ການປຸງຊີວິດກໍ່ຄືການປຸງອາລົມຂອງຕົວເອງ
ເພື່ອປັບຕົວໃຫ້ເຂົ້າກັບຄົນອື່ນ ຄົນເຮົາມັນມີຫຼາຍຣົດຊາດຫຼາຍອາລົມ
ເໝືອນກັບການປຸງແຕ່ງອາຫານ ຈະມີພຽງຣົດຊາດດຽວແມ່ນເປັນໄປບໍ່ໄດ້
ຄົນທີ່ມີອາລົມດຽວເຂົ້າເອີ້ນວ່າ " ຄົນທີ່ບໍ່ຮູ້ຈັກປຸງຊີວິດ "
ລອງຄິດເບີ່ງຖ້າຫາກເຮົາເອົາຣົດທັງໝົດມາລວມກັນເພື່ອປຸງເປັນອາຫານ ຄື
ເອົາຣົດສົ້ມ ຣົດຫວານ ຣົດມັນ ຣົດເຜັດ ຣົດເຄັມມາລວມຕົວກັນ
ເຮົາກໍ່ຈະໄດ້ອາຫານທີ່ແຊບຊ້ອຍສາມາດບໍລິໂພກໄດ້ຢ່າງໜ້າຈັບໃຈ.
ຄົນເຮົາກໍ່ເໝືອນກັນຕ້ອງຮູ້ຈັກ ປຸງອາລົມຫຼາຍໆສະຖານະການ
ຈິ່ງສາມາດເຮັດໃຫ້ຄົນອື່ນສາມາດບໍລິໂພກ ຄື ຢູ່ຮ່ວມກັນກັບຫຼາຍໆຄົນໄດ້.


ไม่มีความคิดเห็น:
แสดงความคิดเห็น