7.16.2555

ເລື່ອງດີໆທີ່ຢາກໃຫ້ທຸກຄົນໄດ້ອ່ານ

ເລື່ອງດີໆທີ່ຢາກໃຫ້ທຸກຄົນໄດ້ອ່ານ

     ໝູ່ຂອງ ​ຂ້ອຍ​ເປັນ​ຜູ້ຍິງ​ທຳ​ມະ​ດາໆຄົນໜຶ່ງ ລາວໜ້າຕາ​ດີ ​ເຮົາ​ຮຽນຈົບ​ໃນ​ຄະນະ​ດຽວກັນ ຫລັງ​ຈາກ​ຮຽນຈົບ​ມາ​ໄດ້​ປີກ​ວ່າໆ ຂ້ອຍ​ກໍ່​ໄດ້​ຮັບ​ກາດ​ເຊີນ​ໄປ​ງານ​ແຕ່ງ.
     ວັນ​ແຕ່ງງານ​ຂອງ​ລາວ ລາວງົດງາມ​ແລະ​ສົດ​ໃສ​ເໝືອນ​ເດີມ ​ເບິ່ງ​ແລ້ວ ລາວຄົງຈະ​ພົບ​ເນື້ອ​ຄູ່​ຕາມ​ທີ່​ລາວໄດ້​ໄຝ່ຝັນ​ຢ່າງ​ແທ້​ຈິງ .. ເພື່ອນ​ໃນ​ກຸ່ມ​ຂອງ​ລາວເຖິງ​ກັບ​ຕາ​ຮ້ອນດ້ວຍ​ຄວາມ​ອິດສາ ຢາກ​ແຕ່ງງານ​ເໝືອນກັນກັບ​ລາວ.
     ຜ່ານ​ໄປ​ໄດ້​ເກືອບ​ປີກ​ວ່າໆ ຂ້ອຍ​ກໍ່​ໄດ້​ຂ່າວ​ວ່າ​ລາວ​ໄດ້​ອອກລູກ​ແລ້ວ ພວກໝູ່​ເພື່ອນ​ລວມທັງ​ຂ້ອຍ ກໍ່​ໄດ້​ຕາມ​ໄປ​ເບິ່ງ​ລາວ​ຢູ່​ບ້ານ ລາວ​ຄົງ​ເປັນ​ຄົນ​ໂຊກ​ດີ​ຄົນໜຶ່ງທີ່​ຂ້ອຍ​ເຫັນ ​ເພາະ​ທັງ​ສາມີ​ແລະ​ຄອບ​ຄົວ​ຂອງ​ລາວ​ເບິ່ງ​ມີ​ຄວາມ​ສຸກກັນ​ຖ້ວນໜ້າ ​ເພື່ອນໆຕ່າງ​​ເວົ້າ​​ຢອກ​ລາວ​ວ່າ ລາວ​ຄື​ຄົນ​ຖຶກ​ເລກ​ລາງວັນ​ທີ່ 1 ​ເພາະ​ລາວ​ມີ​ສາມີ​ທີ່​ແສນ​ດີ ຂ້ອຍ​ເອງ​ກໍ່ຮູ້ສຶກແບບນັ້ນ​ເຊັ່ນ​ດຽວກັນ ​ເພາະ​ມັນ​ຊ່າງ​ແຕກ​ຕ່າງ​ຈາກ​ຫລາຍໆຄູ່​ທີ່​ຂ້ອຍ​ເຄີຍ​ໄດ້​ຍິນ​ມາ.
