7.05.2555

ບົດຄວາມ " ເລື່ອນໂຕເອງຂື້ນ ແຕ່ຢ່າຫຼຸດຄົນອື່ນລົງ "



   ອາຈານສອນກິລາຊາວຍີ່ປຸ່ນໄວສະລາຄົນໜຶ່ງ ຊວນລູກສິດໝຸ່ມຊາວອາເມລິກາ ທີ່ຍ່າງຕາມຫຼັງໄປຕາມຫາດຊາຍ ຕອນແລງໆ ຊ່ວງໜຶ່ງຂອງການສົນທະນາ ອາຈານໃຊ້ໄມ້ຄ້ອນເທົ້າຂີດເສັ້ນສອງເສັ້ນຂະໜານກັນ ລົງໃນພື້ນທີ່ໆ ມີຊາຍຂາວລະອຽດ ເສັ້ນໜຶ່ງຍາວປະມານ 3 ຟຸດ ອີກເສັ້ນໜຶ່ງຍາວປະມານ 5 ຟຸດ.
ອາຈານບອກລູກສິດ >>>  ເຈົ້າລອງເຮັດໃຫ້ເສັ້ນທີ່ຍາວ 3ຟຸດ ຍາວກວ່າເສັ້ນທີ່ຍາວ 5ຟຸດໃຫ້ອາຈານເບີ່ງດູ.! ສຽງຂອງອາຈານເປັກລັກສະນະທ້າທາຍ. ລູກສິດຊາວອາເມລິກາຢຸດຄິດເພື່ອພິຈາລະນາເສັ້ນທັງສອງຢູ່ບຶດໜຶ່ງກໍ່ ຍີ້ມອອກມາ ເໝືອນກັບຄົ້ນພົບຄຳຕອບຢູ່ໃນໃຈ ເຂົາຕັ້ງໃຈໃຊ້ຕີນເບື້ອງໜຶ່ງລຶບຮອຍເສັ້ນທີ່ມີຄວາມຍາວ 5 ຟຸດນັ້ນ ໃຫ້ສັ້ນເຂົ້າຈົນເຫຼືອໜ່ອຍດຽວ ດ້ວຍວິທີນີ້ເສັ້ນທີ່ຍາວ 3 ຟຸດຈິ່ງໂດດເດັ່ນຂື້ນມາແທນ ເມື່ອລຶບແລ້ວລາວກໍ່ເງີຍໜ້າ ຂື້ນມາສົບຕາກັບອາຈານ ຄ້າຍໆກັບຂໍຄຳເຫັນ.
ລູກສິດ >>>   ແບບນີ້ໃຊ້ໄດ້ບໍ່ອາຈານ..?. ຜູ້ເປັນອາຈານໃຊ້ໄມ້ຄ້ອນເທົ້າເຄາະຫົວລາວບາດໜຶ່ງແລ້ວບອກວ່າ " ໃຊ້ວິທີນີ້ຊີວິດຂອງເຈົ້າກໍ່ຈະລົ້ມເຫຼວຕະຫຼອດໄປຮູ້ບໍ່? ຄົນທີ່ຈະຍົກຕົວໃຫ້ສູງໂດຍການທຳຮ້າຍຄູ່ແຂ່ງຂັນນັ້ນບໍ່ ຄ່ອຍສະຫຼາດເລີຍ ທາງທີ່ດີຈົ່ງຍົກຕົວເອງຂື້ນແຕ່ຢ່າຫຼຸດຄົນອື່ນລົງ ". ວ່າແລ້ວອາຈານກໍ່ຂີດເສັ້ນທັງສອງຄືນໃໝ່ ແລ້ວສາທິດໃຫ້ເບີ່ງ ໂດຍການທີ່ປ່ອຍເສັ້ນທີ່ຍາວ 5 ຟຸດ ໄວ້ຄຶເກົ່າ ແຕ່ຂີດເສັ້ນທີ່ຍາວ 3 ຟຸດໃຫ້ຍາວຂື້ນເປັນ 10 ຟຸດ ຂະນະທີ່ຝ່າຍລູກສິດຍັງງົງໆຢູ່  ຄູ່ແຂ່ງຂອງເຈົ້າບໍ່ແມ່ນສັດຕູແຕ່ຄືອາຈານຂອງເຈົ້າ ແລະ ເຂົາຄືຄົນສຳຄັນທີ່ຈະເຮັດ ໃຫ້ເຈົ້າກ້າວໜ້າຕໍ່ໄປຢ່າງສະຫງ່າງາມແລະມີກຽດສັກສີ ລອງຄິດເບີ່ງຖ້າບໍ່ມີຄູ່ແຂ່ງເຈົ້າຈະຮູ້ໄດ້ຢ່າງໃດວ່າຕົວເອງ ມີສັກກະຍະພາບໃນການເຮັດວຽກໄດ້ດີຂະໜາດໃດ? ບໍ່ມີອັນຂີ້ຮ້າຍແລ້ວເຈົ້າຈະຮູ້ໄດ້ແນວໃດວ່າຄວາມສວຍງາມ ເປັນແນວໃດ? ຄູ່ແຂ່ງຂັນຂອງເຮົາຍິ່ງເກັ່ງຍິ່ງສະຫຼາດເທົ່າໃດ ກໍ່ຈະເຮັດໃຫ້ເຮົາກ້າວໜ້າຕໍ່ໄປໃຫ້ສູງຍິ່ງຂື້ນ ນັກສູ້ທີ່ດີ ນັ້ນເຂົາຢືນຢັນຢູ່ໃນສັງວຽນໄດ້ ເພາະມີຄູ່ຕໍ່ສູ້ທີ່ເຂັ້ມແຂງ ຄູ່ຕໍ່ສູ້ທີ່ອ່ອນແອເຮັດໃຫ້ເຮົາຊະນະໄດ້ ແຕ່ໄຊຊະນະນັ້ນ ກໍ່ບໍ່ຍືນຍົງຄົງກະພັນ ຄົນທີ່ຈະພະຍາຍາມທີ່ຈະເລື່ອນໂຕເອງຂື້ນ ໂດຍການຂ້າລູກນ້ອງຟ້ອງເຈົ້ານາຍ ແລະ ຂາຍໝູ່ ເພື່ອນນັ້ນເຖິງຈະເຮັດໄດ້ສຳເລັດ ແຕ່ນັ້ນກໍ່ເປັນພຽງຄວາມສຳເລັດທີ່ປາສະຈາກກຽດຕິຄຸນ ທີ່ບໍ່ອາດອ້າງອີງໄດ້ເຕັມ ເມັດເຕັມໜ່ວຍ ການທີ່ເລື່ອນໂຕເອງຂື້ນ ໂດຍໃຊ້ວິທີບໍ່ຊອບທຳກັບການເລື່ອນໂຕເອງຂື້ນ ໂດຍປ່ອຍໃຫ້ຄົນອື່ນໄດ້ ກ້າວເດີນໄປຕາມວິທີທາງຂອງເຂົາຢ່າງມີເສລີພາບນັ້ນ ຈະມີຜົນໄດ້ຮັບແຕກຕ່າງກັນຢ່າງເຫັນໄດ້ຊັດເຈນ ການ ເລື່ອນໂຕເອງຂື້ນພ້ອມກັບການຫຼຸດຄົນອື່ນລົງ ເຮົາອາດຊະນະແຕ່ກໍ່ມີສັດຕູເປັນຂອງແຖມໂດຍຄິດບໍ່ເຖິງ. ສ່ວນການ ເລື່ອນໂຕເອງຂື້ນແຕ່ບໍ່ຫຼຸດຄົນອື່ນລົງນັ້ນ ເຮົາອາດເປັນຜູ້ຊະນະພ້ອມກັບມີເພື່ອນທີ່ແທ້ຈິງເພີ່ມຂື້ນຢ່າງມາກມາຍ ກ່າຍກອງ ວິທີໃດດີເລືອກເອົາໄປນຳໃຊ້ໃນຊີວິດຈິງໄດ້.
=> ເລື່ອງນີ້ ຂພຈ ໄດ້ອ່ານແລ້ວຮູ້ສຶກວ່າມັນກີນໃຈດີເລີຍເສຍສະລະເວລາມາຂຽນເພື່ອໃຫ້ເພື່ອນໆໄດ້ອ່ານກັນ ຄິດວ່າຄືສິນຳເອົາຄວາມຮູ້ມາໃຫ້ທ່ານບໍ່ຫຼາຍກໍ່ໜ່ອຍ...( ຄັດຈາກປື້ມວາລະສານປີ 2007.)

1 ความคิดเห็น: