ການທີ່ເຮົາເບິ່ງໂລກດ້ວຍຈິດໃຈທີ່ໃສສະອາດ…ໂລກທັງໂລກມັນກໍໃສສະອາດ…ແມ່ນບໍ່ ?
ມັນຂຶ້ນຢູ່ກັບໃຈເຮົາທີ່ເລືອກສິເບິ່ງໂລກໃນແງ່ມຸມໃດ..ມັນບໍ່ໄດ້ຂຶ້ນຢູ່ກັບໂລກ…ໂລກມັນເປັນແນວໃດ..ມັນກໍເປັນຂອງມັນແນວນັ້ນແລະ ບໍ່ປ່ຽນແປງຫຍັງ..ມັນຂຶ້ນກັບໃຈເຮົາຕ່າງຫາກທີ່ສິເລືອກເບິ່ງໂລກໃນມຸມໃດ…
ເຮົາມັກເຫັນສື່ຕ່າງໆດັ່ງປະເທດພື່ອນບ້ານອອກມາໃຫ້ເຫັນບໍ່ເວັ້ນແຕ່ລະວັນ ແລະເວົ້າວ່າ:
‘’ ພຣະທີ່ວັດບໍ່ດີ…ຄູອາຈານມັກດ່າ…ຜູ້ພິພາກສາມັກກິນສິນບົນ…ຫມໍມັກຂູດຮີດຄ່າຮັກສາປິ່ນປົວ…‘’
ແມ່ຕູ້ເຕືອນເຮົາໄວ້ວ່າ:
ບໍ່ມີພຣະບໍ່ດີດອກລູກ...ເພາະຄົນທີ່ບໍ່ດີບໍ່ແມ່ນພຣະ
ບໍ່ມີຄູອາຈານທີ່ມັກດ່າ…ເພາະຄົນທີ່ມັກດ່າບໍ່ແມ່ນຄູ
ບໍ່ມີຜູ້ພິສາທີ່ມັກກິນສິນບົນ…ເພາະຄົນທີ່ກິນສິນບົນບໍ່ແມ່ນຜູ້ພິພາກສາ
ບໍ່ມີຫມໍທີ່ຂູດຮີດຄ່າປິ່ນປົວດອກ…ເພາະຄົນທີ່ຂູດຮີດຄ່າປິ່ນປົວບໍ່ແມ່ນຫມໍ
ບໍ່ມີໃຜຜິດໃຜຖືກດອກລູກ ທຸກຄົນຕ່າງເປັນໄປຕາມຄັນລອງຂອງຕົນ
ຖ້າເຈົ້າພະຍາຍາມທີ່ຈະຄົ້ນຫາຄວາມຊົ່ວຂອງຄົນອຶ່ນ
ຄວາມຊົ່ວທັງຫມົດສິມາໂຮມຢູ່ຫົວເຈົ້າ
ປາກມີຫນ້າທີ່ເວົ້າ…ເຈົ້າສາມາດທີ່ຈະເລືອກໄດ້ລະຫວ່າງເວົ້າດີກັບເວົ້າຊົ່ວ
ໃຈມີຫນ້າທີ່ຄິດ...ເຈົ້າສາມາດທີ່ຈະເລືອກໄດ້ລະຫວ່າງຄິດດີກັບຄິດຊົ່ວ
ຢ່າເວົ້າຊົ່ວສິເປັນລາງປາກ…ຢ່າຄິດຊົ່ວສິເປັນລາງໃຈ
ສິເຮັດຫຍັງທຳຫຍັງກໍຕາມ…ຂໍໃຫ້ຄິດໃນສິ່ງທີ່ດີ…ເວົ້າໃນສິ່ງທີ່ດີ…ເຮັດໃນສິ່ງທີ່ດີ..
ຊີວິດຂອງເຮົາກໍຈັກໄປດ້ວຍດີ …ແມ່ນບໍ?
ມັນຂຶ້ນຢູ່ກັບໃຈເຮົາທີ່ເລືອກສິເ
ເຮົາມັກເຫັນສື່ຕ່າງໆດັ່ງປະເທດພື
‘’ ພຣະທີ່ວັດບໍ່ດີ…ຄູອາຈານມັກດ່າ…ຜ
ແມ່ຕູ້ເຕືອນເຮົາໄວ້ວ່າ:
ບໍ່ມີພຣະບໍ່ດີດອກລູກ...ເພາະຄົນທ
ບໍ່ມີຄູອາຈານທີ່ມັກດ່າ…ເພາະຄົນທ
ບໍ່ມີຜູ້ພິສາທີ່ມັກກິນສິນບົນ…ເພ
ບໍ່ມີຫມໍທີ່ຂູດຮີດຄ່າປິ່ນປົວດອກ
ບໍ່ມີໃຜຜິດໃຜຖືກດອກລູກ ທຸກຄົນຕ່າງເປັນໄປຕາມຄັນລອງຂອງຕົ
ຖ້າເຈົ້າພະຍາຍາມທີ່ຈະຄົ້ນຫາຄວາມ
ຄວາມຊົ່ວທັງຫມົດສິມາໂຮມຢູ່ຫົວເຈ
ປາກມີຫນ້າທີ່ເວົ້າ…ເຈົ້າສາມາດທີ
ໃຈມີຫນ້າທີ່ຄິດ...ເຈົ້າສາມາດທີ່
ຢ່າເວົ້າຊົ່ວສິເປັນລາງປາກ…ຢ່າຄິ
ສິເຮັດຫຍັງທຳຫຍັງກໍຕາມ…ຂໍໃຫ້ຄິດ
ຊີວິດຂອງເຮົາກໍຈັກໄປດ້ວຍດີ …ແມ່ນບໍ?
ไม่มีความคิดเห็น:
แสดงความคิดเห็น