12.29.2555

~ລອງມາເປີດໃຈໃສ່ກັນເບີ່ງດຸໂລກນີ້ຄືສິເປັນຕາຢູ່ຫຼາຍຂື້ນ~

... ມັນຄົງເປັນເລື່ອງທີ່ໜ້າເສົ້າຫາກຄົນເຮົາຕ້ອງບິດບຽນຄວາມຈິງໃນໃຈ ແລ້ວຫັນໄປໃສ່ໜ້າກາກເຂົ້າຫາກັນ ຊີວິດກໍ່ມີແຕ່ຄວາມວາດລະແວງ ພາໃຫ້ຢູ່ບໍ່ເປັນສຸກ ເຖິງຈະສຸກກໍ່ເປັນຄວາມສຸກທີ່ຈອມປອມ ຫາຊື່ນຊົມໃຈໄດ້ຍາກ. 

... ມາໆ ເຮົາລອງມາຖອດໜ້າກາກອອກດີບໍ່ ? ຈິ່ງຈະບໍ່ໄດ້ວາດລະແວງຕໍ່ກັນອີກ ຈະເປັນຫຍັງໄປຫາກວ່າຄົນອື່ນ ຈະອ່ານສາຍຕາຂອງເຮົາໄດ້ ຫຼື ແມ້ກະທັ້ງມອງທະລຸເຂົ້າໄປຮອດຫົວໃຈຂອງເຮົາ ເພາະເມື່ອໃດກໍ່ຕາມທີ່ເຮົາບໍ່ໄດ້ປິດບັງ, ອຳພາງ, ບໍ່ຕ້ອງວາງທ່າທີ ຫຼື ເລ່ຫ່ຽມໃດໆອອກມາ.

.... ເມື່ອນັ້ນໃຈຂອງເຮົາຈະໄດ້ມີພະລັງຢ່າງເຕັມທີ່ ທີ່ຈະສ້າງສັນສິ່ງດີໆໃຫ້ມັນເກີດຂື້ນ ແລ້ວເຮົາກໍ່ຈະໄດ້ຄົ້ນພົບພະລັງແຫ່ງຄວາມຈິງໃຈ ມັນເປັນພະລັງທີ່ເກີດຂື້ນຢ່າງລຽບງ່າຍ ເປັນທຳມະຊາດ ແຕ່ມີອານຸພາບເຫຼືອປະມານ.

.... ສະນັ້ນບໍ່ຕ້ອງໄປຢ້ານເລີຍທີ່ຈະເປັນຄົນຈິງໃຈ ເປັນຄົນຊື່ໆ ໃສໆ ປາກກັບໃຈຕົງກັນ ເຖິງເຮົາຈະບໍ່ເກັ່ງ ບໍ່ດີ ບໍ່ເດັ່ນ ບໍ່ໄດ້ເປັນຄົນສຳຄັນ ຂໍພຽງເຮົາມີຄວາມຈິງໃຈຕໍ່ກັນ ໂລກນີ້ກໍ່ຈະມີແຕ່ຄວາມສຸກແລະໜ້າຢູ່ແລ້ວ

ไม่มีความคิดเห็น:

แสดงความคิดเห็น