7.14.2555

ການໃຫ້ອະໄພທີ່ຖືກລືມ


ຢູ່ນຳກັນກໍຄວນຮັກແພງກັນແມ່ນບໍ ?
ຄົນເຮົານີມັກມີພຶດຕິກຳແປກໆເນາະ
ເຫັນເຂົານຸ່ງເສື້ອສີຂາວ…ສີຂາວເຕັມທັງຫມົດຜືນເລີຍ
ແຕ່ຖ້າມີຈຸດໃດຈຸດຫນຶ່ງດຳຢູ່ຈຸດດຽວ
ເວລາເຮົາເບິ່ງເສື້ອນີ້ ເຮົາເບິ່ງຈຸດຂາວ ຫລືຈຸດດຳ ? ເບິ່ງຈຸດດຳ

ເຫັນບໍ່ວ່າ ?
ຄົນບາງຄົນສ້າງຄວາມດີມາເກືອບຕະຫລອດຊີວິດ..ມາເຮັດຜິດພາດເທື່ອດຽວ
ເຮົາໄປເວົ້າແຕ່ເລື່ອງຄວາມຜິດພາດຂອງລາວຕະຫລອດ
ປານວ່າລາວໄດ້ສ້າງແຕ່ຄວາມຊົ່ວຕະຫລອດຊີວິດຂອງລາວ
ເຮົາກັບບໍ່ເວົ້າເລື່ອງລາວຄວາມດີຂອງລາວທີ່ສ້າງມາເກືອບທັງຫມົດຊີວິດ
ເວລາເຮົາເຮັດຄວາມຜິດ….ເຮົາຢາກໃຫ້ຄົນອຶ່ນເຫັນໃຈເຮົາ
ແຕ່ເວລາຄົນອຶ່ນເຮັດຜິດ...ເຮົາກັບລືມທີ່ຈະເຫັນໃຈເຂົາ
ເວລາເຮົາເຮັດຄວາມຜິດ….ເຮົາຢາກໃຫ້ຄົນອຶ່ນໃຫ້ອະໄພເຮົາ
ແຕ່ເວລາຄົນອຶ່ນເຮັດຜິດ...ເຮົາກັບລືມທີ່ຈະໃຫ້ອະໄພເຂົາ

ຂົງເບັ້ງເຄີຍກ່າວໄວ້ວ່າ:
‘’ເມື່ອຄົນໃຊ້ມືຈົກລົງໄປໃນຂຸມ…ແຕ່ຈົກບໍ່ຮອດກົ້ນຂຸມ
ກໍມັກໂທດວ່າຂຸມນັ້ນເລິກ...ບໍ່ເຄີຍຄິດວ່າມືໂຕເອງສັ້ນ ‘’
ຄືດັ່ງຫມູ່ຂ້ອຍທ້າວພູສີ …ລາວເປັນນັກສຶກສາມາຈາກປາກເຊ ຮູບຮ່າງເຕ້ຍ
ຫລັງຈາກໄປຊື້ໂສ້ງທີ່ຕະຫລາດກັບມາ…ລາວຈົ່ມວ່າໂສ້ງນັ້ນຂາຍາວໂພດ
ກັບບໍ່ຄິດໂທດວ່າຕົນເອງຂາສັ້ນ…ແມ່ນບໍ່ລະ ?

ไม่มีความคิดเห็น:

แสดงความคิดเห็น