12.29.2555

" ຂໍໂທດ VS ໃຫ້ອະໄພ " 2 ຄຳສັ້ນໆແຕ່ມີຄວາມໝາຍ


 ... ຄົນເຮົາບໍ່ວ່າຈະຢູ່ທີ່ໃດ ສັງຄົມໃດກໍ່ຕາມ ຍ່ອມມີການກະທົບກະແທກກັນເປັນທຳມະດາ ແລະຜົນຂອງການກະທົບກະແທກກັນ ຍ່ອມເຮັດໃຫ້ຄູ່ກໍລະນີເກີດຄວາມບໍ່ພໍໃຈ ໂກດແຄ້ນ ແລະກາຍມາເປັນສັດຕູກັນໃນທີ່ສຸດ ຫາກເປັນເຊັ່ນນີ້ທັງສອງຝ່າຍຍ່ອມເກີດການອາຄາດ ພະຍາບາດກັນແນ່ນອນ ແຕ່ຫາກທັງສອງຝ່າຍຮູ້ຈັກ " ຂໍໂທດ ແລະໃຫ້ອະໄພ " ຄວາມໂກດແຄ້ນເຫຼົ່ານີ້ຍ່ອມໝົດໄປ
.... ຄຳວ່າ " ຂໍໂທດແລະໃຫ້ອະໄພ " ເປັນສິ່ງທີ່ເຮັດຍາກ ເພາະມັນຕ້ອງມາຈາກການໃຫ້ອະໄພແບບບໍ່ມີເງື່ອນໄຂ ຫຼື ຂໍ້ແມ້ໃດໆ ບາງຄົນອາດຈະບອກວ່າຫາກຂໍໂທດແລະໃຫ້ອະໄພ ຈະເປັນການເສຍສັກສີ ຫຼື ກາຍເປັນຜູ້ແພ້
... ແຕ່ທີ່ຈິງແລ້ວມັນບໍ່ແມ່ນແນວນັ້ນ ຖ້າເຮົາຮູ້ຈັກໃຫ້ອະໄພແລະຂໍໂທດ ເຮົາຈະເປັນຜູ້ຊະນະຕ່າງຫາກ ຊະນະໃນທີ່ນີ້ກໍ່ຄືຊະນະຕົວເອງ ແລະເປັນຜູ້ກ້າຫານ ທີ່ເຮົາຍອມຮັບຄວາມຜິດນັ້ນໄດ້ ແລ້ວກໍ່ຍອມຂໍໂທດໃນສິ່ງທີ່ເຮົາເຮັດລົງໄປ.
.... ການກ່າວຄືຂໍໂທດບໍ່ແມ່ນສິ່ງທີ່ໜ້າລະອາຍ ເພາະການສະແດງຄວາມກ້າຫານຮັບຜິດຊອບ ຍອມຮັບຄວາມຜິດພາດຂອງຕົນ ກົງກັນຂ້າມຫາກເຮັດຜິດແລ້ວບໍ່ຍອມຮັບຄວາມຈິງ ເພື່ອຫວັງປິດບັງບໍ່ໃຫ້ໃຜຮູ້ ມັນເປັນພຶດຕິກຳທີ່ໜ້າລະອາຍ... ດັ່ງນັ້ນຈິ່ງຈຳເປັນຕ້ອງຂໍໂທດທຸກຄັ້ງ ເມື່ອຕົນເອງໄດ້ທຳຜິດ.

ไม่มีความคิดเห็น:

แสดงความคิดเห็น