7.14.2555

ບົດເພງ : ຖາມຂ່າວສາວ ມ.ຊ


  •     ນ້ອງຈາກບ້ານມາ                ທົ່ງນາບ້ານເຮົາງຽບເຫງົາ
ແຕ່ກ່ອນມີອ້າຍແລະເຈົ້າ                    ເຄີຍຢອກເຢົ້າ   ກັນຫຼີ້ນທົ່ງນາ
ກ່ອນໄປສຶກສາ                               ນ້ອງໃຫ້ສັນຍາ   ບໍ່ລືມບ້ານປ່າ
ຍາມແລງລົງມາ                              ຕາເວັນຫຼັບຟ້າ   ຄິດຮອດນ້ອງສາວ.
  •     ນ້ອງເຂົ້າມ.ຊ                      ເປັນຈັ່ງໃດນໍ   ນາລີ
ຈາກຖິ່ນບ້ານເຮົາຫຼາຍປີ                    ມິດຈີ່ລີ່   ບໍ່ຮູ້ຂ່າວຄາວ
ສະບາຍດີຢູ່ບໍ                                 ນ້ອງສາວມ.ຊ   ຢ່າລືມແຟນເກົ່າ
ຢ່າລືມອາຫານບ້ານເຮົາ                    ແຈ່ວປາເຕົາ   ພັນຜັກກະໂດນ.
  •     ຫາກມີເວລາ                       ຫວນນ້ອງຄືນມາ   ເຢືອນຖິ່ນເກົ່າ
ຊຸມພໍ່ເຖົ້າແມ່ເຖົ້າ                              ຍັງລໍຄອຍເຈົ້າ   ຢູ່ທຸກຄົນ
ຢ່າໄປລັບໄປລາ                               ຕາມສັນຍາ   ວ່າສິບໍ່ດົນ
ພີ່ນ້ອງປ້ອງປາຍທຸກຄົນ                     ຄອງຄອຍໜ້າມົນ   ດ້ວຍຄວາມຫ່ວງໃຍ.
  •     ຈົບການສຶກສາ                    ໄດ້ປະຣີນຍາ   ຄືນຖິ່ນຖານ
ຢ່າລືມເດີ້ຄຳສາບານ                        ຄືນຖີ່ນຖານບ້ານເກີດເຮົາໄດ໋
ຢ່າເຫັນແກ່ເງິນເບ້ຍ                          ຢ້ານແຕ່ອາເສ່ຍ   ມາລໍ້ເອົາໃຈ
ຕົວະກີນຈົນຮອດພາຍໃນ                   ແລ້ວຖີ້ມນ້ອງໄປ   ອ້າຍເປັນຫ່ວງນຳ.

=> ຂໍມອບເພງນີ້ໃຫ້ແກ່ທຸກໆຄົນ ທີ່ໜີຈາກບ້ານເກີດເມືອງນອນມາເພື່ອການສຶກສາ ຫາກມີເວລາກໍ່ຄວນກັບໄປ ຖີ່ນຖານບ້ານເກີດຂອງຕົວເອງແດ່ເດີ້ ຍັງມີຫຼາຍໆຄົນທີ່ກຳລັງລໍຄອຍເຈົ້າຢູ່ ມີຫຍັງກະສົ່ງຂ່າວຄາວໄປໃຫ້ທາງ ບ້ານຂະເຈົ້າຮັບຮູ້ນຳ ຂະເຈົ້າເປັນຫ່ວງຢ້ານວ່າມາຮຽນລະຕິດແນວບໍ່ດີ ສິເຮັດຫຍັງກໍ່ຄວນຄິດໃຫ້ດີໆ ເພາະເຈົ້າ ຍັງມີຫຼາຍໆຄົນ ທີ່ຄິດຮອດ ແລະ ລໍຖ້າເຈົ້າຢູ່ທາງບ້ານ....! (^_^) !

ไม่มีความคิดเห็น:

แสดงความคิดเห็น