7.07.2555

ເລື່ອງຕະລົກ " ບັກສະໄລ "


... ຂພຈຈະຂໍເລົ່າເລື່ອງທີ່ເກີດຂື້ນຕອນທີ່ຂພຈໄດ້ໄປປະຕິບັດໜ້າທີ່ ຢູ່ເມືອງນ້ອຍແຫ່ງໜຶ່ງຂອງແຂວງ (ເປັນຄູສອນພາສາລາວ - ວັນນະຄະດີ) ຂພຈ ໃຫ້ຊື່ເລື່ອງນີ້ວ່າ " ບັກສະໄລ " ເລື່ອງຂອງເລື່ອງມີຢູ່ວ່າ: ຂພຈ ເປັນຄົນຕະລົກ ເຮຮາ ແລະຊ່າງເວົ້າຊ່າງຈາ ແບບວ່າຄົນໃດຢູ່ໃກ້ຂພຈຕ້ອງລະວັງນ້ຳລາຍເອົາໄວ້ໂລດ ວ່າຊັ້ນສະ ແຮະ..​.ບໍ່ແມ່ນ..ໂອຍນໍ..ແບບວ່າ ຄົນໃດຢູ່ໃກ້ຂພຈຕ້ອງຫົວຢ່າງບໍ່ຢຸດໂລດ..ເອີ.... ດັ່ງນັ້ນ, ຂພຈ ຈິ່ງເປັນຄົນໜຶ່ງ ທີ່ຂະເຈົ້າຮັກແລະຮູ້ຈັກຫຼາຍໃນແຖບນັ້ນ. ມື້ນີ້ໜຶ່ງມີລຸງຄົນໜຶ່ງມາຊວນຂພຈໄປຢາມເຮືອນຂອງລາວ ແລະ ຂພຈ ກໍ່ໄດ້ໄປຕາມຄຳເຊີນ ພໍແຕ່ຂພຈຂຶ້ນເຮືອນ ລາວກໍ່ບອກໃຫ້ຜູ້ເປັນເມຍໄປຈັດແຈງແຕ່ງພາເຂົ້າພານ້ຳມາສູ່ຂພຈກີນ. ອາຫານມື້ນີ້ແມ່ນຕົ້ມໄກ່ ແຕ່ມີສິ່ງໜຶ່ງທີ່ຂພຈແປກໃຈກໍ່ຄືຖ້ວຍ ທີ່ມີຄາບເປັນລິງລາຍເໝືອນກັບວ່າ ບໍ່ໄດ້ ລ້າງມາປະ ມານ10ກວ່າປີນີ້ລະ ຫະຫະ  ຂພຈເປັນຄົນສະຫຼອກກອກອົດສົງໃສບໍ່ໄດ້ກໍ່ເລີຍຖາມລຸງແບບຢອກໆໄປວ່າ ຖ້ວຍນີ້ ກະລ້າງຢູ່ບໍລຸງ ແລະລຸງຕອບຂພຈວ່າອັນເລື່ອງລ້າງຖ້ວຍນັ້ນຫຼານບໍ່ຕ້ອງຫ່ວງ ລຸງໃຊ້ສະໄລຈັດການຮຽບຮ້ອຍ ແລ້ວວ່າຊັ້ນ ແຮະໆ ຂພຈກໍ່ເລີຍຄິດໃນໃຈວ່າສະໄລຈັກການກະຈັດການ ມື້ນີ້ຂໍກີນກ່ອນມີຫຍັງລະຈັ່ງວ່າກັນຕາມ ຫຼັງ...
... ຫຼັງຈາກທີ່ກີນເຂົ້າກີນນ້ຳແລະຖາມສຸກທຸກຂອງລຸງຄົນນີ້ຮຽບຮ້ອຍແລ້ວ ຂພຈກໍ່ຂໍລາລຸງກັບ ບັງເອີນຕອນທີ່ ຂພຈ ກຳລັງລົງວິດຈາກຫົວຂັ້ນໄດ​ເຮືອນມາພໍດີ ມີໝາແດງໂຕໜຶ່ງມັນເຫົ່າ ຂພຈ ຢ່າງສະໜັ່ນຫວັ່ນໄຫວ ເບີ່ງມັນຄົງເຫັນ ຂພຈ ເປັນໝູ່ຂອງມັນຕິເບາະ ມັນກໍ່ເລີຍຖາມທັກທາຍສະບາຍດີນຳ ແຮ່ໆ ໂອ໋ຍ..ບໍ່ແມ່ນ.. ໝາມັນຄົງເຫັນ ຂພຈ ເປັນຄົນແປກໜ້າຕິເບາະ ມັນກະເລີຍເຫົ່າ..ເອີ... ຈັ່ງແມ່ນ... ໝາມັນເຫົ່າ ຂພຈ ຢູ່ໆກໍ່ພໍດີລຸງ ຮ້ອງມາໃສ່ມັນວ່າ: ເຊະ...ບັກສະໄລ..! ມຶງຢ່າໃດ​ ! ມຶງຢ່າໃດ ! ພໍລຸງເວົ້າສຸດໝາມັນກໍ່ມິດ ແຕ່ສຽງຮ້ອງຂອງລຸງທີ່ ຮ້ອງໃສ່ໝາບັກສະໄລເມື່ອຕະກີ້ ເຮັດໃຫ້ ຂພຈ ຕະລຶງກັບຄຳເວົ້າຂອງລຸງທີ່ເຄີຍຕອບຄຳຖາມທີ່ ຂພຈ ຖາມກ່ຽວ ກັບຖ້ວຍວ່າ " ລຸງໃຊ້ສະໄລຈັດການຮຽບຮ້ອຍແລ້ວ " ແລະ ໝາຂອງລຸງກໍ່ຊື່ບັກສະໄລ ແລະ ສະໄລທີ່ລຸງໝາຍເຖິງ ມັນແມ່ນໝາໂຕນີ້ບໍ່ນໍ ແຮ່ໆ ສົງໃສ ຂພຈ ຄົງຖືກບັກສະໄລຈັກການແລ້ວລະ ຂພຈ ຄິດຢູ່ໃນໃຈ... ແຮະໆ

ไม่มีความคิดเห็น:

แสดงความคิดเห็น