ້ງ..........................................ຄອຍຕ້ານລັດທາງ
  •    ອຸປະສັກຢຸດຖ້າ...................................ທຸກຮ່ອງທາງທຽວ
ຄົນເດັດດ່ຽວທົນທານ....................................ຍ່າງເດີນເຂົ້າໃກ້
ຫົວໃຈ-ກາຍແຂງເຂັ້ມ......................................ສະຕິເຕີມວາດທ່າ
ສອງຂາສອງແຂ່ງຈັ້ງ.......................................ປັນຍາຕັ້ງສຽບຊອນ
  •    ສຸກຢູ່ເມືອງເພີ່ນນັ້ນ...............................ບໍ່ທໍ່ທຸກຢູ່ເມືອງເຮົາ
ແຕ່ຕ້ອງຈຳໃຈອົດ...........................................ເພື່ອໃຫ້ສົມໃຈຕັ້ງ
ເພື່ອສ້າງຝັນໃນວັນນີ້......................................ໃຫ້ເປັນຈິງໃນວັນໃໝ່
ສຸກຫຼືທຸກນັ້ນ..................................................ບໍ່ເຄີຍຢ້ານຫວັ່ນໄຫວ
  •    ເໝືອນດັ່ງຟອງແມ່ນ້ຳ...........................ສະໝຸດໃຫຍ່ຄົງຄາ
ບໍ່ເກງກົວພະຍຸ................................................ທັ່ງແທງແປວຄື້ນ
ຊີວິດກໍ່ຄືນ້ຳ.....................................................ມະຫາສະໝຸດໃຫຍ່
ທີ່ໄຫຼໄປເລື້ອຍໆ.............................................ບໍ່ມີຢ້ານຫວັ່ນລົມ.

  •  ຂໍມອບແດ່ເພື່ອນໆທຸກຄົນທີ່ກຳລັງເຈີກັບບັນຫາຂໍຈັ່ງລຸກຂື້ນມາຕໍ່ສູ້ຢ່າຍອມແພ້ຄົນທີ່ບໍ່ສູ້ນັ້ນເພີ່ນປຽບເໝືອກັບຄົນທີ່ຕາຍ ໄປແລ້ວບໍ່ມີສິ່ງໃດດອກທ່ານທີ່ເຮົາຈະເຮັດບໍ່ໄດ້ນອກຈາກວ່າເຮົາບໍ່ເຮັດເທົ່ານັ້ນແຫຼະຂພຈບໍ່ເຄີຍຄິດວ່າບັນຫາເປັນອຸປະສັກ
    ເພາະບັນຫານັ້ນແຫຼະເຮັດໃຫ້ຂພຈເຂັ້ມແຂງ ຢືນຢູ່ໄດ້ທຸກວັນນີ້ກະເພາະບັນຫາ ຖ້າບໍ່ມີ​ບັນຫາ​ຂພຈກໍ່ຄົງ​ຈະ​ບໍ່ຮູ້​ຄຳ​ວ່າ " ​ຜົນສຳ​ເລັດ ".  ບໍ່ີສິ່ງໃດດອກທ່ານທີ່ຈະໄດ້ມາຢ່າງງ່າຍໆ ແລະ ຫາກໄດ້ມາງ່າຍມັນກໍ່ໄປງ່າຍເຊັ່ນກັນ ໂດຍຄົນສ່ວນຫຼາຍ ຈະມອງບໍ່ເຫັນຄ່າ ແລະ ສິ່ງໃດທີ່ໄດ້ມາແບບຍາກໆໂດຍການຕໍ່ສູ້ດີ້ນຮົນຈົນໄດ້ມາດ້ວຍນ້ຳເຮື່ອນ້ຳແຮງ, ສະຕິປັນຍາຂອງ ເຮົາໆ ຈິ່ງຈະເຫັນຄ່າແລະໜ້າພູມໃຈທີ່ສຸດ.

ไม่มีความคิดเห็น:

แสดงความคิดเห็น