  
ເວລາ​ຜ່ານ​ໄປ​ອີກ​ປີກ​ວ່າໆ​ເຊັ່ນ​ເຄີຍ ຂ້ອຍ​ກໍ່​ໄດ້​ຮັບ​ຂ່າວ​ວ່າ​ລາວ​ໄດ້​ອອກລູກ​ອີກ​ຄົນ ຊີວິດ​ຂອງ​ລາວ​ເຮັດ​ໃຫ້​ຂ້ອຍ​ເລິ່ມຮູ້ສຶກ​ຢາກ​ມີ​ຊີວິດ​ຄູ່​ຂຶ້ນ​ມາ​ທັນທີ ​ເບິ່ງ​ໄປ​ຢ່າ​ມລາວ​ເໝືອນຄັ້ງ​ທີ່​ແລ້ວ ​ແລະຮອດ​ບໍ່​ມີ​ຫຍັງ​ປ່ຽນ​ແປງ ​ເບິ່ງ​ລາວ​ຄື​ມີ​ຄວາມສຸກ​ຫລາຍ​ທີ່​​ໄດ້​ແຕ່ງງານ​ນຳ​ຜູ້​ຊາຍ​ຄົນ​ນີ້ ລາວ​ເອງ​ກໍ່​ບອກ​ກັບ​ຂ້ອຍ​ເຊັ່ນ​ນັ້ນ ຊີວິດ​ຄອບຄົວ​ຂອງ​ລາວ​ມີ​ຄວາມ​ລົງ​ຕົວ​ເປັນ​ຢ່າງ​ດີ.
     ສອງ​ປີຜ່ານ​ໄປ ​ເພື່ອນ​ໃນ​ກຸ່ມ​ຂອງ​ເຮົາ​ແຕ່ງງານ ຂ້ອຍ​ໄດ້​ພົບ​ກັບ​ລາວ​ອີກ​ຄັ້ງ​ໃນ​ງານ​ແຕ່ງ​ນີ້ ຫລັງ​ເລີກ​ຈາກ​ງານ​ແຕ່ງ ຂ້ອຍ​ອາສາ​ພາລາ​ວ​ໄປ​ສົ່ງ​ບ້ານ ຕະຫລອດ​ເສັ້ນທາງ ລາວ​ເຮັດ​​ໃຫ້​ທັດສະນະ​ຄະ​ຕິຂອງ​ຂ້ອຍປ່ຽນ​​ແປງໄປ​​ເລີຍ ລາວ​ໄດ້​ເອີ່ຍ​​ເຖີງ​ເລື່ອງ​ຄອບຄົວ ຊ້ອຍ​ບອກ​ກັບ​ລາວ​ວ່າ ລາວ​ໂຊກ​ດີ​ທີ່​ໄດ້​ສາມີ​ຄົນ​ນີ້ ​ແລ້ວ​ລາວ​ກໍ່​ບອກ​ກັບ​ຂ້ອຍ​ວ່າ ບໍ່ ​ມີ​ໃຜ​ດີ​ທີ່​ສຸດ ທຸກ​ຄົນ​ຍ່ອມ​ມີ​ຂໍ້​ເສຍ ​ແລະ ຂໍ້​ດີ​ແຕກ​ຕ່າງ​ກັນ ​ເຂົາ​ກໍ່​ມີ​ຂໍ້​ເສຍ ​ເຮົາ​ກໍ່​ມີ​ຂໍ້​ເສຍ ​ແຕ່​ເມື່ອ​ແຕ່ງງານ​ກັນ​ແລ້ວ ສິ່ງໜຶ່ງທີ່​ເຮັດ​ໃຫ້​ຊີວິດ​ຄູ່​ຢູ່​ໄດ້​ຄື ການ​ໃຫ້​ອະ​ໄພ ​ແລະ ການ​ປ່ອຍ​ວາງບໍ່​ແມ່ນ​ລາວ​ບໍ່​ເຄີຍ​ພົບ​ເລື່ອງ​ທີ່​ບໍ່ພໍ​ໃຈ ພຽງ​ແຕ່​ລາວ​ບໍ່​ເຮັດ​ໃຫ້​ມັນ​ເປັນ​ເລື້ອງ​ຫລາຍ​ກວ່າ ຂ້ອຍ​ເອງ​ກໍ່​ແອບ​ຊື່ນ​ຊົມ​ລາວ​ຢູ່​ໃນ​ໃຈ .. ສັກ​ພັກໜຶ່ງລາວ​ກໍ່​ເວົ້າ​ຂຶ້ນ​ມາ​ວ່າ ເຈົ້າ​ຮູ້​ບໍ່ ບາງ​ຄັ້ງ​ຂ້ອຍ​ຍັງ​ແອບ​ຄິດ​ຮອດ​ຄົນ​ທີ່​ຂ້ອຍ​ເຄີຍ​ແອບ​ຮັກ​ເລີຍ ຍັງ​ຄົງ​ແອບ​ຄິດ​ຮອດ​ຢູ່​ເປັນ​ປະຈຳ ​ແຕ່​ເຈົ້າ​ຮູ້​ບໍ່ ຂ້ອຍຮູ້​ດີ​ວ່າ ຄົນ​ທີ່​ຂ້ອຍ​ຮັກ ອາດບໍ່​ແມ່ນ​ຄົນ​ທີ່​ເຮົາ​ຈະ​ໃຊ້​ຊີວິດ​ຢູ່​ນຳ​ຂ້ອນຍເຮັດໜ້າງົງໆ ລາວ​ຍິ້ມ​ແລ້ວ​ເວົ້າ​ຕໍ່​ວ່າ ຄົນ​ທີ່​ເຮົາ​ຮັກ ບາງ​ຄັ້ງ​ອາດ​ບໍ່​ເໝາະທີ່​ຈະ​ມາ​ໃຊ້​ຊີວິດ​ຢູ່​ຄູ່​ກັບ​ເຮົາ ​ເຂົາ​ເໝາະ​ພຽງ​ແຄ່​ໃຫ້​ເຮົາ​ໄດ້​ແອບ​ຮັກ ​ແອບ​ຄິດ​ຮອດ ​ໃນ​ຄວາມ​ເປັນ​ຈິງ​ແລ້ວ ​ເຮົາ​ຮູ້ດີ​ວ່າ ຄົນ​ທີ່​ຈະ​ຢູ່​ກັບ​ເຮົາ​ໄດ້​ນັ້ນ​ຕ້ອງ​ເປັນຈັງ​ໃດ ຂ້ອຍ​ເອງ​ກໍ່​ເລືອ​ກຖືກຕ້ອງ​ແລ້ວ ຊີວິດ​ຄູ່​ສະ​ໄໝນີ້ ຄິດ​ແຕ່​ຈະ​ເລືອກ​ສະ​ເພາະ​ຄົນ​ທີ່​ເຮົາ​ຮັກ ​ແຕ່​ບໍ່​ໄດ້​​ແນມ​ເບິ່ງ​ວ່າ​ເຂົາ​ກັບ​ເຮົາ​ເຂົ້າກັນ​ໄດ້​ບໍ່ ​ເຂົາ​ເປັນ​ຄົນ​ແບບ​ໃດ ຈົນ​ກວ່າ​ໄດ້​ຢູ່ນຳ​ກັນ​ແທ້ໆ ​ເມື່ອ​ຄວາມ​ຮັກ​ຫາຍ​ໄປ ຄວາມ​ເປັນ​ໂຕ​ຕົນ​ທີ່​ແທ້​ຈິງ​ກໍ່​ອອກ​ມາ ອັນ​ຫຍັງ​ທີ່​ແຕ່​ກ່ອນ​ເຮັດ​ແລ້ວ​ບໍ່​ສົນ​ໃຈ ດຽວນີ້​ເຮັດ​ຫຍັງໜ້ອຍໜຶ່ງກໍ່​ຂັດ​ຫູ​ຂັດຕາ ​ແລ້ວ​ກໍ່​ມາ​ຈົບ​ລົງ​ທີ່​ການ​ຢ່າ​ຮ້າງ ​ເຈົ້າ​ເຊື່ອ​ຂ້ອຍ​ເຖາະ​ວ່າ ​ເມື່ອ​ຢູ່​ນຳ​ກັນ​ດົນ​ໄປ​ແລ້ວ ຄວາມ​ຮັກ​ມັກ​ມາ​ຊ້າ​ກວ່າ​ຢ່າງ​ອື່ນ​ສະ​ເໝີ ຫາກ​ເຮົາ​ຈະເລືອກ​​ໃຜ​ເປັນ​ຄູ່​ຊີວິດຈັກ​ຄົນ ​ເຮົາ​ຄວນ​ຈະ​ແນມ​ເບິ່ງ​ເຂົາ​ໃຫ້​ຫລາຍ​ກວ່າ​ຄວາມ​ຮັກຂ້ອຍ​ຂັບ​ລົດ​ມາ​ເຖິງໜ້າບ້ານ​ລາວ​ພໍດີ ສາມີ​ລາວ​ອອກ​ມາ​ຮັບ ສອງ​ຄົນ​ພາກັນ​ເຂົ້າ​ເຮືອນ ​ເບິ່ງ​ຄວາມ​ຮັກ​ຂອງ​ລາວ​ແລະ​ຄອບຄົວ​ກໍ່​ອົບ​ອຸ່ນ​ດີ ຫລັງ​ຈາກ​ຂ້ອຍ​ຂັບ​ລົດ​ກັບ ຂ້ອຍ​ກໍ່​ຄິດ​ໄດ້ທັນທີ​ວ່າ ຫລາຍ​ຄັ້ງ​ຄົນ​ທີ່ຢູ່​ຄຽງຂ້າງ​ຂ້ອຍ ມັກ​ຖາມ​ຂ້ອຍ​ວ່າ ​ເມື່ອ​ໃດ​ຈະ​ແຕ່ງງານ​ຈັກ​ເທື່ອ ​ແຕ່​ຂ້ອຍ​ກັບ​ຄິດ​ເຖິງ​ແຕ່​ຄົນໆໜຶ່ງ ທີ່​ຂ້ອຍ​ຫລົງ​ຮັກ ຈົນ​ລືມ​ຄວາ​ມຈິງ​ໄປ​ວ່າ ​ເຮົາ​ຄວນ​ຢູ່ກັບ​ສິ່ງ​ທີ່​ແມ່ນ​ຫລາຍ​ກວ່າພະຍາຍາມ​ຮຽກຮ້ອງຫາ​ສິ່ງ​ທີ່​ເປັນ​ພຽງຄວາມ​ວ່າງ​ເປົ່າ ຄຳ​ເວົ້າ​ຂອງ​ລາວ ​ເຮັດ​ໃຫ້​ຂ້ອຍ​ແນມ​ຄຳ​ວ່າຊີ​ວິດ​ຄູ່​ປ່ຽນ​ໄປ ​ແລະ ​ເປີດ​ໃຈ​ຮັບ​ກັບ​ການ​ແຕ່ງງານ​ຫລາຍ​ຂື້ນ ຈົນ​ເຖິງ​ທຸກ​ມື້​ນີ້ ຂ້ອຍ​ມີ​ລູກ​ແລ້ວ​ສອງ​ຄົນ​ກັບ​ຄົນ​ທີ່​ຂ້ອຍ​ເລືອກ​ແລ້ວ​ວ່າ ລາວ​ຄວນ​ຄ່າ​ເປັນ​ພໍ່(ຫຼື​ແມ່)​ຂອງ​ລູກ​ຂ້ອຍ.
ແລ້ວ​ເຈົ້າ​ລະ​ຈະ​ເລືອກ​ ຄົນ​ທີ່​ແມ່ນຫຼື ຄົນ​ທີ່​ມ  ((ຄັດມາຈາກເວບຍີ້ມລາວ.ຄອມ))

1 ความคิดเห็น: