7.04.2555

ປ່ຽນຄວາມຄິດຊີວິດປ່ຽນ



ປ່ຽນຄວາມຄິດຊີວິດປ່ຽນ


ຫາກທ່ານກຳລັງມີຄວາມທຸກ ຂໍຢ່າໄດ້ຄິດວ່າຄວາມທຸກຂອງເຮົາຫຼວງຫຼາຍກວ່າຄວາມທຸກຂອງຄົນອື່ນ ໃຫ້ເຮົາຄິດ ວ່າຜູ້ອື່ນກໍ່ມີຄວາມທຸກບໍ່ນ້ອຍໜ້າໄປກວ່າເຮົາ ແລະ ຈົ່ງຄິດວ່າຄວາມທຸກຂອງເຮົາຍັງນ້ອຍກວ່າ ຖ້າທຽບໃສ່ກັບ ຄວາມທຸກຂອງຄົນອື່ນ... ໃຫ້ເຮົາຄິດເຊັ່ນນີ້ ມັນຈິ່ງຈະຊ່ວຍໃຫ້ເຮົາມີກຳລັງໃຈເພີ່ມຂື້ນ ແລະ ຈະໄດ້ເຂົ້າໃຈວ່າ  ເຮົາ ຍັງມີຄວາມໂຊກດີກວ່າຫຼາຍໆຄົນ. ນັກປຣາຊທ່ານໜຶ່ງໄດ້ກ່າວເອົາໄວ້ວ່າ :  ໃນຂະນະທີ່ທ່ານກຳລັງຕົກທຸກໄດ້ ຍາກ ຈົນບໍ່ມີຮອດເກີບສິໃສ່ຢູ່ນັ້ນທ່ານຄວນຄິດເຖິງຄົນທີ່ບໍ່ມີຮອດຕີນມືທີ່ຈະໃສ່ຮອດເກີບ ຫຼື ເວລາທ່ານເຮັດທຸລະ ກິດແລ້ວ ມີວັນໃດໜຶ່ງທຸລະກິດຂອງທ່ານລົ້ມຫຼຽວ ກໍ່ຂໍໃຫ້ທ່ານຄິດວ່າຄວາມຜິດພາດ ລົ້ມເຫຼວນັ້ນ ຄືບົດຮຽນທີ່ຈະ ກ້າວໄປສູ່ຄວາມສຳເລັດ. ບົດຮຽນຊີວິດທີ່ດີທີ່ສຸດລ້ວນແລ້ວແຕ່ໄດ້ມາຈາກ ຄວາມຜິດພາດ ລົ້ມຫຼຽວຂອງຕົນເອງ. ຄວາມໂງ່ຈ້າຫຼ້າຫຼັງ ແລະ ຄວາມຜິດພາດໃນອະດີດຈະກາຍເປັນສະຕິປັນຍາ ແລະ ຄວາມສຳເລັດຂອງເຮົາໃນອາ ນາຄົດ. ດັ່ງນັ້ນ, ທ່ານໃດທີ່ມີບັນຫາ ຫຼື ວ່າກຳລັງປະສົບພົບຄວາມທຸກຢູ່ ຂໍໃຫ້ທ່ານຈົ່ງສູ້ຕໍ່ໄປ ບໍ່ມີໃຜດອກທ່ານ ເອີຍທີ່ຈະບໍ່ມີບັນຫາ ໃນຊີວິດຂອງຄົນເຮົາທີ່ເກີດມາ ຍ່ອມມີບັນຫາກັນທັງນັ້ນ ແລະ ກໍ່ພາກັນດີ້ນຮົນເພື່ອຄວາມ ຢູ່ລອດດ້ວຍວິທີການຕ່າງໆຂອງໃຜມັນ. ສະນັ້ນ, ທ່ານຕ້ອງກ້າປະເຊີນໜ້າກັບບັນຫາເພື່ອຈຸດໝາຍຂອງຊີວິດ ຕາບໃດທີ່ເຮົາຍັງບໍ່ຕາຍບັນຫານັ້ນກໍ່ຍັງມີຢູ່ ຂໍຈົ່ງສູ້ຕໍ່ໄປຢ່າທໍ້ຖອຍ ແລະ ຢ່າຟ້າວໝົດສັດທາຕໍ່ລາຄາຊີວິດ ຫາກເຮົາຍັງມີຄວາມໝັ້ນໃຈຢູ່ສະແດງວ່າເຮົາຍັງມີຄວາມຫວັງຢູ່.... ມີແຕ່ສູ້ໆເທົ່ານັ້ນຈິ່ງຈະມີຄວາມສຳເລັດ ແລະ ຄວາມສຳເລັດກໍ່ເກີດມາຈາກຄຳວ່າສູ້...

ຈະເລີນທັມມມມມມມມມມມມມມມມມມມ !

ไม่มีความคิดเห็น:

แสดงความคิดเห็น